ພັກຄອນເຊີເວທີຟ ຍັງມີຄະແນນນຳ ແຕ່ຄາດວ່າສຽງອາດບໍ່ທັງໝົດ

- 96408641 533a9eb6 046f 4727 af82 53a6e8ab99bd - ພັກຄອນເຊີເວທີຟ ຍັງມີຄະແນນນຳ ແຕ່ຄາດວ່າສຽງອາດບໍ່ທັງໝົດ
- kitchen vibe - ພັກຄອນເຊີເວທີຟ ຍັງມີຄະແນນນຳ ແຕ່ຄາດວ່າສຽງອາດບໍ່ທັງໝົດ

- 96405020 16ae3db5 85e5 4e75 ac32 07258fb6077a - ພັກຄອນເຊີເວທີຟ ຍັງມີຄະແນນນຳ ແຕ່ຄາດວ່າສຽງອາດບໍ່ທັງໝົດ

ຜົນ​ການ​ນັບ​ຄະ​ແນນ 7 ຊົ່ວ​ໂມງ​ຫລັງ​ປິດ​ຫີບ​ລົງ​ຄະ​ແນນ ພົບ​ວ່າ​ພັກ​ຄອນ​ເຊີ​ເວທີ​ຟ ຄາດ​ວ່າ​ຈະ​ໄດ້​ຄະ​ແນນ​ຫລາຍ​ທີ່​ສຸດ​ໃນ​ສະພາ, ​ແຕ່​ອາດ​ຈະ​ບໍ່​ໄດ້​ສຽງ​ສ່ວນ​ຫລາຍ​ແບບ​ທັງ​ໝົດ​ຢ່າງ​ທີ່​ຄາດ​ຫວັງ​​ໃນ​ເທື່ອ​ທຳ​ອິດ.

- Visit Laos Visit SALANA BOUTIQUE HOTEL - ພັກຄອນເຊີເວທີຟ ຍັງມີຄະແນນນຳ ແຕ່ຄາດວ່າສຽງອາດບໍ່ທັງໝົດ

ຜົນ​ການ​ນັບ​ຄະ​ແນນ​ຫລ້າ​ສຸດ​ເວລາ 10:53 ​ໂມງ ຕາມ​ເວລາ​ປະ​ເທດ​ລາວ ນັບ​ຄະ​ແນນ​ໄປ​ແລ້ວ 587 ຈາກ 650 ​ເຂດ​ເລືອກ​ຕັ້ງ ພົບ​ວ່າ: ພັກ​ຄອນ​ເຊີ​ເວທີ​ຟ​ໄດ້​ບ່ອນ​ນັ່ງ​ແລ້ວ 281 ບ່ອນ​ນັ່ງ ຫລຸດ​ລົງ 10 ບ່ອນ​ນັ່ງ ພັກ​ເລ​ເບີ​ໄດ້​ບ່ອນ​ນັ່ງ 242 ບ່ອນ​ນັ່ງ ​ເພີ່ມ​ຂຶ້ນ 27 ບ່ອນ​ນັ່ງ, ພັກ​ເອສ​ເອັນ​ພີ 33 ບ່ອນ​ນັ່ງ, ພັກ​ລິ​ເບີຣັລ​ເດ​ໂມ​ແຄຣດ 10 ບ່ອນ​ນັ່ງ ສ່ວນ​ທີ່​ເຫລືອ​ເປັນ​ພັກ​ອື່ນໆ.

 

+ ຄວາມໝັ້ນຄົງເປັນບັນຫາສຳຄັນໃນການເລືອກຕັ້ງອັງກິດ

+ ເກີດເຫດລະເບີດຢູ່ແມນເຊສເຕີຂອງອັງກິດ ມີຜູ້ເສຍຊີວິດ 19 ຄົນ, ບາດເຈັບ 50 ຄົນ

+ ຕຳຫລວດອັງກິດເຜີຍແຜ່ພາບມືລະເບີດແມນເຊສເຕີ

 

