ພາບລວມການປິດປະຕູປະເທດທົ່ວໂລກ
March 27, 2020 - 2:36 PM
ລູກເມືອງພວນ
ອິນເດຍ, ຈີນ, ຝຣັ່ງ, ອີຕາລີ, ນິວຊີແລນ, ໂປແລນ, ລາຊະອານາຈັກອັງກິດ ໄດ້ຈັດຕັ້ງປະຕິບັດມາດຕະການແຍກຕົວຂະ ໜາດໃຫ່ຍ ແລະ ຈຳກັດຂີດຂັ້ນສູງສຸດໃນໂລກ. ມາເຖິງວັນທີ 26 ມີນານີ້ ມີຫຼາຍກວ່າ 21.000 ຄົນເສຍຊີວິດ ແລະ ມີຜູ້ຕິດເຊື້ອ ໂຄວິດ-19 ຫຼາຍກ່ວາ 467.500 ຄົນ ໃນທົ່ວໂລກ.
ລຸ່ມນີ້ແມ່ນລາຍຊື່ບັນດາປະເທດ ປິດປະຕູສູ້ໂຄວິດ-19 ຈາກ Business Insider:
- ອາຟຣິກກາໃຕ້: ຈະປິດປະຕູເປັນເວລາ 21 ວັນ, ນັບແຕ່ວັນທີ 26 ມີນາເປັນຕົ້ນໄປ
- ນິວຊີແລນ: ໄດ້ປະກາດກັກຕົວ 14 ວັນ ຕໍ່ກັບທຸຄົນທີ່ເດີນທາງມາປະທດນີ້ ແລະ ທົ່ວທັງປະເທດຈະປິດປະຕູ ເລີ່ມແຕ່ວັນທີ 15 ມີນາເປັນຕົ້ນມາ.
- ອາຣັບຊາອຸດີ: ປິດປະຕູນະຄອນ ແລະ ອີກ 2 ນະຄອນແຫ່ງພະເຈົ້າໃນວັນທີ 25 ມີນາເປັນຕົ້ນມາ.
- ໂກລົມບີ: ເລີ່ມມີການກວດພະຍາດທົ່ວປະເທດແຕ່ວັນທີ 24 ມີນາເປັນຕົ້ນມາ. ຜູ້ທີ່ມີອາຍຸແຕ່ 70 ປີຂຶ້ນໄປແມ່ນໃຫ້ຢູ່ເຮືອນບໍ່ໄປໃສ ຈົນເຖິງເດືອນພຶດສະພາ.
- ອິນເດຍ: ດຳເນີນການປິດປະຕູປະເທດເປັນເວລາ 21 ວັນ ນັບແຕ່ວັນທີ 24 ມີນາເປັນຕົ້ນມາ.
- ລາຊະອານາຈັກອັງກິດ: ເລິ່ມປິດປະຕູປະເທດ ແຕ່ວັນທີ 23 ມີນາເປັນຕົ້ນມາ.
- ອົດສະຕຣາລີ: ປິດປະຕູບັນດາຫົວໜ່ວຍທຸລະກິດທີ່ບໍ່ຈຳເປັນໃນວັນທີ 23 ມີນາ ແລະ ມີຄຳສັ່ງໃຫ້ປິດເພີ່ມເຕີມໃນວັນທີ 24 ມີນາ ແລະ ຈະຈັດຕັ້ງປະຕິບັດນັບແຕ່ວັນທີ 25 ເປັນຕົ້ນໄປ.
- ຈີນ: ໃຊ້ມາດຕະການກັກຕົວເພື່ອກວດຫາເຊື້ອພະຍາດບັ້ນໃຫ່ຍໃນປະຫວັດສາດ, ແລະ ປິດປະຕູຢ່າງໜ້ອຍ 16 ເມືອງໃນທ້າຍເດືອນມັງກອນເປັນຕົ້ນມາ.
- ໂຈດານ: ປິດປະຕູປະເທດໂດຍບໍ່ມີກຳນົດ ນັບຕັ້ງແຕ່ວັນທີ 21 ມີນາເປັນຕົ້ນມາ, ຖ້າຜູ້ໃດຫາກອອກໄປຂ້າງນອກຈະຖືກຈຳຄຸກເປັນເວລາ 1 ປີ.
- ອາເຈນຕີນາ: ປິດປະຕູໂດຍບັງຄັບ ເພື່ອປ້ອງກັນໃນວັນທີ 21 ມີນານີ້.
- ອິສລາເອວ: ປິດປະຕູເປັນບາງພາກສ່ວນໃນເມື່ອວັນທີ 19 ມີນາ. ຫ້າມບໍ່ໃຫ້ຊາວຕ່າງປະເທດເຂົ້າມາປະເທດຕົນເອງ. ທະຫານຕຽມພ້ອມທຸກເວລາປະຕິບັດຄຳສັ່ງປິດປະຕູທັງໝົດ.
