ເລີ່ມວາງລາງແລ້ວ! ໂຄງການເສັ້ນທາງລົດໄຟລາວ-ຈີນ
ໃນວັນທີ 27 ມີນານີ້, ບໍລິສັດທາງລົດໄຟລາວ-ຈີນຈໍາກັດໄດ້ຈັດພິທີວາງລາງ, ລາງລົດໄຟເຫຼັກຂະໜາດ 500 ແມັດໄດ້ຖືກວາງລົງຢູ່ທີ່ ໂຄງການເສັ້ນທາງລົດໄຟລາວ-ຈີນ ຕອນນະຄອນຫລວງວຽງຈັນ,ເຊິ່ງເປັນຂີດໝາຍ ສະແດງໃຫ້ເຫັນວ່າໂຄງການເສັ້ນທາງລົດໄຟລາວ-ຈີນໄດ້ກ້າວເຂົ້າສູ່ໄລຍະການວາງລາງລົດໄຟ ຢ່າງເປັນທາງການ ແລະ ເປັນຄວາມຄືບໜ້າທີ່ສຳຄັນໃນວຽກງານການກໍ່ສ້າງຂອງໂຄງການດັ່ງກ່າວ.
ນັບຕັ້ງແຕ່ເລີ່ມກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໃນເດືອນທັນວາປີ 2016 ເປັນຕົ້ນມາ, ບັນດາວິສາຫະກິດລາວ ແລະ ຈີນທີ່ເຂົ້າຮ່ວມການກໍ່ສ້າງໄດ້ຕັ້ງຫນ້າ ພ້ອມທັງຈັດຕັ້ງປະຕິບັດ ຢ່າງສຸດຄວາມສາມາດເພື່ອໃຫ້ບັນລຸເປົ້າຫມາຍຂອງການນໍາສອງປະເທດທີ່ຮ່ວມຕົກລົງກັນ, ໂດຍໄດ້ເອົາໃຈໃສ່ດ້ານຄວາມປອດໄພ ແລະ ຄຸນນະພາບເປັນຫຼັກ, ເອົາຊະນະສະພາບແວດລ້ອມດ້ານ ທໍລະນີສາດທີ່ສັບຊ້ອນ, ສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະສິ່ງທ້າທາຍໃນການປົກປັກ ຮັກສາສິ່ງແວດລ້ອມ. ໃນໄລຍະທ້າຍປີ 2019 ການກໍ່ສ້າງພື້ນຖານວຽກງານໂຍທາທີ່ສຳຄັນໄດ້ສຳ ເລັດ; ໃນໄລຍະບຸນປີໃຫມ່ຈີນ 2020 ກໍໄດ້ສືບຕໍ່ປະຕິບັດວຽກງານຢ່າງຕໍ່ເນື່ອງ ແລະຈັດຕັ້ງກຳມະ ກອນກໍ່ສ້າງຫຼາຍກວ່າ 10.000 ຄົນເພື່ອຕໍ່ສູ້ທັງເວັນແລະຄືນ. ສ່ວນໄລຍະທີ່ປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ທຸກໜ່ວຍງານກໍໄດ້ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດພ້ອມ ທັງໄດ້ຈັດສັນວຽກງານໃຫ້ມີປະສິດທິພາບສູງ ແລະຮັບປະກັນຄວາມຄືບໜ້າຂອງໂຄງການ.
ໂຄງການເສັ້ນທາງລົດໄຟລາວ – ຈີນ ແມ່ນເຊື່ອມຈອດລະຫວ່າງນະຄອນຄຸນໝິງ, ສປ ຈີນ ແລະ ນະຄອນຫຼວງວຽງຈັນ, ສປປ ລາວ, ເປັນໂຄງການພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ແລະ ນະໂຍບາຍ “ຫັນປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດທີ່ເຊື່ອມຕໍ່ອະນຸພາກພື້ນ” ຂອງລາວ, ທັງເປັນໂຄງການມິດຕະພາບລະຫວ່າງລາວ-ຈີນ. ພາຍຫຼັງໂຄງການເສັ້ນທາງລົດ ໄຟລາວ – ຈີນ ສ້າງສຳເລັດ ຈະສ້າງຜົນປະໂຫຍດໃຫ້ປະຊາຊົນສອງຊາດລາວ-ຈີນ ແລະຊຸກຍູ້ ການພັດທະນາເສດຖະກິດ – ສັງຄົມໃນພາກພື້ນ.