7 ຂໍ້ຫ້າມທີ່ສຳຄັນທາງກະຊວງສາທາລະນະສຸກ ຂອງຫວຽດນາມກ່າວເຕືອນ
March 29, 2020 - 8:44 PM
- ບໍ່ໃຫ້ເຕົ້າໂຮມ: ຈຳກັດສຸດຂິດການເຕົ້າໂຮມກັນແຕ່ເວລາ 00 ໂມງ ຂອງວັນທີ 28 ມີນາ ຈົນໝົດວັນທີ 15 ເມສາ 2020.
- ຢຸດຕິຈັດກອງປະຊຸມ: ເປັນເວວລາຢ່າງໜ້ອຍ 2 ອາທິດທີ່ຈະມາເຖີງນີ້ ແມ່ນໃຫ້ຢຸດຕິການຈັດກອງປະຊຸມທຸກລະດັບ ທີ່ມີຈຳນວນພົນແຕ່ 20 ຄົນຂຶ້ນເມືອ. ຢຸດຕິຢ່າງຂາດຕົວງານປະເພນີ, ສາສະໜາຕ່າງໆ, ຫ້າມບໍ່ໃຫ້ເຕົ້າໂຮມກັນຫຼາຍກວ່າ 10 ຄົນຂຶ້ນເມືອຢູ່ໃນຫ້ອງການ, ໂຮງຮຽນ ແລະ ໂຮງໝໍ.
- ປິດການບໍລິການທີ່ບໍ່ຈຳເປັນເຊັ່ນ: ຮ້ານອົບນວດ, ຮ້ານບາ ບັນເທີງ, ສະຖານທີ່ທ່ອງທ່ຽວ, ໂຮງຮູບເງົາ…ຍົກເວັ້ນການບໍລິການດ້ານອາຫານການກິນ, ຢາປົວພະຍາດ, ຫ້ອງກວດ ແລະ ປິ່ນປົວພະຍາດ
- ຢຸດຕິຊົ່ວຄາວ ຫຼື ຈຳກັດການແລ່ນລົດຂົນສົ່ງສາທາລະນະ
- ປັບປ່ຽນແບບແຜນວິທີເຮັດວຽກ ຫັນໄປສູ່ທາງອອນລາຍແທນ ແລະ ຮູບການອື່ນໆທີ່ເໝາະສົມ ເພື່ອປ້ອງກັນການຕິດເຊື້ອພະຍາດ.
- ປະຕິບັດຢ່າງເຄັ່ງຄັດມາດຕະການຫ້າມບໍ່ໃຫ້ເຕົ້າລວມກັນຫຼາຍຄົນ.
- ປະຊາຊົນຈົ່ງມີຄວາມອຸ່ນອຽນທຸ່ນທ່ຽງ ຢ່າແຕກຕື່ນ, ເຊື່ອໝັ້ນ ແລະ ໃຫ້ການຮ່ວມມືມາດຕະການປ້ອງກັນ, ຕ້ານ ແລະ ສະກັດກັ້ນພະຍາດຂອງລັດຖະບານ.