ໄທມີຜູ້ເສຍຊີວິດເພີ່ມ 1 ຄົນ ລວມເປັນ 6 ຄົນ, ຍອດຜູ້ຕິດເຊື້ອເປັນ 1.245 ຄົນ
March 28, 2020 - 11:45 AM
ໃນວັນທີ 28 ມີນານີ້, ກະຊວງສາທາລະນະສຸກແຫ່ງປະເທດໄທຖະແຫລງຂ່າວຄວາມຄືບຫນ້າສະຖານະການແຜ່ລະບາດໄວຣັສໂຄວິດ-19 ວ່າ: ປັດຈຸບັນມີຜຸ້ເສຍຊີວິດເພີ່ມ 1 ຄົນລວມເປັນ 6 ຄົນ, ພົບຜູ້ຕິດເຊື້ອເພີ່ມ 109 ຄົນ, ລວມຜູ້ຕິດເຊື້ອສະສົມເປັນ 1.245 ຄົນ, ປິ່ນປົວດີແລ້ວ 100 ຄົນ, ກໍາລັງປິ່ນປົວ 1.139 ຄົນ, ກໍລະນີຜູ້ຕດເຊື້ອຫລາຍທີ່ສຸດແມ່ນກຸ່ມອາຍຸ 20-59 ປີ ແລະ ໂຄວິດ-19 ໄດ້ແຜ່ລາມໄປໃນ 57 ຈັງຫວັດແລ້ວ.