ໄທກຽມແຈກເງິນໃຫ້ພະນັກງານຖືກໂຈະວຽກຊົ່ວຄາວເດືອນລະ 5.000 ບາດ ເປັນເວລາ 3 ເດືອນ
ທ່ານ ສົມຄິດ ຈາຕຸຣີພິທັກ ຮອງນາຍົກລັດຖະມົນຕີ ຝ່າຍເສດຖະກິດ ຖະ ແຫລງຫລັງນາຍົກປະກາດໃຊ້ ສະຖານະການ ສຸກເສີນ ເພື່ອຄຸມການແຜ່ລະບາດໂຄວິດ-19 ກ່າວວ່າ: ລັດຖະບານກຽມມາດຕະການປົວແປງຜູ້ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໄວຣັສ ໂຄໂຣນາສາຍພັນໃໝ່ ຫລື “ໂຄວິດ-19” ໃນໄລຍະທີ 2 ໂດຍຈະສະໜັບສະໜູນເງິນ ຄົນລະ 5 ພັນບາດ ຕໍ່ເດືອນ ເປັນເວລາ 3 ເດືອນ ເຊິ່ງຜູ້ທີ່ຈະໄດ້ຮັບເງິນສະໜັບສະໜູນດັ່ງກ່າວຕ້ອງເປັນແຮງງານລູກຈ້າງ , ລູກຈ້າງຊົ່ວຄາວ ອາຊີບອິດສະຫລະທີ່ບໍ່ຢູ່ໃນລະບົບປະກັນສັງຄົມ ຈາກການປິດພື້ນທີ່ສ່ຽງຕໍ່ການລະບາດຊົ່ວຄາວ ເຊິ່ງຄາດວ່າມີຈຳນວນ 3 ລ້ານຄົນ.
ສຳລັບຜູ້ຢູ່ໃນລະບົບປະກັນສັງຄົມຈະເພີ່ມສິດກໍລະນີຫວ່າງງານ 50% ຂອງຄ່າຈ້າງ ໂດຍກໍລະນີທຳອິດນາຍຈ້າງບໍ່ໃຫ້ເຮັດວຽກ ກໍລະນີນີ້ ຈະຮັບເງິນບໍ່ເກີນ 180 ວັນ. ກໍລະນີ ທີ່ສອງ ກໍລະນີລັດສັ່ງຢຸດ ຮັບເງິນບໍ່ເກີນ 90 ວັນ.
ນອກຈາກນີ້ ລັດຖະບານ ຍັງຈັດສັນສິນເຊື່ອ 1 ໝື່ນບາດ (ສະກຸນເງິນໄທ) ຕໍ່ຄົນວົງເງິນລວມ 40.000 ລ້ານບາດ ອັດຕາດອກເບ້ຍ 0.1% ຕໍ່ເດືອນ ໂດຍບໍ່ຕ້ອງມີຫລັກສັບຄ້ຳປະກັນ ຂະນະດຽວກັນຍັງກຽມສິນເຊື່ອພິເສດອີກ 50.000 ບາດ (ສະກຸນເງິນໄທ) ສຳລັບຜູ້ທີ່ຍັງບໍ່ພຽງພໍ ໂດຍໃນສ່ວນນີ້ກຽມວົງເງິນລວມໄວ້ 20.000 ລ້ານບາດ(ສະກຸນເງິນໄທ) ອັດຕາດອກເບ້ຍ 0.35% ຕໍ່ເດືອນ ໂດຍບໍ່ຕ້ອງມີຫລັກສັບຄ້ຳປະກັນ./.
