ເຕັກນິກງ່າຍໆການປູກຜັກບົ້ງໃຫ້ເຕີບໃຫຍ່ໄວ
ຜັກບົ້ງເປັນຜັກຊະນິດຫນຶ່ງທີ່ໃຫ້ຄຸນປະໂຫຍດຫລາຍຢ່າງໂດຍສະເພາະໃຊ້ເປັນອາຫານໄດ້ຫລາກຫລາຍຮູບແບບເຊັ່ນ: ລວກ ,ຂົ້ວ ,ກັບຕໍາສົ້ມ ແລະ ອື່ນໆອີກ, ພ້ອມນີ້ຍັງໃຫ້ວິຕາມິນທາງໂພຊະນາການສູງ, ຜັກບົ້ງສາມາດບໍລິໂພກໄດ້ທັງດິບ ແລະ ສຸກ.

ຜັກບົ້ງເປັນຜັກທີ່ປູກງ່າຍ ,ຈະເລີນເຕີບໂຕໄວ ຂຶ້ນໄດ້ດີໃນດິ້ນທຸກຊະນິດ, ມັກດິນຊຸ່ມຊື່ນແຕ່ຕ້ອງໄດ້ຮັບແສງແດດຢ່າງເຕັມທີ່ຕະຫລອດມື້ຈິ່ງຈະດີ, ເປັນຜັກທີ່ມີອາຍຸຫລາຍປີ ແລະ ປູກໄດ້ຕະຫລອດປີໄລຍະເວລາຕັ້ງແຕ່ເລີ່ມຕົ້ນຈົນຮອດມື້ເກັບກ່ຽວປະມານ 25-30 ມື້. ການກຽມດິນ ເນື່ອງຈາກວ່າຜັກບົ້ງເປັນພືດທີ່ມີລະບົບຮາກຕົ້ນໃນການກຽມດິນຄວນໄຖຕາກແດດໄວປະມານ 15-30 ມື້ແລ້ວດໍາເນີນການໄຖພູນ ແລະ ເຮັດຫນານຂະຫນາດ 1,5-2 ແມັດ, ຍາວ 10-15 ແມັດ ຈົ່ງທາງຍ່າງລະຫວ່າງຫນານ 40-50 ຊັງຕີແມັດເພື່ອສະດວກໃນການດູແລຮັກສາ ການ ໃສ່ຝຸ່ນຄອກຂີ້ຫມູ, ຂີ້ເປັດ, ຂີ້ໄກ່, ຂີ້ງົວ, ຂີ້ຄວາຍ ຫລື ຝຸ່ນບົ່ມທີ່ລະລາຍຕົວດີແລ້ວຄົນລົງໄປໃນດິນ, ສັບດິນໃຫ້ລະອຽດພໍສົມຄວນ, ປັບຫນ້າຫນານໃຫ້ລຽບສະເຫມີກັນ ຢ່າໃຫ້ເປັນຂຸມເປັນບວກແກ່ນຜັກບົ້ງຈະບໍ່ຂຶ້ນສະຫມໍ່າສະເຫມີທັງຫມົດໃນຫນານຖ້າດິນປູກເປັນກົດຄວນໃສ່ປູນຂາວເພື່ອປັບລະດັບ pH ຂອງດິນໃຫ້ສູງຂຶ້ນ.
ວິທີປູກ ກ່ອນປູກແນວພັນຜັກບົ້ງໄປແຊ່ນໍ້າລົ້ນ 6-12 ຊົ່ວໂມງເພື່ອໃຫ້ແກ່ນຜັກບົ້ງດູດຊັບນ້ຳເຂົ້າໄປໃນແກ່ນ ເຮັດໃຫ້ແກ່ນຜັກບົ້ງອອກໄວ້ຂຶ້ນ ແລະສະຫມໍ່າສະເຫມີກັນດີແກ່ນຜັກບົ້ງທີ່ຢູ່ໃນນ້ຳຈະເປັນແນວພັນທີ່ບໍ່ສົມບູນ, ບໍ່ຄວນນ້ຳມາເຮັດແນວພັນເຖິງແມ່ນວ່າຈະເຮັດໄດ້ແຕ່ຈະບໍ່ສົມບູນອາດຈະເປັນແຫລ່ງເຮັດໃຫ້ເກີດໂລກລະບາດໄດ້ງ່າຍ ,ແນວພັນທີ່ດີຕ້ອງບໍ່ຢູ່ໃນນໍ້ານໍ້າມາຫວ່ານໃຫ້ທົ່ວຫນານໃຫ້ແກ່ນຫ່າງກັນເລັກນ້ອຍຈາກນັ້ນກໍ່ນໍາເອົາດິນລ້ວນ ຫລືຂີ້ເຖົ່າ ,ແກບດໍາຫວ່ານົກແກ່ນຜັກບົ້ງຫນາປະມານ 0,5 ຊັງຕີແມັດ ,ແຕ່ຖ້າບ່ອນທີ່ປູກນັ້ນມີເສດເພື່ອງຈະໃຊ້ເຟືອງປົກຫນານຢູ່ບາງໆເພື່ອຊ່ວຍເກັບ ຮັກສາຄວາມຊຸ່ມຊື່ນຂອງດິນແຕ່ບໍ່ຄວນໃຫ້ດິນແຫນ້ນເກີນໄປຫົດນໍ້າດ້ວຍບົວຫົດນໍ້າຫລືໃຊ້ສາຍຢາງມັດຕິດກັບຫົວຝັກບົວຫົດນໍ້າໃຫ້ຄວາມຊຸ່ມຊື່ນແກ່ໆ ນານຜັກບົ້ງທຸກມື້ໆລະ 1-2 ເທື່ອ, ເຮັດແບບນີ້ປະມານ 2-3 ມື້ຜັກບົ້ງກໍຈະອອກເປັນຕົ້ນ.
