ເຮືອບິນພິເສດຣັດເຊຍເດີນທາງມາຮັບຊາວຣັດເຊຍຢູ່ລາວກັບບ້ານ
April 1, 2020 - 11:21 AM
ເຊົ້າຂອງວັນທີ 31 ມີນາຜ່ານມານີ້, ສະຖານເອກອັກຄະລາດຖະທູດຣັດເຊຍປະຈໍາ ສປປ ລາວເປີດເຜີຍຜ່ານເຟສບຸກຂອງຕົນວ່າ: ລັດຖະບານຣັດເຊຍສັ່ງໃຫ້ເອົາເຮືອບິນພິເສດມາຮັບພົນລະເມືອງຂອງຕົນຍົກຍ້າຍອອກຈາກ ສປປ ລາວ ໄປສະຫະພັນຣັດເຊຍ, ພາຍຫລັງ ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ 9 ຄົນ, ຂະນະທີ່ ປະຊາຊົນລາວຈໍານວນຫນຶ່ງຕັ້ງຂໍ້ສັງເກດວ່າຣັດເຊຍອາດວາງແຜນຈະສົ່ງເຈົ້າຫນ້າທີ່ແພດ ແລະ ອຸປະກອນປ້ອງກັນມາຊ່ວຍເຫລືອລາວໃນເວລາອັນໃກ້ນີ້ ແລະ ຊາວຣັດເຊຍທີ່ອາໄສ ແລະ ເຮັດວຽກຢູ່ ສປປ ລາວ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຈຸບິນຂອງເຮືອດັ່ງກ່າວທີ່ໄດ້ມາເຖິງ ສປປ ລາວ ພ້ອມການຊ່ວຍເຫລືອຂອງອຳນາດການປົກຄອງລາວທີ່ໄດ້ໃຫ້ການຊ່ວຍເຫຼືອດັ່ງກ່າວ.