ອາຟຣິກາເລີ່ມໂຫດໃຊ້ປືນຂູ່ປະຊາຊົນບໍ່ກັກຕົວຄຸມໄວຣັສ
March 30, 2020 - 12:29 PM
ຫລັງຈາກບໍ່ມີໂຣກມາໄດ້ໄລຍະໜຶ່ງ ຕອນນີ້ໂຄວິດ-19 ກຳລັງໂຈມຕີອາຟຣິກາຢ່າງໜັກຂຶ້ນ, ການລະບາດຂອງໂຄວິດ-19 ເລີ່ມກະຈາຍເຂົ້າສູ່ທະວີບອາຟຣິກາຢ່າງວ່ອງໄວ ຫລາຍປະເທດມີຜູ້ຕິດເຊື້ອເປັນຈຳນວນຫລາຍແລ້ວ ແລະ ມີການກັກຕຸນອາຫານ ແລະ ໃຊ້ກຳລັງຮຸນແຮງໃນການຄວບຄຸມປະຊາຊົນ
ເຊັ່ນຢູ່ການາປະຊາຊົນໄປລຽນແຖວຊື້ເຄື່ອງຈຳເປັນມາກັກຕຸນໄວ້ ແລະ ຢູ່ອາຟຣິກາໃຕ້ຕຳຫລວດໃຊ້ວິທີຮຸນແຮງໃນການບັງຄັບໃຊ້ຄຳສັ່ງກັກກັນເຊັ່ນ: ໃຊ້ປືນຍົກຂຶ້ນຂູ່ປະຊາຊົນ ແລະ ໃຊ້ກຳລັງບຸກເຂົ້າໄປກວດເຮືອນ ແລະ ຢູ່ເກນຢາຕຳຫລວດຍິງແກັສນ້ຳຕາໄລ່ປະຊາຊົນທີ່ຍັງອອກມາໂດຍສານເຮືອຂ້າມຟາກ ທັງໆທີ່ມີຄຳສັ່ງຫ້າມແລ້ວ.