ໃນວັນທີ 25 ມີນານີ້, ສາທາລະນະສຸກແຫ່ງປະເທດໄທ ຖະແຫລງສະຖານະການແຜ່ລະບາດເຊື້ອໄວຣັສໂຄວິດ-19 ວ່າ: ພົບຜູ້ຕິດເຊື້ອເພີ່ມ 107 ຄົນ, ລວມຍອດຜູ້ຕິດເຊື້ອສະສົມເປັນ 934 ຄົນແລ້ວ, ໃນນັ້ນ ປິ່ນປົວດີສາມາດກັບບ້ານແລ້ວ 70 ຄົນ, ກຳລັງປິ່ນປົວ 860 ຄົນ (ອາການໜັກ 4 ຄົນ) ແລະ ເສຍຊີວິດແລ້ວ 4 ຄົນ.