IIF ຄາດ ເສດຖະກິດໂລກຕິດລົບ 1,5% ຈາກ ໂຄວິດ-19
ສະຖາບັນການເງິນສາກົນ ຄາດ “ເສດຖະກິດໂລກ” ປີ 2020 ຈະຕິດລົບ 1,5% ຍ້ອນພິດ “ໂຄວິດ-19”.
ມີລາຍງານວ່າ: ສະຖາບັນການເງິນສາກົນ (IIF) ຄາດຄະເນວ່າ: ເສດຖະກິດໂລກຈະຕິດລົບ 1,5% ໃນປີ 2020 ທ່າມກາງຄວາມກັງວົນກ່ຽວກັບການແຜ່ລະບາດຢ່າງຕໍ່ເນື່ອງຂອງໄວຣັສໂຄວິດ-19.
“IIF ຫລຸດຄາດຄະເນການຂະຫຍາຍຕົວຂອງເສດຖະກິດໂລກຈາກລະດັບ 2,6% ສູ່ລະດັບ 0,4% ໃນໄລຍະ 2 ອາທິດຜ່ານມາ, ແຕ່ການແຜ່ລະບາດທີ່ເພີ່ມຂຶ້ນຂອງໄວຣັສໂຄວິດ-19, ສົງຄາມລາຄານ້ຳມັນ ແລະ ສະພາບສິນເຊື່ອທີ່ເຄັ່ງຕຶງເພີ່ມຂຶ້ນໃນປະເທດທີ່ພັດທະນາແລ້ວ ແລະ ປະເທດຕະຫລາດເກີດໃໝ່ນັ້ນ ຍັງສົ່ງຜົນກະທົບຕໍ່ປັດໄຈພື້ນຖານທາງດ້ານເສດຖະກິດ” ລາຍງານ IIF ລະບຸ.
ສຳລັບການຂະຫຍາຍຕົວຂອງເສດຖະກິດໂລກໃນປັດຈຸບັນຢູ່ລະດັບ -1,5% ໂດຍການຂະຫຍາຍຕົວທາງເສດຖະກິດຂອງຕະຫລາດທີ່ພັດທະນາແລ້ວຈະຫລຸດລົງ 3,3%. ຂະນະທີ່ຕະຫລາດເກີດໃໝ່ຈະມີການຂະຫຍາຍຕົວທາງເສດຖະກິດພຽງ 1,1% ແລະ ລະບຸອີກວ່າ: ມີຄວາມບໍ່ແນ່ນອນກ່ຽວກັບຜົນກະທົບທາງເສດຖະກິດຈາກໂຄວິດ-19.
ປັດຈຸບັນ ຍັງບໍ່ມີຄວາມແນ່ນອນວ່າ: ການປິດປະເທດຂອງຫລາຍປະເທດຈະດຳເນີນໄປດົນພຽງໃດ ເພື່ອຄວບຄຸມໄວຣັສ ແລະ ເມື່ອພິຈາລະນາຈາກຄວາມຮຸນແຮງ ຍັງບໍ່ມີຄວາມແນ່ນອນວ່າ: ກິດຈະກຳຂອງຜູ້ບໍລິໂພກ ແລະ ການລົງທຶນດີດຕົວຂຶ້ນໄດ້ໄວພຽງໃດ ເມື່ອມີການຍົກເລີກມາດຕະການກັກກັນໂຣກ.
ລາຍງານລະບຸອີກວ່າ: ຢູ່ອາເມລິກາ ແລະ ເຂດໃຊ້ເງິນເອີໂຣເຂົ້າສູ່ສະພາບຫລຸດຖອຍແລ້ວ, ຂະນະທີ່ການຂະຫຍາຍຕົວທາງເສດຖະກິດຕິດລົບໃນໄຕມາດທຳອິດ ແລະ ຈະຫລຸດລົງຫລາຍໃນໄຕມາດ 2.
IIF ຄາດວ່າ: ການຂະຫຍາຍຕົວທາງເສດຖະກິດໝົດປີຂອງອາເມລິກາ ແລະ ເຂດໃຊ້ເງິນເອີໂຣ ຈະຫລຸດລົງ 2,8% ແລະ 4,7% ຕາມລຳດັບ.
ເຖິງຢ່າງໃດກໍຕາມ, ສຳນັກງານ IIF ຕັ້ງຢູ່ລັດວໍຊິງຕັນ ເປັນສະມາຄົມອຸດສາຫະກຳການເງິນທີ່ມີປະເທດສະມາຊິກຫລາຍກວ່າ 450 ຄົນຈາກຫລາຍກວ່າ 70 ປະເທດ ແລະ ພາກພື້ນທົ່ວໂລກ.