5 ວິທີບໍລິຫານເລື່ອງເງິນແນວໃດ ພາຍໃຕ້ວິກິດໂຄວິດ-19
ການລະບາດຂອງໂຄວິດ-19 ອາດຈະບໍ່ຈົບລົງງ່າຍໆ ຈາກຈຳນວນຜູ້ຕິດເຊື້ອທົ່ວໂລກເພີ່ມສູງຂຶ້ນເລື້ອຍໆ ສົ່ງຜົນຕໍ່ເສດຖະກິດ ແລະ ການຈ້າງວຽກຢ່າງຫລີກເວັ້ນບໍ່ໄດ້.
ຕອນນີ້ຫລາຍໆບໍລິສັດເລີ່ມໃຫ້ພະນັກງານພັກວຽກຊົ່ວຄາວ, ໂຈະການຈ່າຍເງິນເດືອນ ຫລື ບາງບໍລິສັດຈ່າຍເງິນເດືອນບໍ່ເຕັມຈຳນວນ ເພາະໄດ້ຮັບຜົນກະທົບຈາກການລະບາດຂອງໂຄວິດ-19 ຫລື ໄດ້ຮັບຄຳສັ່ງຈາກພາກລັດ ເພື່ອປິດສະຖານທີ່ທີ່ເປັນແຫລ່ງລວມຄົນຈຳນວນຫລາຍເຊັ່ນ: ຮ້ານຊັບພະສິນຄ້າ, ຮ້ານອາຫານ ແລະ ໂຮງໜັງ. ສິ່ງທີ່ເປັນຕາຢ້ານ ຖ້າທ່ານຕ້ອງພັກວຽກໂດຍໄດ້ຮັບເງິນເດືອນໜ້ອຍລົງ ຫລື ອາດບໍ່ໄດ້ເງິນເດືອນເລີຍ ທ່ານຈະວາງແຜນໃຊ້ເງິນແນວໃດໃນໄລຍະສະຖານະການສຸກເສີນແບບນີ້ ເພາະລາຍໄດ້ຫລຸດລົງ, ແຕ່ລາຍຈ່າຍບໍ່ໄດ້ຫລຸດລົງຕາມໄປນຳ.

ເກັບເງິນໃຫ້ເກັ່ງ ບໍ່ຕ້ອງຄິດເຮັດຫຍັງເພີ່ມ
ໃນສະຖານະການສຸກເສີນແບບນີ້ ການລົງທຶນໃນຫຸ້ນອາດບໍ່ແມ່ນທາງເລືອກທີ່ດີເທົ່າໃດ ເພາະການປັ່ນປ່ວນຂອງສະພາບເສດຖະກິດໃນປັດຈຸບັນອາດເຮັດໃຫ້ທ່ານໄດ້ຜົນຕອບແທນບໍ່ກຸ້ມ ຫລື ຂາດທຶນໄດ້ງ່າຍ. ດັ່ງນັ້ນ ໃນໄລຍະເວລານີ້ ທ່ານຄວນປ່ຽນແຜນການເງິນຄືນໃໝ່ ເນັ້ນໃສ່ການທ້ອນເງິນເປັນຫລັກ ໂດຍສະເພາະຄົນທີ່ບໍ່ມີສະຫວັດດີການຂອງບໍລິສັດ ຫລື ປະກັນທີ່ໃຫ້ເງິນຊົດເຊີຍໃນກໍລະນີທີ່ເຈັບເປັນ.
ສ່ວນໃຜທີ່ກັງວົນວ່າມາດຕະການເວັ້ນໄລຍະຫ່າງທາງສັງຄົມ (Social Distancing) ຈະສົ່ງຜົນກະທົບຕໍ່ການເຮັດວຽກ ຈົນເຮັດໃຫ້ບໍ່ໄດ້ຮັບຄ່າຕອບແທນຄືເກົ່າ ທ່ານຄວນວາງແຜນຫລຸດຄ່າໃຊ້ຈ່າຍທີ່ເກີດຂຶ້ນໃນແຕ່ລະເດືອນ ໂດຍສະເພາະຄ່າໃຊ້ຈ່າຍທີ່ບໍ່ຈຳເປັນທີ່ສາມາດຕັດອອກໄປໄດ້ ລອງຕັດຄ່າໃຊ້ຈ່າຍພວກນີ້ຖິ້ມໄປ ແລ້ວນຳເງິນໄປທ້ອນໄວ້ໃນບັນຊີເງິນຝາກ ແລະ ຍິ່ງຝາກເງິນໃນບັນຊີທີ່ໃຫ້ອັດຕາດອກເບ້ຍສູງກວ່າປົກກະຕິຈະດີທີ່ສຸດ.
ເຊິ່ງທາງທະນາຄານແນະນຳວ່າ ຄົນທີ່ເຮັດວຽກປະຈຳຄວນມີເງິນທີ່ທ້ອນໄວ້ໃຊ້ໃນຍາມສຸກເສີນຢ່າງໜ້ອຍ 3-6 ເທົ່າຂອງຄ່າໃຊ້ຈ່າຍໃນແຕ່ລະເດືອນ ເພື່ອໃຊ້ຊີວິດໃນຍາມສຸກເສີນ, ສ່ວນຄົນທີ່ເຮັດວຽກຟຣີແລນ ມີຄ່າໃຊ້ຈ່າຍໃນແຕ່ລະເດືອນທີ່ບໍ່ແນ່ນອນ ຄວນມີເງິນທ້ອນໄວ້ໃຊ້ໃນຍາມສຸກເສີນຫລາຍກວ່າຄົນທີ່ເຮັດວຽກປະຈຳອີກ 1 ເທົ່າ.