- ເບນຢຽມ: ປິດປະຕູໃນເມື່ອວັນທີ 17 ມີນາເປັນຕົ້ນມາ., ອອກຄຳສັ່ງໃຫ້ປະຊາຊົນຢູ່ແຕ່ໃນເຮືອນ, ຫຼີກລ່ຽງການພົວພັນສຳພັດກັບຄົນອື່ນ. ວັນທີ 22 ມີນານີ້ ລັດຖະມົນຕີກະຊວງສາທາລະນະສຸກໃຫ້ຮູ້ວ່າ ການອອກຄຳສັ່ງປິດປະຕູອາດຈະແກ່ຍາວເປັນເວລາ 2 ເືດນອີກ.
- ສະຫະພາບເອີຣົບ: ຫ້າມເຄື່ອນໄຫວໄປມາທີ່ບໍ່ຈຳເປັນໃນສະຫະພັນ ຢ່າງໜ້ອຍເປັນເວລາ 30 ວັນ ນັບຕັ້ງແຕ່ວັນທີ 16 ມີນາເປັນຕົ້ນມາ.
- ເຢຍລະມັນ: ປະກາດປິດບັນດາຮ້ານຄ້າ, ໂບດ, ສະຖານທີ່ກີລາ, ຮ້ານບັນເທີງ ໃນ 16 ລັດ.
- ມາເລເຊຍ: ປະກາດປິດທຸກກິດຈະການທຸລະກິດນັບຕັ້ງແຕ່ສູນກາງການຄ້າ, ຂະແໜງການບໍລິການສາທາລະນະ, ວິທະຍຸ ໂທລະພາບ, ທະນາຄານ ແລະ ສະຖານທີ່ດູແລການແພດນັບຕັ້ງແຕ່ວັນທີ 16 ມີນາເປັນຕົ້ນມາ. ວັນທີ 25 ມີນາ ລັດຖະບານປະກາດປິດປະຕູເພີ່ມເຕີມອອກໄປອີກ 2 ອາທິດ.
- ມໍໂຣກໂກ: ປິດສາຍການບິນສາກົນແຕ່ວັນທີ 15 ມີນາເປັນຕົ້ນມາ ແລະ ປິດປະຕູໂບດ, ໂຮງຮຽນ, ຮ້ານຄ້າ.
- ເຄນຢາ: ປິກການຮຽນການສອນ, ຫ້າມບໍ່ໃຫ້ຄົນຕ່າງປະເທດເຂົ້າມາ ແລະ ປິດຮ້ານເຫຼົ້າ ຮ້າຍເບຍ, ຮ້ານອາຫານ ແຕ່ວັນທີ 15 ເປັນຕົ້ນມາ.
- ແອັດສະປາຍ: ເປັນປະເທດທີສອງໃນຍຸໂຣບ ທີ່ມີການດຳເນີນການກວດຫາເຊື້ອໄວຣັດທົ່ວປະເທດນັບແຕ່ວັນທີ 14 ມີນາເປັນຕົ້ນມາ.
- ໂປແລນ: ປະກາດປິດຫົວໜ່ວຍທຸລະກິດ ແລະ ຫ້າມບໍ່ໃຫ້ນັກທ່ອງທ່ຽວຕ່າງປະເທດເຂົ້າມາ ແຕ່ວັນທີ 13 ມີນາເປັນຕົ້ນມາ.
- ຄູເວດ: ປິດປະຕູທົ່ປະເທດເປັນເວລາ 2 ອາທິດ ນັບແຕ່ວັນທີ 13 ມີນາເປັນຕົ້ນມາ.
- ໄອແລນ: ກໍມີການວາງມາດຕະການແຕ່ບໍ່ແຂງກະດ້າງ ແລະ ມີການໂຍະຍານຫຼາຍກວ່າປະເທດອື່ນໆ
- ນໍເວ: ປິດປະຕູເປັນເວລາ 2 ອາທິດນັບແຕ່ວັນທີ 12 ມີນາເປັນຕົ້ນມາ. ວັນທີ 24 ມີນານີ້ ລັດຖະບານປະກາດເປີດກ້ວາງການປິດປະຕູຈົນໝົດບຸນທາງສາດສະໜາ
- ເອວຊັນວາດໍ: ປະກາດເຕືອນໄພສີໝາກກ້ຽງ, ໝາຍຄວາມວ່າປະຕິບັດການກວດຫາເຊື້ອທົ່ວປະເທດໃນວັນທີ 11 ມີນາເປັນຕົ້ນມາ.
- ເດນມາກ: ປິດປະຕູແຕ່ວັນທີ 11 ມີນາເປັນຕົ້ນມາ ແລະ ຄຳສັ່ງດັ່ງກ່າວນີ້ ຖືກເປີດກວ້າງອອກເຖິງວັນທີ 13 ເມສາທີ່ຈະມາເຖິງ.
- ອີຕາລີ: ປິດປະເທດໃນວັນທີ 10 ມີນາ, ຢຸດຕິການເຄື່ອນໄຫວທຸກປະເພດຂອງຊີວິດສັງຄົມຕໍ່ 60 ລ້ານຄົນທົ່ວປະເທດ./.










