ຊ໊ອກວົງການ! ອະດີດນັກກີລາຢີມນາສຕິກແຊ້ມໂລກ ສາລະພາບ ສະແດງໜັງໂປ້ມາດົນກວ່າ 8 ປີ (ມີພາບ)

ຊ໊ອກວົງການ! ອະດີດນັກກີລາຢີມນາສຕິກແຊ້ມໂລກ ສາລະພາບ ສະແດງໜັງໂປ້ມາດົນກວ່າ 8 ປີ (ມີພາບ) - 91291295 259825318358632 4189064174258618368 nwqrQ3RQ2EDWE3 - ຊ໊ອກວົງການ! ອະດີດນັກກີລາຢີມນາສຕິກແຊ້ມໂລກ ສາລະພາບ ສະແດງໜັງໂປ້ມາດົນກວ່າ 8 ປີ (ມີພາບ)
ຊ໊ອກວົງການ! ອະດີດນັກກີລາຢີມນາສຕິກແຊ້ມໂລກ ສາລະພາບ ສະແດງໜັງໂປ້ມາດົນກວ່າ 8 ປີ (ມີພາບ) - kitchen vibe - ຊ໊ອກວົງການ! ອະດີດນັກກີລາຢີມນາສຕິກແຊ້ມໂລກ ສາລະພາບ ສະແດງໜັງໂປ້ມາດົນກວ່າ 8 ປີ (ມີພາບ)

          “ເມື່ອເຈົ້າດີທີ່ສຸດໃນປະເທດ ທຸກຄົນຄາດຫວັງຫຍັງແນ່ຈາກເຈົ້າ” ນີ້ຄືຄຳເວົ້າທີ່ ເວໂຣນ່າ ຟານເດີລູ ອະດີດນັກກິລາຢີມນາສຕິກຊື່ດັງຂອງປະເທດໂຮນລັງ ຂຽນພາດຫົວໃນໜັງສືເລື່ອງລາວດ້ານມືດຂອງລາວທີ່ຊື່ວ່າ “Simply Verona” ເສັ້ນທາງອາຊີບຂອງ ເວໂຣນ່າ ຟານເດີລູ ກຳລັງໂດດເດັ່ນຫຼັງຈາກຄວ້າແຊ້ມກິລາຢີມນາສຕິກ ເຍົາວະຊົນເອີຣົບ 2 ສະໄໝຊ້ອນ.

          ຈາກນັ້ນ ເວໂຣນ່າ ຟານເດີລູ ກາຍເປັນດາວເດັ່ນລະດັບປະເທດດ້ວຍການສ້າງຊື່ໃຫ້ວົງການຢີມນາສຕິກປະເທດໂຮນລັງ  ໂດຍສາມາດກ້າວເຖິງຕຳເເໜ່ງແຊ້ມໂລກໃນການແຂ່ງຂັນ World Cup final 2002 ທີ່ເມືອງສະຕຸ໊ດກາດ ປະເທດເຢລະມັນ, ພ້ອມໃນປີດຽວກັນໄດ້ຮັບການຍົກຍ້ອງໃຫ້ເປັນນັກກິລາແຫ່ງປີ 2002 ຂອງປະເທດໂຮນລັງ ແລະ ຄວ້າຫຼຽນລາງວັນໃນເສັ້ນທາງການແຂ່ງຂັນອີກ 8 ລາຍການ.

ຊ໊ອກວົງການ! ອະດີດນັກກີລາຢີມນາສຕິກແຊ້ມໂລກ ສາລະພາບ ສະແດງໜັງໂປ້ມາດົນກວ່າ 8 ປີ (ມີພາບ) - Visit Laos Visit SALANA BOUTIQUE HOTEL - ຊ໊ອກວົງການ! ອະດີດນັກກີລາຢີມນາສຕິກແຊ້ມໂລກ ສາລະພາບ ສະແດງໜັງໂປ້ມາດົນກວ່າ 8 ປີ (ມີພາບ)