ທັງ​ນີ້ ຈາກ​ຄາດ​ຄະ​ເນ​ຜົນ​ການ​ເລືອກ​ຕັ້ງຫລັງ​ປິດ​ຫີບ ທີ່​ສຳ​ຫລວດ​ໂດຍ BBC ຊີ້​ວ່າ: ພັກ​ຄອນ​ເຊີ​ເວທີ​ຟ ຈະ​ໄດ້ 318 ບ່ອນ​ນັ່ງ​ໃນ​ສະພາ, ຂະນະ​ທີ່​ພັກ​ເລ​ເບີ​ໄດ້ 261 ບ່ອນ​ນັ່ງ ​ແລະ ພັກ​ເອສ​ເອັນ​ພີ​ໄດ້ 32 ບ່ອນ​ນັ່ງ.

ສຳລັບ​ພັກ​ຄອນ​ເຊີ​ເວທີ​ຟ ຕົວ​ເລກ​ຕີ​ລາຄາ​ນີ້​ຖື​ວ່າ​ດີກ​ວ່າ​ຜົນສຳ​ຫລວດ, ​ແຕ່​ຍັງ​ຕ່າງ​ຈາກ​ການ​ຄາດ​ໝາຍ​ຕອນ​ນາຍົກລັດຖະມົນຕີ ​ເທ​ເຣຊາ ​ເມ ​ເຊິ່ງປະກາດ​ໃຫ້​ມີ​ການ​ເລືອກ​ຕັ້ງລ່ວງ​ໜ້າ ​ເພາະ​ຕ້ອງການ​ໃຫ້​ພັກ​ມີ​ສຽງ​ເພີ່ມ​ຂຶ້ນ​ໃນ​ລັດຖະສະພາ ​ເພື່ອ​ສະໜັບສະໜູນ​ອຳນາດ​ທັງ​ໝດ​ໃນ​ການ​ເຈລະຈາ​ອອກ​ຈາກ​ສະຫະພາບ​ເອີຣົບ.

ສ່ວນ​ທ່ານ ​ເຈ​ເຣມີ ຄໍ​ບິນ ຫົວໜ້າ​ພັກ​ເລ​ເບີ ​ເຊິ່ງ​ໄດ້​ຮັບ​ການ​ຢືນຢັນ​ແລ້ວ​ວ່າ: ຍັງ​​ໄດ້ເປັນ ສສ ຂອງ​ເຂດ​ອິສລິງ​ຕັນ ນອດ ຕໍ່​ອີກ​ເປັນ​ສະ​ໄໝ​ທີ  9 ​ໄດ້​ອອກ​ມາ​ກ່າວ​ຂອບ​ໃຈ​ຜູ້​ທີ່​ລົງ​ຄະ​ແນນ​ໃຫ້ ​ໃນ​ການ​ເລືອກ​ຕັ້ງທີ່​ມີ​ຜູ້​ມາ​ໃຊ້​ສິດ​ຫລາຍ​ທີ່​ສຸດ​ຂອງ​ເຂດ ນັບ​ແຕ່​ປີ 1951.

- 96408648 gettyimages 693932276 - ພັກຄອນເຊີເວທີຟ ຍັງມີຄະແນນນຳ ແຕ່ຄາດວ່າສຽງອາດບໍ່ທັງໝົດ
ທ່ານ ເຈເຣມີ ຄໍບິນ ຫົວໜ້າພັກເລເບີ ຍັງໄດ້ເປັນ ສສ ຂອງເຂດອິສລິງຕັນ ນອດ ຕໍ່ອີກເປັນສະໄໝທີ 9 ພ້ອມຮຽກຮ້ອງໃຫ້ທ່ານນາງ ເມ ອອກຈາກຕຳແໜ່ງນາຍົກລັດຖະມົນຕີ

