ຊາອຸດິດ ອາຣະບີ ຈັບກຸມກັກຕຸນ ຜ້າອັດປາກກວ່າ 5 ລ້ານອັນ
ສຳນັກຂ່າວເອັສພີເອຂອງທາງການຊາອຸດິດ ອາຣະບີ ຖະແຫລງວ່າ: ກະຊວງການຄ້າຢຶດຜ້າອັດປາກ 1,17 ລ້ານອັນໄດ້ຈາກຮ້ານຄ້າແຫ່ງໜຶ່ງໃນເມືອງຮາອິລ ທາງຕາເວັນຕົກສຽງເໜືອຂອງນະຄອນຫລວງຣິຍາດ ຫລັງຈາກວັນທີ 25 ມີນາ ເຈົ້າໜ້າທີ່ຢຶດຜ້າອັດປາກໄດ້ຫລາຍກວ່າ 4 ລ້ານອັນຈາກໂຮງງານແຫ່ງໜຶ່ງໃນເມືອງເຈດດາທາງຕາເວັນຕົກຂອງປະເທດ ຂໍ້ຫາຝ່າຝືນກົດໝາຍການຄ້າ.
ກະຊວງດັ່ງກ່າວຖະແຫລງວ່າ: ຜູ້ທີ່ຢູ່ເບື້ອງຫລັງຈະຖືກດຳເນີນຄະດີ, ສ່ວນຜ້າອັດປາກທີ່ຢຶດໄດ້ຈະນຳໄປກະຈາຍໃນຕະຫລາດຕໍ່ໄປ.
ທັງນີ້ ຮ້ານຂາຍຢາໃນປະເທດກຳລັງປະສົບບັນຫາຂາດເຂີນຜ້າອັດປາກ ໃນໄລຍະທີ່ປະຊາຊົນກຳລັງແຫ່ໄປຊື້, ສ່ວນທາງການເຕືອນບໍ່ໃຫ້ຂຶ້ນລາຄາ.
ຊາອຸດິດ ອາຣະບີ ບໍ່ຕ່າງຈາກບັນດາປະເທດທີ່ຕ້ອງພະຍາຍາມຄວບຄຸມການແຜ່ລະບາດຂອງໂຣກໂຄວິດ-19 ໃນປະເທດ ມາຮອດປັດຈຸບັນມີຜູ້ຕິດເຊື້ອແລ້ວຫລາຍກວ່າ 1.200 ຄົນ ຫລາຍທີ່ສຸດໃນອ່າວເປີເຊຍ ເສຍຊີວິດແລ້ວ 4 ຄົນ, ລັດຖະບານຕ້ອງສັ່ງເຄີຟິວບາງສ່ວນທົ່ວປະເທດ ຫ້າມເຂົ້າ-ອອກນະຄອນຫລວງຣິຍາດ ແລະ ສອງເມືອງສັກສິດຂອງອິດສະລາມ ລວມທັງເດີນທາງຂ້າມແຂວງ.