ຫຼວງພະບາງ ຫາລືການສະກັດກັ້ນໂຄວິດ 19
ພາຍຫລັງກວດພົບຜູ້ຕິດເຊື້ອໂຄວິດ -19 ຢູ່ຫລວງພະບາງ 2 ລາຍໃນວັນທີ 26 ມີນານີ້, ຕໍມາວັນທີ່ 27 ມີນາ ຄະນະສະເພາະກິດຂັ້ນແຂວງເພື່ອຕ້ານ ແລະສະກັດກັ້ນ ການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກດັ່ງກ່າວໄດ້ຮີບຮ້ອນປຶກສາຫາລື ເພີ່ມມາດຕະການສະກັດກັ້ນ, ໂດຍການເປັນປະທານຂອງ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ.
ກອງປະຊຸມ ໄດ້ລາຍງານໃຫ້ຮູ້ ວ່າ: ພາຍຫລັງໄດ້ແຍກປ່ຽວບຸກຄົນທີ່ພົວພັນກັບພະນັກງານນຳທ່ຽວຜູ້ຕິດເຊື້ອ ຈຳນວນ 8 ກໍລະນີແລະ ໄດ້ກວດພົບຜູ້ຕິດເຊື້ອ 2 ກໍລະນີີ,ຈາກນັ້ນພະນັກງານແພດຫມໍກໍໄດ້ສຸມໃສ່ປິ່ນປົວຕາມຫລັກການແພດ,ຊຶ່ງໄດ້ຊ່ວຍໃຫ້ຜູ້ປ່ວຍຢູ່ໃນສະພາບອາການປົກກະຕິ,ພ້ອມໄດ້ເກັບຕົວຢ່າງອີກ 10 ກໍລະນີຕ້ອງສົງໃສໃນຈຳນວນ 67 ຄົນ ທີ່ໄດ້ພົວພັນກັບກໍລະນີຜູ້ຕິດເຊື້ອດັ່ງກ່າວເພື່ຶອແຍກປ່ຽວ ແລະ ດຳເນີນການຕິດຕາມກວດກາຢ່າງເຂັ້ມງວດ ລວມທັງສະຖານທີ່ ຜູ້ຕິດເຊື້ອໄດ້ໄປສຳພັດເພື່ອດຳເນີນການຂ້າເຊື້ອ ແລະ ປັດຈຸບັນໄດ້ກັກຕົວຜູ້ມີອາການໃກ້ຄຽງ ມາຢູ່ໂຮງໝໍແຂວງຈຳນວນ 18 ຄົນ ແລະຄາດວ່າຈະມີບຸກຄົນໃນກຸ່ມສ່ຽງເພີ້ມຂື້ນອີກ.
ປະຈຸບັນໂຮງໝໍແຂວງຫຼວງພະບາງ ໄດ້ຈັດສັນພື້ນທີ່ເພື່ອຮອງຮັບຄົນເຈັບສະເພາະ ທັງໄດ້ຈັດສັນສະຖານທີ່ກວດ ແລະບໍລິການເພື່ອບໍ່ໃຫ້ປະປົນກັບຄົນເຈັບທົ່ວໄປ, ແຕ່ຍັງມີຄວາມຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນສະຖານທີ່ແອອັດ, ອຸປະກອນການແພດ ແລະບຸກຄະລາກອນບໍ່ພຽງພໍ, ຫຼ້າສຸດ ໄດ້ຮັບການຕອບຮັບ ຈາກລັດຖະບານ ແລະແຂວງແຮກສ່ຽວ ສປ ຈີນ ກັບແຂວງຫຼວງພະບາງ ໂດຍຈະສົ່ງມີທີມແພດສ່ຽວຊານ ຈາກແຂວງຢູນານ ພ້ອມອຸປະກອນການແພດ ມາຊ່ວຍໃນໄວໆນີ້.