ຄະນະຊ່ຽວຊານແພດໝໍຈີນເດີນທາງມາຮອດນະຄອນຫຼວງວຽງຈັນຊ່ວຍລາວຕ້ານ ແລະ ຄວບຄຸມໂຄວິດ-19
ໃນວັນທີ 29 ມີນານີ້,ຄະນະຊ່ຽວຊານແພດໝໍຕ້ານພະຍາດອອັກເສບປອດໂຄວິດ-19 ຂອງສປຈີນຈຳນວຍ 12 ທ່ານໄດ້ນຳເອົາເຄື່ອງມືອຸປະກອນປິ່ນປົວທີ່ມີມູນຄ່າ 4,17 ລ້ານຢວນ, ຈາກເມືອງຄຸນມິງ,ຢຸນນານ ໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນແລ້ວດ້ວຍຍົນພິເສດຂອງສາຍການບິນ China Eastern ພາຍຫລັງລັດຖະບານລາວປະກາດມີຜູ້ຕິດເຊື້ອພະຍາດ ໂຄວິດ-19ກໍລະນີທຳອິດ ແລະ ໄດ້ຮ້ອງຂໍການຊ່ວຍເຫຼືອຈາກຈີນບໍ່ເຖິງ 5 ວັນ.ມັນສະແດງເຖິງຄວາມຮັກແພງຢ່າງສະຫນິດສະຫນົມຢ່າງແທ້ຈິງໃນທ່າມກາງພະຍຸລົມແດງໃດໆ, ພວກເຮົາກໍຈະບໍ່ຫຼົງລືມກັນໄດ້ຄື: ໃນເວລາທີ່ຈີນຕ້ານກັບການແຜ່ລະບາດຂອງພະຍາດຢ່າງລຳບາກທີ່ສຸດ, ເຖິງວ່າປະເທດລາວເປັນປະເທດດ້ອຍພັດທະນາທີ່ມີປະຊາກອນບໍ່ເຖິງ 7 ລ້ານຄົນ ແລະ ມີຍອດມູນຄ່າເສດຖະກິດບໍ່ເຖິງ 20 ຕື້ໂດລາສະຫະລັດກໍຕາມ, ແຕ່ລາວກໍໄດ້ຊ່ວຍເຫລືອເງິນສົດ 7 ແສນໂດລາສະຫະລັດ ແລະ ວັດຖຸອຸປະກອນປ້ອງກັນພະຍາດຫຼາຍງວດ, ເຊິ່ງເປັນການສະແດງອອກເຖິງ ຄວາມຈິງໃຈຢ່າງສຸດຄວາມສາມາດໃນການຈັດງານກຸສົນທີ່ນະຄອນ ຫຼວງວຽງຈັນທ່ານກາງ ສຽງເພັງຢ່າງອຳມະຕະ: “ຈີນສູ້ໆ! ອູຮັ້ນສູ້ໆ!” ເຊິ່ງເພງນີ້ໄດ້ຄອງອັນດັບໜຶ່ງໃນບັນຊີລາຍຊື່ເພງຕ້ານພະຍາດທີ່ມີຜູ້ຟັງຫຼາຍທີ່ສຸດ. ຜູ້ໃຊ້ອິນເຕີເນັດຂອງຈີນຫລາຍພັນຫລາຍລ້ານໄດ້ມີຄວາມເຫັນວ່າ: “ຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ສະງົບລົງແລ້ວຈະພາກັນເດີນທາງໄປເບິ່ງປະເທດລາວທີ່ສວຍງາມ ແລະ ສຳພັດກັບຈິດໃຈທີ່ມີຄວາມເມດຕາກະລຸນາແບບນີ້ຢ່າງແນ່ນອນ.”


ກ່ອນທີ່ໜ່ວຍຊ່ຽງຊານການແພດຈີນ ເດີນທາງມາຮອດປະເທດລາວ, ລັດຖະບານຈີນໄດ້ໃຫ້ການຊ່ວຍເຫຼືອລາວ ເຊັ່ນ: ຊຸດປ້ອງກັນພະຍາດ 5.000 ຊຸດ, ຜ້າປິດປາກ N95 5.000 ອັນ, ຜ້າປິດປາກການແພດທຳມະດາ 4 ແສນອັນ ແລະ ນ້ຳຢາກວດຫາເຊື້ອພະຍາດ ຈຳນວນໜຶ່ງ, ຢາກວດນິວຄະເລອິກເຊື້ອໄວຣັດ 20.000 ອັນຈາກມູນນິທິແຈກມາໄດ້ສົ່ງໄປຮອດປະເທດລາວແລ້ວ, ອົງການປົກຄອງແຂວງຢຸນນານ, ແຂວງຫູ ນານ ແລະແຫ່ງຕ່າງໆ ພ້ອມດ້ວຍສະມາຄົມພັດທະນາເສດຖະກິດອາຊີຂອງຈີນ, ສະມາຄົມນັກທຸລະກິດຈີນແລະຕ່າງປະເທດ ແລະອົງການຈັດຕັ້ງທາງສັງຄົມ ຕ່າງກໍໄດ້ບໍລິຈາກເງິນແລະອຸປະກອນໃຫ້ປະເທດລາວເປັນຈຳນວນບໍ່ຫນ້ອຍ. ມື້ນີ້ ໜ່ວຍຊ່ຽວຊານການແພດຂອງຈີນບໍ່ພຽງແຕ່ໄດ້ສົ່ງອຸປະກອນປິ່ນປົວມາໃຫ້ລາວເທົ່ານັ້ນ, ຍັງໄດ້ ນຳເອົາກຳລັງແລະປະສົບການຕ້ານພະຍາດຂອງຈີນມານຳອີກ.ເຖິງວ່າພະຍາດຈະຮ້າຍແຮງປານໃດ, ແຕ່ຄວາມຮັກແພງຈະເອົາຊະນະໄດ້.