ແຕ່ເຖິງຢ່າງໃດກໍຕາມ ເສັ້ນທາງຂອງ ເວໂຣນ່າ ຟານເດີລູ ພັດບໍ່ເປັນດັ່ງທີ່ຄົນທົ່ວປະເທດຕັ້ງຄວາມຫວັງໄວ້, ເມື່ອກາຍເປັນຂ່າວດັງໃນເອີີຣົບ ເພາະອະດີດນັກກິລາຢີມນາສຕິກສາວຊາວໂຮນລັງ ກໍຄື ເວໂຣນ່າ ຟານເດີລູ ອອກມາເປີດໃຈເຖິງເລື່ອງລາວຊີວິດຂອງຕົນເອງວ່າຢູ່ໃນວົງການໜັງໂປ້ມາແຕ່ປີ 2011 ຈາກການລາຍງານຂອງ ເດິຊັນ ສື່ຊັ້ນນໍາຂອງອັງກິດ.
            ໂດຍອະດີດນັກກິລາຢີມນາສຕິກປັດຈຸບັນອາຍຸ 34 ປີ ເຜີຍຊີວິດສຸດພິກຜັນຂອງຕົນເອງຫຼັງຈາກຕ້ອງໄດ້ເຂົ້າຄຸກເພາະຄະດີ ຂັດເເຍ່ງເລື່ອງການເງິນ ກັບອະດີດແຟນຕົນເອງ ແຕ່ສຸດທ້າຍສານໄດ້ຕັດສິນໃຫ້ ເວໂຣນ່າ ຟານເດີລູ ຈຳຄຸກໃນບ້ານເກີດເປັນເວລາ 72 ວັນເມື່ອປີ 2011, ເຮັດໃຫ້ຊີວິດ ເວໂຣນ່າ ຟານເດີລູ ຕົກຕ່ຳລົງ ຈົນໄດ້ອາໄສນອນໃນລົດເປັນເວລາ 2 ປີ.

ດ້ວຍຊີວິດທີ່ລຳບາກເຮັດໃຫ້ ເວໂຣນ່າ ຟານເດີລູ ຕັດສິນໃຈຫັນໜ້າເຂົ້າສູ່ວົງການໜັງໂປ້ ຕັ້ງແຕ່ນັ້ນເປັນຕົ້ນມາ ກ່ອນທີ່ຈະກຽມເຊົ່າເລ່ນຢ່າງເປັນທາງການໃນສີ້ນປີນີ້, ເວໂຣນ່າ ຟານເດີລູ ໄດ້ເປີດໃຈວ່າ: “ ຂ້ອຍສາມາດເບີ່ງຍ້ອນຫຼັງໄປໃນຊ່ວງ 8 ປີທີ່ີຜ່ານມາ ໄດ້ຢ່າງມີຄວາມສຸກ ຂ້ອຍເບີ່ງມັນເປັນພຽງແຕ່ງານເທົ່ານັ້ນ ຂ້ອຍບໍ່ແມ່ນນັກສະແດງໜັງໂປ້ມືອາຊີບ ຂ້ອຍມີກົດຂອງຂ້ອຍວ່າຈະທຳງານຮ່ວມກັບແຟນຂອງຂ້ອຍເທົ່ານັ້ນ ແລະ ທຸກຢ່າງທຳພຽງລຳພັງ

ຄອບຄົວຂອງຂ້ອຍໄລ່ອອກຈາກເຮືອນຫຼັງຈາກຂ້ອຍບອກວ່າຈະຢຸດເລ່ນກີລາຢີມນາສຕິກ ເພາະຂ້ອຍໄດ້ຮັບບາດເຈັບ ເຮັດໃຫ້ຄວາມຫວັງໃນການໄປແຂ່ງຂັນ ເອເທັນເກມ 2004 ຕ້ອງພັງສະຫຼາຍລົງ, ສາເຫດອີກຢ່າງໜື່ງຄືເຮັດໃຫ້ພວກເຂົາຂາດລາຍໄດ້ ຈາກນັ້ນຂ້ອຍກໍ່ຕ້ອງອາໄສນອນຕາມຂ້າງຖະໜົນ ສ່ວນແຟນຂອງຂ້ອຍກໍ່ມາຈາກຄອບຄົວທີ່ບໍ່ສົມຫວັງເຊັ່ນກັນ ພວກເຮົາມີເງິນຕິດຕົວພຽງໜ້ອຍດຽວ ແຕ່ມັນກໍ່ເພີ່ມຂື້ນຫຼາຍຢູໂຣໃນເວລາບໍ່ນານ” ເວໂຣນ່າ ຟານເດີລູກ່າວ.

ຊ໊ອກວົງການ! ອະດີດນັກກີລາຢີມນາສຕິກແຊ້ມໂລກ ສາລະພາບ ສະແດງໜັງໂປ້ມາດົນກວ່າ 8 ປີ (ມີພາບ) - 5 - ຊ໊ອກວົງການ! ອະດີດນັກກີລາຢີມນາສຕິກແຊ້ມໂລກ ສາລະພາບ ສະແດງໜັງໂປ້ມາດົນກວ່າ 8 ປີ (ມີພາບ)
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!