ບໍລິສັດຍີ່ປຸ່ນໃຊ້ຍົກຊົງຜະລິດຜ້າອັດປາກ
ບໍລິສັດເອກະຊົນຢູ່ຍີ່ປຸ່ນໃຊ້ເສື້ອຊ້ອນໃນ ຫລື ບຣາເຊຍ ຜະລິດຜ້າອັດປາກ ເພື່ອຊ່ວຍບັນເທົາບັນຫາຂາດເຂີນພາຍໃນປະເທດ.
ເຈົ້າຂອງຄວາມຄິດນີ້ຄື ບໍລິສັດ ອັດຊຸມິ ແຟຊັນ ຜູ້ປະກອບການທຸລະກິດດ້ານການຕັດ, ຫຍິບ ຢູ່ແຂວງໂທຢາມະ ທີ່ໃຊ້ສາຍການຜະລິດເສື້ອຊ້ອນໃນ ເພື່ອຜະລິດຜ້າອັດປາກ ຫລັງຈາກພະນັກງານຄົນໜຶ່ງຮູ້ມາວ່າ: ການຜະລິດເສື້ອຊ້ອນໃນ ແລະ ຜ້າອັດປາກແບບໃຊ້ເທື່ອດຽວຖິ້ມໃຊ້ວັດສະດຸຊະນິດດຽວກັນ.
ກ່ອນໜ້ານີ້ ທາງການເມືອງຊິມິ ແຂວງໂທຢາມະ ໄດ້ຂໍຮ້ອງພາກເອກະຊົນໃນພື້ນທີ່ຊ່ວຍຈັດຫາຜ້າອັດປາກສຳລັບບຸກຄົນທີ່ເຮັດວຽກຢູ່ສາລາວ່າການ ເຊິ່ງມີຜ້າອັດປາກເຫລືອໃຊ້ພຽງ 600 ອັນ.
ຮິໂຣຊິ ຮິຕານະ ຜູ້ຈັດການຝ່າຍຂາຍ ຫວັງວ່າບໍລິສັດຈະເປັນສ່ວນໜຶ່ງທີ່ຊ່ວຍເຫລືອສັງຄົມໄດ້ ໃນຍາມທີ່ຜ້າອັດປາກຍັງຂາດເຂີນ ແລະ ຢືນຢັນວ່າຜ້າອັດປາກນີ້ສາມາດປ້ອງກັນການແຜ່ເຊື້ອໂຄວິດ-19 ຈາກການໄອ ຫລື ຈາມໄດ້.
ໂດຍກຳມະກອນຂອງບໍລິສັດຈະໃຊ້ເວລາຫລັງເລີກວຽກຜະລິດຜ້າອັດປາກຈາກເສື້ອຊ້ອນໃນ ເຊິ່ງ ອັດຊຸມິ ແຟຊັນ ວາງແຜນຜະລິດຜ້າອັດປາກໃຫ້ໄດ້ວັນລະ 1.000 ອັນ ເພື່ອແຈກຢາຍໃຫ້ສະຖານພະຍາບານ ແລະ ສະຖາບັນການສຶກສາ ຕາມລຳດັບຄວາມສຳຄັນ.