ຕົກງານທັງອົງກອນ AUF ປະກາດເລີກຈ້າງຄູຝຶກ ແລະ ທີມງານກວ່າ 400 ຄົນ
March 30, 2020 - 4:27 PM
ສະມາຄົມກິລາບານເຕະອຸລຸກວາຍ ຫຼື AUF ໄດ້ປະກາດຍົກເລີກສັນຍາ ຄູຝຶກຂອງທີມຄື ອ໊ອດສະກາ ຕາບາເຣັດ, ທີມຜູ້ຊ່ວຍຄູຝຶກ ແລະ ບຸກຄະລາກອນພາຍໃນທີມລວມກວ່າ 400 ຄົນ ສາເຫດເພາະມີບັນຫາການເງິນ ເນື່ອງຈາກບໍ່ມີລາຍການແຂ່ງຂັນ ພ້ອມຜູ້ສະໜັບສະໜູນຕ່າງໆກໍທະຍອຍຖອນຕົວເກືອບທັ້ງໝົດ ຫຼັງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19.
ສຳລັບປະເທດອຸລຸກວາຍ ມີຜູ້ຕິດເຊື້ອໄວຣັສໂຄວິດ-19 ຫຼາຍກວ່າ 300 ຄົນ ແລະ ເສຍຊີວິດ 1 ຄົນ, ເຮັດໃຫ້ບານເຕະລີກຕ້ອງຢຸດການແຂ່ງຂັນ ສ່ວນທາງສະມາຄົມກິລາບານເຕະອຸລຸກວາຍ ຕ້ອງໄດ້ແບກຮັບບັນຫາການເງິນຢ່າງ ໜັກ ແລະ ຫຼ້າສຸດໄດ້ອອກມາຖະແຫຼງວ່າ: ເນື່ອງຈາກວິກິດຈາກ ໂຄວິດ-19 ແລະ ບັນຫາລາຍໄດ້ຂອງສະມາຄົມໃນປັດຈຸບັນ ເຮັດໃຫ້ຄະນະກຳມະການບໍລິຫານຕ້ອງກັງວົນ ແລະ ປະຊຸມຫາທາງແກ້ໄຂ, ສຸດທ້າຍແລ້ວຈຳເປັນຕ້ອງຕັດສິນໃຈເຮັດແບບນີ້ ເພື່ອປົກປ້ອງການເຮັດວຽກ ແລະ ຮັກສາສະມາຄົມເອົາໄວ້ກ່ອນ.