ສ່ວນ​ພັກ​ຄອນ​ເຊີ​ເວທີ​ຟ ລະບຸ​ວ່າ: ​ເຖິງ​ວ່າ​ຈະ​ບໍ່​ມີ​ພັກ​ໃດ​ໄດ້​ສຽງ​ສ່ວນ​ຫລາຍ, ​ແຕ່​ທ່ານ​ນາງ ​ເມ ຈະ​ຍັງ​ໄດ້​ເປັນ​ຜູ້​ພະຍາຍາມ​ຈັດຕັ້ງລັດຖະບານ​ກ່ອນ, ສ່ວນ​ຜົນ​ການ​ເລືອກ​ຕັ້ງຢູ່​ເມ​ເດນ​ເຮ​ດ ຊີ້​ວ່າ: ທ່ານນາງ ​ເທ​ເຣຊາ ​ເມ ຍັງ​ສາມາດ​ຮັກສາ​ບ່ອນ​ນັ່ງ ສສ ​ເອົາ​ໄວ້​ໄດ້ ​ໂດຍ​ນາງ​ໄດ້​ກ່າວ​ຂອບ​ໃຈ​ຜູ້​ທີ່​ລົງ​ຄະ​ແນນ​ໃຫ້ ​ເຊິ່ງນາງ​ຮູ້ສຶກ​ເປັນ​ກຽດ​ທີ່​ຈະ​ໄດ້​ຮັບ​ໃຊ້​ປະຊາຊົນ​ຕໍ່.

- 96408649 8142806e 73f3 416a 9155 526a8304570c - ພັກຄອນເຊີເວທີຟ ຍັງມີຄະແນນນຳ ແຕ່ຄາດວ່າສຽງອາດບໍ່ທັງໝົດ
ທ່ານ ນິກ ເຄລັກ ອະດີດຫົວໜ້າພັກ ເສຍໄຊການເລືອກຕັ້ງໃນເຂດເຊບຟິດ ຮາວແລມ

ສ່ວນ​ພັກ​ລິ​ເບີຣັລ ​ເດ​ໂມ​ແຄຣດ ທ່ານ ນິກ ​ເຄລັກ ອະດີດ​ຫົວໜ້າ​ພັກ ​ເສຍ​ໄຊ​ການ​ເລືອກ​ຕັ້ງ​ໃນ​ເຂດ​ເຊ​ຟຟິດ ຮາວ​ແລມ ​ໃຫ້​ທ່ານ ຈາ​ເຣດ ​ໂອ​ມາຣາ ຈາກ​ພັກ​ເລ​ເບີ ​ໂດຍ​ທ່ານ​ອອກ​ມາ​ກ່າວ​ຫລັງ​ຮູ້​ຜົນ​ຄະ​ແນນ​ວ່າ: ສະຫະຣາຊະ​ອານາຈັກ​ກຳລັງ​ຢູ່​ໃນ​ສະພາບ​ແຕກ​ແຍກ ​ແລະ ​ແບ່ງ​ຂົ້ວ ​ເຊິ່ງທ່ານ​ຄາດ​ວ່າ: ສະພາ​ຊຸດ​ນີ້​ຈະ​ຜະ​ເຊີນ​ກັບ​ວຽກ​ທີ່​ຍາກ​ຂຶ້ນ ​ເພື່ອ​ຕັ້ງລັດຖະບານ​ທີ່​ເໝາະ​ສົມ, ສ່ວນ​ທ່ານ ທິມ ຟາຣອນ ຫົວໜ້າ​ພັກ​ລິ​ເບີຣັລ ​ເດ​ໂມ​ແຄຣດ ຢູ່​ລະຫວ່າງ​ການ​ນັບ​ຄະ​ແນນ​ໃໝ່​ໃນ​ເຂດ​ເວສມໍ​ແລນ ​ແອນ ລອນ​ເດລ.

- 5 - ພັກຄອນເຊີເວທີຟ ຍັງມີຄະແນນນຳ ແຕ່ຄາດວ່າສຽງອາດບໍ່ທັງໝົດ
- 3 - ພັກຄອນເຊີເວທີຟ ຍັງມີຄະແນນນຳ ແຕ່ຄາດວ່າສຽງອາດບໍ່ທັງໝົດ
- 4 - ພັກຄອນເຊີເວທີຟ ຍັງມີຄະແນນນຳ ແຕ່ຄາດວ່າສຽງອາດບໍ່ທັງໝົດ