ພະລາຊານີຂອງແອັດສະປາຍເສຍຊີວິດຍ້ອນ ໂຄວິດ-19

ພະລາຊານີຂອງແອັດສະປາຍເສຍຊີວິດຍ້ອນ ໂຄວິດ-19 - ll - ພະລາຊານີຂອງແອັດສະປາຍເສຍຊີວິດຍ້ອນ ໂຄວິດ-19
ພະລາຊານີຂອງແອັດສະປາຍເສຍຊີວິດຍ້ອນ ໂຄວິດ-19 - kitchen vibe - ພະລາຊານີຂອງແອັດສະປາຍເສຍຊີວິດຍ້ອນ ໂຄວິດ-19

ລູກເມືອງພວນ

ພະລາຊານີ Teresa, ອາຍຸ 86 ປີ ໃນເຊື້ອເຈົ້າ Bourbon-Parma ຢູ່ໃນແອັດສະປາຍ ແລະ ເປັນສະມາຊິກຄົນທຳອິດໃນລາດຊະວົງຂອງໂລກມີ່ເວຍຊີວິດຍ້ອນໂຄວິດ-19.

ພະລາຊານີຂອງແອັດສະປາຍເສຍຊີວິດຍ້ອນ ໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ພະລາຊານີຂອງແອັດສະປາຍເສຍຊີວິດຍ້ອນ ໂຄວິດ-19
ພະລາຊານີຂອງແອັດສະປາຍເສຍຊີວິດຍ້ອນ ໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ພະລາຊານີຂອງແອັດສະປາຍເສຍຊີວິດຍ້ອນ ໂຄວິດ-19

ເຈົ້າຊາຍ Sixto Enrique de Borbon, ເຈົ້າຍິງ Aranjuez ແລະ ນ້ອງຊາຍຂອງພະລາຊານີຂຽນລົງໃນ ເຟສບຸກໃນວັນທີ 27ມີນານີ້ວ່າ: “ເອື້ອຍຂອງຂ້ອຍຊື່ວ່າ Maria Teresa de Borbon Parma ແລະBorbon Busset ໄດ້ກາຍເປັນຜູ້ເຄາະຮ້າຍຂອງໂຄວິດ-19, ໄດ້ເສຍຊີວິດຢູ່ທີ່ ປາຣີ ໃນມື້ນີ້ເອງ, ອາຍຸໄດ້ 80 ປີ”.

ພະລາຊານີເປັນສະມາຊິກຂອງ Bourbon-Parma ຊຶ່ງເປັນເຊື້ອເຈົ້າທີ່ດົນນານທີ່ສຸດຢູ່ໃນເອີຣົບ. ພະຍານາງສິ້ນພະຊົນ ພາຍຫຼັງເຈົ້າຊີວິດຂອງແອັດສະປາຍ Felipe VI ເປັນນ້ອງຊາຍແນວຂອງພະຍານາງ ຖືກຢືນຢັນວ່າຕິດເຊື້ອໄວຣັສໂຄວິດ-19.

ພະລາຊະນີກຳເນີດເມື່ອວັນທີ 28 ເດືອນກໍລະກົດ ປີ 1933 ຢູ່ທີ່ ປາຣິີ ແລະ ໄດ້ສຶກສາຮໍ່າຮຽນຢູ່ທີ່ນີ້. ພະຍານາງເຄີຍເປັນອາຈານສອນຢູ່ທີ່ມະຫາວິທະຍາໄລ Sorbonne ໃນປາຣີ ແລະ ເປັນສາດສະດາຈານສອນວິທະຍາການສັງຄົມສາດທີ່ມະຫາວິທະຍາໄລ Complutense ຢູ່ Madrid ຂອງແອັດສະປາຍ.

ພະລາຊະນີ Teresa ຢູ່ເປັນໂສດຈົນເຖິງມື້ແກ່ກຳ. ງານຊາປານາກິດສົບຂອງພະຍານາງຈັດຂຶ້ນໃນມື້ວັນທີ 27 ມີນາປ່ານມານີ້.

ຕົ້ນອາທິດນີ້, ເຈົ້າຊາຍຂອງ ອັງກິດ Charles, ອາຍຸ 71 ປີ ກໍຖືກຢືນຢັນວ່າເປັນຜູ້ຕິດເຊື້ອໄວຣັດໂຄວິດ-19 ເຊັ່ນດຽວກັນ ແຕ່ອາການຍັງເບົາບາງ, ສຸຂະພາບກໍຍັງປົກກະຕິ ແລະ ເຮັດວຽກຢູ່ກັນພະລາດຊະວັງ. ແມ່ຂອງເຈົ້າຊາຍຊື່ ພະມະເຫສີ Elizabeth II ຍັງມີສຸຂະພາບແຂງແຮງດີ ເຖິງແມ່ນວ່າ  ພະບຸດດາຂອງທ່ານຈະຕິດເຊື້ອກໍຕາມ./.

ພະລາຊານີຂອງແອັດສະປາຍເສຍຊີວິດຍ້ອນ ໂຄວິດ-19 - 4 - ພະລາຊານີຂອງແອັດສະປາຍເສຍຊີວິດຍ້ອນ ໂຄວິດ-19
ພະລາຊານີຂອງແອັດສະປາຍເສຍຊີວິດຍ້ອນ ໂຄວິດ-19 - 3 - ພະລາຊານີຂອງແອັດສະປາຍເສຍຊີວິດຍ້ອນ ໂຄວິດ-19
ພະລາຊານີຂອງແອັດສະປາຍເສຍຊີວິດຍ້ອນ ໂຄວິດ-19 - 5 - ພະລາຊານີຂອງແອັດສະປາຍເສຍຊີວິດຍ້ອນ ໂຄວິດ-19
  • 1097 Posts
  • 0 Comments
iLike/LPN/20