20 ຄອບຄົວ ຊາຊົນບ້ານດາກຍົກເມືອງຊານໄຊ ທີ່ປະສົບອັກຄີໄພ ໄດ້ຮັບການຊ່ວຍເຫຼືອ ເບື້ອງຕົ້ນແລ້ວ

- Untitled design 1 - 20 ຄອບຄົວ ຊາຊົນບ້ານດາກຍົກເມືອງຊານໄຊ ທີ່ປະສົບອັກຄີໄພ ໄດ້ຮັບການຊ່ວຍເຫຼືອ ເບື້ອງຕົ້ນແລ້ວ

ໃນວັນທີ 26 ມີນານີ້, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມດ້ວຍອໍານາດການປົກຄອງເມືອງຊານໄຊ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ລວມມີມູນຄ່າ 87 ລ້ານກີບ ແລະເງີນສົດ 20 ລ້ານກີບ ໄປມອບໃຫ້ 20 ຄອບຄົວທີ່ປະສົບອັກຄີໄພຢູ່ບ້ານ ດາກຍົກ ເມືອງຊານໄຊ ໃນວັນທີ 22 ມີນາຜ່ານມາ,ເຊິ່ງມີ 20 ຫຼັງຄາເຮືອນຖືກໄຟໄໝເສຍຫາຍສົ່ງຜົນໃຫ້ປະຊາຊົນ 125 ຄົນຂາດທີ່ຢູ່ອາໃສ. ຕາມການປະເມີນເບື້ອງຕົ້ນໄຟ້ໄໝ່ດັ່ງກ່າວຈະມີມູນຄ່າເສຍຫາຍປະມານ 200 ກວ່າລ້ານກີບ .

ໃນໂອກາດດັ່ງກ່າວ ເຈົ້າເມືອງຊານໄຊ ໄດ້ຕາງຫນ້າໃຫ້ອຳນາດການປົກຄອງເມືອງ ແລະ ປະຊາຊົນໄດ້ກ່າວສະແດງຄວາມຂອບໃຈ ມາຍັງອຳນາດການປົກຄອງແຂວງ ທີ່ມີຄວາມເປັນຫວ່ງເປັນໃຍ ນໍາເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ປະຊາຊົນໃນຄັ້ງນີ້ ຊຶ່ງຈະເປັນການປະກອບສ່ວນສຳຄັນໃຫ້ແກ່ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໄດ້ກັບຄືນສູ່ສະພາບປົກກະຕິໂດຍໄວ. 

ຂ່າວໃຫ້ຮູ້ຕື່ມອີກວ່າໃນວັນດຽວກັນ ຄອບຄົວທ່ານ ພົງໄຊ ປະທານບໍ່ຄຳວັງຕັດ ກໍ່ໄດ້ນໍາເອົາເຄື່ອງອຸປະໂພກ ບໍລິໂພກ ຈຳນວນຫນຶ່ງມາມອບໃຫ້ ຄອບຄົວຜູ້ປະສົບໄພເຊັ່ນກັນ.

- lattana banner 1 - 20 ຄອບຄົວ ຊາຊົນບ້ານດາກຍົກເມືອງຊານໄຊ ທີ່ປະສົບອັກຄີໄພ ໄດ້ຮັບການຊ່ວຍເຫຼືອ ເບື້ອງຕົ້ນແລ້ວ
- lattana banner - 20 ຄອບຄົວ ຊາຊົນບ້ານດາກຍົກເມືອງຊານໄຊ ທີ່ປະສົບອັກຄີໄພ ໄດ້ຮັບການຊ່ວຍເຫຼືອ ເບື້ອງຕົ້ນແລ້ວ
-    AD conten website - 20 ຄອບຄົວ ຊາຊົນບ້ານດາກຍົກເມືອງຊານໄຊ ທີ່ປະສົບອັກຄີໄພ ໄດ້ຮັບການຊ່ວຍເຫຼືອ ເບື້ອງຕົ້ນແລ້ວ
  • 1097 Posts
  • 0 Comments
iLike/LPN/20
error: Alert: ເນື້ອຫາຂ່າວມີລິຂະສິດ !!