ຕຳຫລວດອິນເດຍໄລ່ຕີພວກແຫກກົດກັກຕົວຢູ່ເຮືອນ 21 ວັນ
ຕຳຫລວດອິນເດຍໃຊ້ໄມ້ໄລ່ຕີປະຊາຊົນທີ່ຝ່າຝືນມາດຕະການຫ້າມອອກຈາກເຮືອນ 3 ອາທິດ ເພື່ອຄວບຄຸມການແຜ່ລະບາດໂຄວິດ-19 ຫລ້າສຸດອິນເດຍພົບຜູ້ຕິດເຊື້ອແລ້ວ 562 ຄົນ, ເສຍຊີວິດ 11 ຄົນ.
ຫລັງຈາກອິນເດຍປະກາດປິດປະເທດເປັນເວລາ 3 ອາທິດ ຫ້າມປະຊາຊົນອອກຈາກເຮືອນ ເພື່ອຄວບຄຸມການແຜ່ລະບາດຂອງໂຣກຕິດເຊື້ອໄວຣັສໂຄໂຣນາ 2019 ຫລື ໂຄວິດ-19 ເຊິ່ງມີຜົນນັບແຕ່ວັນທີ 26 ມີນາ ເຮັດໃຫ້ຕຳຫລວດ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງວາງກຳລັງຄຸມເຂັ້ມຕັ້ງດ່ານກວດຕາມທ້ອງຖະໜົນເສັ້ນຕ່າງໆໃນຫລາຍເມືອງທົ່ວປະເທດ ເພື່ອບໍ່ໃຫ້ປະຊາຊົນອອກຈາກເຮືອນ, ແຕ່ປາກົດວ່າຍັງມີປະຊາຊົນອອກມາຂັບຂີ່ຍານພາຫະນະຕາມທ້ອງຖະໜົນ ເຮັດໃຫ້ຖືກຕຳຫລວດໃຊ້ໄມ້ໄລ່ຕີ ພ້ອມກັບໄລ່ໃຫ້ເມືອເຮືອນ.
ເຖິງຢ່າງໃດກໍດີ, ຕຳຫລວດໃນບາງເມືອງລົງໂທດປະຊາຊົນທີ່ຝ່າຝືນດ້ວຍການຫວິດພື້ນ, ທຳທ່າລຸກນັ່ງ ເຊິ່ງລ້ວນເປັນທ່າອອກກຳລັງກາຍກາງຖະໜົນ ລວມໄປເຖິງປ່ອຍລົມຢາງລົດນຳອີກ. ສ່ວນສາເຫດທີ່ປະຊາຊົນຕ້ອງຝ່າຝືນອອກມານອກເຮືອນ ເນື່ອງຈາກຕ້ອງອອກມາຊື້ອາຫານກັບໄປໃຫ້ຄອບຄົວ ເພາະຢູ່ເຮືອນບໍ່ໄດ້ກັກຕຸນອາຫານ ລວມທັງບາງສ່ວນເປັນແຮງງານທີ່ຕ້ອງຍ່າງ ຫລື ນັ່ງລົດຈັກເມືອເຮືອນ ເນື່ອງຈາກລະບົບລົດໄຟ ແລະ ຂົນສົ່ງສາທາລະນະຖືກສັ່ງປິດທັງໝົດ. ຂະນະທີ່ປະຊາຊົນທີ່ອອກໄປຊື້ສິນຄ້າຕ້ອງຜະເຊີນມາດຕະການເວັ້ນໄລຍະຫ່າງທາງສັງຄົມ ໂດຍຕ້ອງເຂົ້າໄປຊື້ເຄື່ອງພາຍໃນມິນິມາກ ແລະ ຕະຫລາດເທື່ອລະຄົນ ແລະ ຕ້ອງຢູ່ຫ່າງກັນຢ່າງໜ້ອຍ 1 ແມັດ.
ຂະນະທີ່ທາງການທ້ອງຖິ່ນນະຄອນຫລວງນິວເດລີສົ່ງເຈົ້າໜ້າທີ່ແຈກຢາຍອາຫານໃຫ້ຄົນທຸກ ແລະ ແຮງງານທີ່ໄດ້ຮັບຄ່າຈ້າງລາຍວັນ ເຊິ່ງເດືອດຮ້ອນຈາກມາດຕະການປິດເມືອງດົນເຖິງ 2 ອາທິດ. ຂະນະທີ່ ລັດຖະບານຜ່ານຮ່າງກົດໝາຍອະນຸມັດງົບປະມານ 22.000 ລ້ານໂດລາ ເພື່ອຊ່ວຍເຫລືອປະຊາຊົນທີ່ມີຖານະທຸກຍາກ ແລະ ຂະແໜງທຸລະກິດທີ່ໄດ້ຮັບຜົນກະທົບຈາກມາດຕະການຄຸມເຂັ້ມການແຜ່ລະບາດໃນຄັ້ງນີ້, ອິນເດຍພົບຜູ້ປ່ວຍໂຣກຕິດເຊື້ອໄວຣັສໂຄໂຣນາ 2019 ຫລື ໂຄວິດ-19 ແລ້ວ 562 ຄົນ ແລະ ມີຜູ້ເສຍຊີວິດ 11 ຄົນ.