ສາທາຄາດຄະເນວ່າໂຄວິດ-19 ຍັງຈະແຜ່ຂະຫຍາຍເປັນວົງກ້ວາງ


ຢູ່ກອງປະຊຸມຖະແຫລງຂ່າວໃນວັນທີ 27 ມີນານີ້, ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກເວົ້າວ່າ: ໃນຕໍ່ຫນ້ານີ້ ເຊື້ອໄວຣັສໂຄວິດ-19 ຍັງຈະສືບຕໍ່ເພີ່ມຂຶ້ນໃນທົ່ວໂລກ, ໂດຍສະເພາະຢູ່ ລາວ ເຮົາເຖິງວ່າຍັງບໍ່ມີຕົວເລກຜູ້ຕິດເຊື້ອເພີ່ມຂຶ້ນກໍຕາມແຕ່ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ອົງການຈັດຕັ້ງພາກລັດ, ເອກະຊົນ, ຊຸມຊົນ, ຄອບຄົວແລິ ທຸກໆຄົນໃຫ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ທີ່ຄະນະສະເພາະກິດໄດ້ແຈ້ງອອກ, ປະຕິບັດດ້ວຍຕົນເອງ ແລະ ຊັກຊວນຜູ້ອື່ນໃຫ້ຮ່ວມເຮັດນໍາເຊັ່ນ: ການປະຕິບັດຫລັກການອະນາໄມ, ປ້ອງກັນການຕິດເຊື້ອຈາກຜູ້ອື່ນ ແລະ ປ້ອງກັນບໍ່ໃຫ້ແຜ່ເຊື້ອໄປໃສ່ຜູ້ອື່ນເປັນຕົ້ນ: ການຢູ່ ໄລຍະຫ່າງກັນ 1 ແມັດ, ຫລີກລ່ຽງອອກໄປສະຖານທີ່ແອອັດ, ຫລີກລ່ຽງການຈັດງານ ຫລື ໄປຮ່ວມງານຕ່າງໆທີ່ມີ ຄົນເຂົ້າຮ່ວມຫລາຍ, ມາລະຍາດໃນການໄອ-ຈາມ, ຫມັ່ນລ້າງມືໃສ່ສະບູ ຫລື ໃຊ້ເຈວລ້າງມື, ອະນາໄມ ສະຖານທີ່ພັກເຊົາ ແລະ ບ່ອນເຮັດວຽກ.
ພ້ອມນີ້, ຄະນະສະເພາະກິດ ຈະການຕິດຕາມສະພາບການຢ່າງໃກ້ຊິດ, ປະເມີນສະຖານະການ ສະເຫນີລັດຖະບານຍົກລະດັບມາດຕະການຕ່າງໆຂື້ນຕາມຄວາມເປັນຈິງ. ຂໍໃຫ້ປະຊາຊົນ ອົງການຈັດຕັ້ງທຸກພາກສ່ວນ ຊ່ວຍເປັນຫູເປັນຕາ ແລະ ສະເຫມີຄໍາຄິດເຫັນເພື່ອສາມັກຄີກັນ ພ້ອມກັນຕ້ານການລະບາດຂອງພະຍາດ COVID-19 ຢູ່ປະເທດເຮົາ, ເຮັດໃຫ້ການແຜ່ເຊື້ອຈໍາກັດຢູ່ໃນວົງແຄບ, ໃຫ້ມີການສູນເສຍຫນ້ອຍເທົ່າທີ່ຈະຫນ້ອຍໄດ້.