ວຸດທິສະພາອາເມລິກາຜ່ານ “ງົບກູ້ວິກິດໂຄວິດ” 2 ຕື້ໂດລາ
March 26, 2020 - 12:04 PM
“ວຸດທິສະພາອາເມລິກາ” ໄຟຂຽວງົບປະມານ 2 ຕື້ໂດລາ ປົວແປງຜົນກະທົບຈາກການແຜ່ລະບາດ “ໂຄວິດ-19” ຖືເປັນງົບສູງສຸດເປັນປະຫວັດສາດ ເພື່ອປົວແປງຊາວອາເມລິກາ, ໂຮງໝໍ ແລະ ເສດຖະກິດທີ່ໄດ້ຮັບຜົນກະທົບໜັກຈາກໄວຣັສມໍລະນະ.
ວຸດທິສະມາຊິກຂອງພັກລີພັບລິກັນ ແລະ ເດໂມແຄຣດ ມີມະຕິສຽງສ່ວນຫລາຍ ອະນຸມັດມາດຕະການປົວແປງຜົນກະທົບທາງເສດຖະກິດຈາກການແຜ່ລະບາດໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ວົງເງິນ 2 ຕື້ໂດລາແລ້ວ ໃນກອງປະຊຸມວັນທີ 25 ມີນາ ຫລັງຈາກຄວາມຂັດແຍ່ງກ່ຽວກັບມາດຕະການຊ່ວຍເຫລືອຄົນຫວ່າງວຽກເຮັດໃຫ້ຂະບວນການອະນຸມັດຊັກຊ້າ.
ວຸດທິສະພາບາງທ່ານຂັດແຍ່ງວ່າ: ມາດຕະການໃຫ້ເງິນຊ່ວຍເຫລືອຄົນຫວ່າງວຽກ 600 ໂດລາຕໍ່ອາທິດເປັນເວລາ 4 ເດືອນນັ້ນ ອາດສະໜັບສະໜູນໃຫ້ບໍລິສັດຕ່າງໆເລີກຈ້າງພະນັກງານ ແລະ ຊາວອາເມລິກາຈະບໍ່ຍອມເຮັດວຽກໃນໄລຍະເວລາດັ່ງກ່າວ.