ການລະບາດໂຄວິດຈະເຮັດປະຊາກອນໂລກ ຂາດເຂີນອາຫານຢ່າງຮຸນແຮງ


ວັນທີ 31 ມີນານີ້, ການລະບາດພະຍາດອັກເສບປອດໂຄວິດ-19 ອາດເຮັດໃຫ້ປະຊາກອນໂລກຜະເຊີນກັບການຂາດເຂີນສະບຽງອາຫານປະຈໍາວັນ ພາຍຫລັງອົງການສາກົນ ແລະ ຜູ້ຊ່ຽວຊານດ້ານອາຫານພົບສັນຍານລະບົບຕ່ອງໂສ້ການສະໜອງອາຫານທົ່ວໂລກເລີ່ມສັ່ນຄອນ ຍ້ອນຫລາຍໂຮງງານອຸດສາຫະກໍາຢຸດການຜະລິດ, ລະບົບຂົນສົ່ງຖືກຢຸດສະງັກ, ຜູ້ຜະລິດ ແລະ ຜູ້ປູກກະສິກໍາຢຸດການປູກການລ້ຽງ ເຊິ່ງຈະສົ່ງຜົນໃຫ້ອາຫານຂາດເຂີນ ແລະ ລາຄາເພີ່ມຂຶ້ນ ຖ້າບັນດາປະເທດຜະລິດລາຍໃຫຍ່ເພີ່ມການຈໍາກັດການສົ່ງອອກ.
ບັນດາຜູ້ສົ່ງອອກເຂົ້າລາຍໃຫຍ່ຂອງໂລກປະກອບມີອິນເດຍປະມານ 30% ມູນຄ່າ 7,4 ຕື້ໂດລາ, ໄທ 22% ມູນຄ່າ 5,6 ຕື້ໂດລາ, ຫວຽດນາມ 9% ມູນຄ່າ 2,2 ຕື້ໂດລາ ແລະ ອື່ນໆ ເຊິ່ງບັນດາປະເທດເຫລົ່ານັ້ນເລີ່ມພິຈາລະນາ ແລະ ກັກເກັບເຂົ້າໄວ້ກິນພາຍໃນປະເທດຍ້ອນຄວາມວິຕົກກັງວົນການລະບາດພະຍາດໂຄວິດ.
ແນວໃດກໍດີ, ສປ ຈີນ ຄາດວ່າຈະໄດ້ຮັບການປ້ອງກັນຈາກການຂາດເຂີນ ແລະ ການສະໜອງຢ່າງຮຸນແຮງ ຍ້ອນວ່າປະເທດນີ້ໄດ້ອີງໃສ່ຜົນຜະລິດເຂົ້າ ແລະ ເຂົ້າສາລີຂອງຕົນເອງເພື່ອລ້ຽງປະຊາຊົນ 1,4 ຕື້ຄົນ, ແຕ່ວ່າຍັງເພິ່ງພາອາໄສການນຳເຂົ້າສຳລັບພືດບາງຊະນິດເຊັ່ນ: ຖົ່ວເຫລືອງສາມາດສົ່ງຜົນໃຫ້ລາຄາອາຫານເພີ່ມຂຶ້ນ ແລະ ເພີ່ມຄວາມທຸກຍາກໃຫ້ຜູ້ບໍລິໂພກພາຍໃນປະເທດເຊັ່ນກັນ.
ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ (FAO) ກ່າວໃນອາທິດຜ່ານມາວ່າ: “ໄດ້ເຫັນສັນຍານແລ້ວວ່າ ຄວາມກົດດັນຍ້ອນການປິດລ້ອມ ກຳລັງເລີ່ມສົ່ງຜົນກະທົບຕໍ່ຕ່ອງໂສ້ການສະໜອງເຊັ່ນ: ອຸດສາຫະກຳຂົນສົ່ງຊ້າລົງ. ການລົບກວນ ໂດຍສະເພາະໃນຂົງເຂດການຂົນສົ່ງຈະສາມາດປາກົດຜົນເປັນຈິງໃນອີກບໍ່ພໍທໍ່ໃດເດືອນຕໍ່ຂ້າງໜ້າ”.
ຄະນະກຳມະການດ້ານຄວາມໝັ້ນຄົງສະບຽງອາຫານຂອງສະຫະປະຊາຊາດ ໄດ້ເຕືອນຄວາມວຸ້ນວາຍຢູ່ຕາມຊາຍແດນ ແລະ ລະບົບຕ່ອງໂສ້ການສະໜອງ ອາດຈະເຮັດໃຫ້ມີສ່ຽງຢ່າງຮ້າຍແຮງ.
ຂະນະທີ່ ກະຊວງກະສິກໍາ ສປ ຈີນ ເປີດເຜີຍວ່າ: ຈະສາມາດຮັກສາຄວາມໝັ້ນຄົງທົ່ວໄປສໍາລັບການສະໜອງອາຫານຂອງຕົນ, ຈີນໄດ້ນຳເຂົ້າປະເພດເຂົ້າກິນຈຳນວນ 2,5 ລ້ານໂຕນໃນປີ 2019 ແຕ່ຍັງສົ່ງອອກ 2,7 ລ້ານໂຕນ. ສະນັ້ນ ໃນປະລິມານທີ່ນຳເຂົ້າໜ້ອຍກວ່າ 2% ຂອງການບໍລິໂພກເຂົ້າປະ ຈຳປີຂອງຈີນປະມານ 140 ລ້ານໂຕນ.