ການໃຫ້ນ້ຳ ຜັກບົ້ງເປັນພືດທີ່ມັກດິນປູກທີ່ຊຸ່ມຊື່ນແຕ່ບໍ່ຢຽກຈົນມີນ້ຳຂັງ ສະນັ້ນຄວນຫົດນ້ຳຜັກບົ້ງຢູ່ສະເຫມີທຸກມື້ໆລະ 1-2 ເທື່ອ ຍົກເວັ້ນໄລຍະທີ່ ຝົນຕົກ, ຢ່າໃຫ້ຫນານປູກຜັກບົ້ງຂາດນໍ້າເພາະຈະເຮັດໃຫ້ຜັກບົ້ງຢຸດສະງັກການຈະເລີນເຕີບໂຕ, ຄຸນນະພາບບໍ່ດີ, ຕົ້ນແຂງກະດ້າງ, ຫນຽວບໍ່ເປັນຕາ ຮັບປະທານ ແລະ ເກັບກ່ຽວໄດ້ຊ້າກວ່າປົກກະຕິ.
ການໃສ່ຝຸ່ນ ຜັກບົ້ງເປັນຜັກທີ່ບໍລິໂພກໃບ ແລະ ຕົ້ນ, ມີອາຍຸໃນການເກັບກ່ຽວສັ້ນ, ຖ້າດິນປູກມີຄວາມອຸດົມສົມບູນ ຫລື ມີການໃສ່ຝຸ່ນຄອກເຊັ່ນ: ຂີ້ຫມູ, ຂີ້ເປັດແລະຂີ້ໄກ່ເປັນຕົ້ນ ເຊິ່ງຝຸ່ນຄອກດັ່ງກ່າວເປັນຝຸ່ນທີ່ມີໄນໂຕເຈນສູງຢູ່ແລ້ວບໍ່ຈໍາເປັນຕ້ອງໃສ່ປຸ໋ຍເຄມີກໍໄດ້ ແຕ່ຖ້າດິນປູກບໍ່ອຸດົມສົມບູນ ປານໃດນອກຈາກໃຫ້ຝຸ່ນຄອກແລ້ວຄວນມີການໃສ່ປຸ໋ຍທາງໃບທີ່ມີໄນໂຕເຈນສູງໂດຍຫວ່ານຸຍກະຈາຍທົ່ວທັງຫນານກ່ອນປູກແລະຫລັງປູກຜັກບົ້ງໄດ້ ປະມານ 7-10 ມື້ ເຊິ່ງການໃຫ້ປຸ໋ຍເທື່ອທີ່ 2 ນັ້ນ, ຫລັງຈາກຫວ່ານຜັກບົ້ງລົງຫນານແລ້ວຈະຕ້ອງມີການຫົດນຫນານປູກຜັກບົ້ງທັນທີ ຢ່າໃຫ້ປຸ໋ຍຄ້າງຢູ່ ຕາມໃບຈະເຮັດໃຫ້ຜັກບົ້ງໃບໄຫມ້ໃນການໃສ່ປຸ໋ຍເຄມີຄັ້ງທີ 2 ນັ້ນຈະໃຊ້ວິທີການລະລາຍນໍ້າຫົວ 3-5 ມີເທື່ອໃດກໍໄດ້ໂດຍໃຊ້ອັດຕາສ່ວນປຸ໋ຍຢູ່ ເຣຍ 10ກຣາມຕໍ່ 20 ລິດຈະເປັນການຊ່ວຍໃຫ້ຜັກບົ້ງຈະເລີນເຕີບໂຕ ແລະ ເກັບກ່ຽວໄດ້ໄວ້ຂຶ້ນ.
ການເກັບກ່ຽວ ເມື່ອຜັກບົ້ງໄດ້ປະມານ 20-30 ມື້ກໍສາມາດເກັບກ່ຽວໄດ້ແລ້ວ ແລະ ການເກັບກ່ຽວນີ້ເຮົາສາມາດຕັດໃຫ້ເຫລືອໃບຕິດກັບຕົ້ນ ໄວ້ 2 ໃບ, ໃສ່ຝຸ່ນຄອກລຸງຕໍ່ໄປຜັກບົ້ງຈະສາມາດແຕກໃບໃຫ້ຕັດໃຫມໄດ້ອີກ 2-3 ເທື່ອ ແຕ່ສໍາລັບຜູ້ທີ່ຈະປູກເພື່ອຈໍາຫນ່າຍກໍ່ຄວນຫລົກ ອອກທັງຕົ້ນທັງຮາກມັດລວມກັນເປັນກໍາຈາກນັ້ນນໍາໄປຈໍາຫນ່າຍໄດ້ເລີຍ.