ໄນຈີເຣຍປະກາດປິດປະເທດ 2 ອາທິດ ຫລັງຈຳນວນຜູ້ຕິດເຊື້ອໂຄວິດ-19 ບັນລຸ 97 ຄົນ
March 30, 2020 - 12:40 PM
ປະທານາທິບໍດີ ມູຮຳມາດູ ບູຮາຣີ ຂອງໄນຈີເຣຍ ປະກາດມາດຕະການຄຸມເຂັ້ມການເຄື່ອນຍ້າຍຂອງປະຊາຊົນພາຍໃນປະເທດ ພ້ອມສັ່ງປິດທຸລະກິດ ແລະ ສຳນັກງານໃນເມືອງໃຫຍ່ເຊັ່ນ: ລາກອສ ແລະ ອາບູຈາ ລວມທັງລັດໂອກູນ ເປັນເວລາ 2 ອາທິດ ໂດຍຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 30 ມີນາເປັນຕົ້ນໄປ.
ມາດຕະການດັ່ງກ່າວຖືເປັນຄວາມພະຍາຍາມຫລ້າສຸດຂອງໄນຈີເຣຍໃນການສະກັດກັ້ນການແຜ່ລະບາດພາຍໃນປະເທດ ຫລັງຈາກທາງການໄນຈີເຣຍໄດ້ສັ່ງປິດຊາຍແດນ ແລະ ໂຈະຖ້ຽວບິນພາຍໃນປະເທດມາແລ້ວກ່ອນໜ້ານີ້.