ທີມແພດຈີນ ເລີ່ມປະຕິບັດວຽກງານຮ່ວມກັບລາວໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19

ພາຍຫລັງທີ່ທີມແພດຈາກ ສປ ຈີນ ໄດ້ເດີນທາງມາເຖິງ ສປປ ລາວໃນວັນທີ 29 ມີນາ ນີ້, ກໍໄດ້ມີການປະຊຸມຮ່ວມກັບ ໜ່ວຍງານສາທາລະນະສຸກຂອງລາວ ເພື່ອຫາລືວາງແຜນປິ່ນປົວຜູ້ຕິດເຊື້ອໂຄວິດ-19 ໃຫ້ວ່ອງໄວ, ໂດຍການເປັນປະທານຂອງ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງ ສາທາລະນະສຸກ ແລະ ທ່ານໄດ້ມີຄຳເຫັນຕໍ່ໜ່ວຍງານແພດດັ່ງກ່າວວ່າ: ປັດຈຸບັນຢູ່ ສປ ລາວ ໄດ້ມີຜູ້ຕິດເຊື້ອໂຄວິດ-19 ແລ້ວ 8 ຄົນ, ໃນນັ້ນຢູ່ ນະຄອນຫລວງວຽງຈັນມີ 5 ຄົນ ແລະ ຫລວງພະບາງ 3 ຄົນ, ນອກນັ້ນ ຍັງໄດ້ສຸມໃສ່ຕິດຕາມຜູ້ສົງໃສອີກ 100 ກ່ວາຄົນ, ສະນັ້ນ ເພື່ອ ຄວບຄຸມ ແລະ ແກ້ໄຂພະຍາດນີ້ ໃຫ້ໄວທີ່ສຸດ, ພວກເຮົາ ຈຶ່ງຕ້ອງໄດ້ມີການວາງແຜນໃຫ້ລະອຽດຄື: ເບິ່ງຄືນມາດຕະການຄວບຄຸມການລະບາດ ໃນຜ່ານມາມີຄວາມເຫມາະສົມແລ້ວບໍ່ເປັນຕົ້ນ: ການປິດບ້ານ, ປິດປະເທດ, ເພື່ອຄວບຄຸມການລະບາດໃຫ້ເປັນວົງແຄບບໍ່ແຜ່ລາມອອກໄປເປັນວົງກ້ວາງ, ການວິເຄາະຢັ້ງຢືນພະຍາດ: ຖ້າພວກເຮົາຈະເລັ່ງໃສ່ກວດແຕ່ກໍລະນີສົງໃສ ຫລື ຈະກວດແຕ່ກຸ່ມຄົນໃດຫນຶ່ງເທົ່ານັ້ນແມ່ນບໍ່ພຽງພໍ ແລະ ການຄຸ້ມຄອງກໍລະນີຄົນເຈັບໄປປິ່ນປົວຢູ່ໂຮງໝໍຖືກຕ້ອງແລ້ວບໍ່ ຫລື ມີຢາໃໝ່,ວິທີການໃໝ່, ການຂ້າເຊື້ອຢູ່ສະຖານທີ່ຕ່າງໆ ຄວນຈັດຕັ້ງປະຕິບັດແນວໃດ, ນໍ້າຢາທີ່ເຮົາໃຊ້ມີຄວາມເຫມາະສົມບໍ່ ແລະ ການວາງແຜນຮັບມືໃນຕໍ່ໜ້າສຳລັບດ້ານອຸປະກອນຄວນມີແນວໃດ ທີ່ຈະກ້າວໄປຂັ້ນ 3 ແລະ ຂັ້ນ 4ຕໍ່ໆໄປ.
ຫົວໜ້າພະແນກຄຸ້ມຄອງບໍລິຫານການແພດ ຄະນະກຳມະການສາທາລະນະສຸກ ແຂວງ ຢຸນນານ ໃຫ້ຮູ້ວ່າ: ສປ ຈີນ ໄດ້ສົ່ງໜ່ວຍງານແພດ ມາຊ່ວຍເຫລືອ ສປປ ລາວ, ໃນການສະກັດກັ້ນ, ປ້ອງກັນ ແລະຄວບຄຸມເຊື້ອໂຄວິດ-19 ທີ່ກຳລັງລະບາດຢູ່ປັດຈຸບັນ, ໂດຍມີທີມແພດທັງຫມົດຫລາຍກ່ວາ 10 ຄົນ. ໂດຍຈະຊ່ວຍການກວດວິໄຈເຊື້ອ, ປິ່ນປົວ, ວາງແຜນ ແລະ ອື່ນໆ ເພື່ອສະກັດກັ້ນ ແລະ ຢັບຢັ້ງພະຍາດນີ້ໃຫ້ໄດ້ໄວທີ່ສຸດ.