ຈີນຫ້າມຄົນຕ່າງປະເທດເຂົ້າປະເທດເລີ່ມມື້ອື່ນ
ກະຊວງຕ່າງປະເທດຈີນປະກາດວ່າ: ທາງການຈີນຈະຫ້າມບໍ່ໃຫ້ຄົນຕ່າງປະເທດເກືອບທຸກຄົນເຂົ້າປະເທດ, ເຖິງວ່າຈະມີວີຊາ ຫລື ມີໃບອະນຸຍາດເຮັດວຽກຖືກຕ້ອງ ໂດຍຄຳສັ່ງນີ້ຈະມີຜົນນັບແຕ່ມື້ອື່ນເປັນຕົ້ນໄປ.
ເຖິງຢ່າງໃດກໍດີ, ຄຳສັ່ງນີ້ບໍ່ຄວບຄຸມນັກການທູດ ແລະ ບໍ່ລວມຜູ້ທີ່ຈະເຂົ້າມາເຮັດກິດຈະກຳທາງເສດຖະກິດ, ການຄ້າ, ວິທະຍາສາດ, ເຕັກໂນໂລຊີ ແລະ ການຊ່ວຍເຫລືອທາງດ້ານມະນຸດສະທຳ.
ການເຄື່ອນໄຫວດັ່ງກ່າວມີຂຶ້ນໃນໄລຍະເວລາທີ່ຈຳນວນຜູ້ປ່ວຍໂຄວິດ-19 ຄົນໃໝ່ຢູ່ຈີນສ່ວນຫລາຍຕິດເຊື້ອໄວຣັສມາຈາກຕ່າງປະເທດ. ຂະນະທີ່ປະເທດແຖບຕາເວັນຕົກກຳລັງຜະເຊີນການແຜ່ລະບາດຢ່າງໜັກ ໂດຍສະເພາະຢ່າງຍິ່ງອາເມລິກາ ທີ່ມີຈຳນວນຜູ້ຕິດເຊື້ອແຊງໜ້າຈີນແລ້ວ.
ຄະນະກຳມະການສຸຂະພາບແຫ່ງຊາດຂອງຈີນ (NHC) ຖະແຫລງວັນທີ 27 ມີນາວ່າ: ໃນວັນທີ 26 ມີນາ ມີຜູ້ປ່ວຍໂຣກໂຄວິດ-19 ເພີ່ມຂຶ້ນອີກ 55 ຄົນ ໃນຈຳນວນນີ້ເປັນການຕິດເຊື້ອຈາກຕ່າງປະເທດເຖິງ 54 ຄົນ.
ສຳລັບຈຳນວນລວມຜູ້ຕິດເຊື້ອທັງໝົດຢູ່ຈີນມີ 81.340 ຄົນ ເຖິງທັງຜູ້ປ່ວຍ 3.460 ຄົນທີ່ກຳລັງຢູ່ໃນລະຫວ່າງການປິ່ນປົວ. ຂະນະທີ່ຈຳນວນຜູ້ປ່ວຍທີ່ໄດ້ຮັບອະນຸຍາດໃຫ້ອອກຈາກໂຮງໝໍຫລັງຈາກມີອາການດີຂຶ້ນແລ້ວນັ້ນມີ 74.588 ຄົນ.
ສ່ວນຜູ້ເສຍຊີວິດຈາກໂຣກໂຄວິດ-19 ຢູ່ຈີນ ເພີ່ມຂຶ້ນ 5 ຄົນ ສົ່ງຜົນໃຫ້ຈຳນວນລວມຜູ້ເສຍຊີວິດປັດຈຸບັນມີ 3.292 ຄົນ ໂດຍຜູ້ເສຍຊີວິດຄົນໃໝ່ທັງໝົດຢູ່ມົນທົນຫູເປີຍ.