ຄິດເພື່ອໄວ້ກ່ອນ ພົບສະຖານະການຮ້າຍແຮງ ຈະຮັບມືໄດ້
ສະຖານະການຂອງໂຄວິດ-19 ໃນປັດຈຸບັນ ເຖິງວ່າຜູ້ປ່ວຍບາງຄົນຈະສາມາດໃຊ້ການປິ່ນປົວຕາມອາການ ບໍ່ດົນກໍຫາຍໄດ້, ແຕ່ຜູ້ປ່ວຍບາງຄົນມີອາການເຊື້ອໄວຣັສແຜ່ກະຈາຍເຂົ້າສູ່ປອດ ປອດເສຍຫາຍຈົນເສຍຊີວິດ. ດັ່ງນັ້ນ ໃນສະຖານະການແບບນີ້ທ່ານຄວນຄິດເພື່ອໄວ້ກ່ອນວ່າຖ້າທ່ານປ່ວຍໜັກ ທ່ານຈະເຮັດແນວໃດຕໍ່ພາລະທາງການເງິນທີ່ເຫລືອຢູ່.
ທາງອອກງ່າຍໆຄື ທ່ານຄວນກຽມຕົວຊື້ປະກັນຊີວິດ ຫລື ປະກັນສຸຂະພາບທີ່ໃຫ້ຜົນຕອບແທນໃນກໍລະນີທີ່ທ່ານເສຍຊີວິດ ເພື່ອໃຫ້ຄົນທີ່ຢູ່ຂ້າງຫລັງທ່ານບໍ່ລຳບາກຖ້າທ່ານເສຍຊີວິດໄປ ຫລື ຢ່າງໜ້ອຍທີ່ສຸດຖ້າທ່ານເຈັບເປັນ ກໍມີຜູ້ຈ່າຍຄ່າປິ່ນປົວໃຫ້ ໂດຍທີ່ທ່ານບໍ່ຈຳເປັນຕ້ອງເອົາເງິນທ້ອນມາຈ່າຍດ້ວຍຕົນເອງ.

ສຶກສາເງື່ອນໄຂປະກັນໄພຕ່າງໆທີ່ເຮັດໃຫ້ດີ
ປະກັນໄພສ່ວນຫລາຍ ບໍ່ວ່າຈະປະກັນໄພຊີວິດ ຫລື ປະກັນໄພສຸຂະພາບ ລ້ວນມີເງື່ອນໄຂທີ່ສັບສົນ ມີລາຍລະອຽດຫລາຍ ເຊິ່ງບາງຄົນອາດບໍ່ເຄີຍສ້າງຄວາມເຂົ້າໃຈຕໍ່ເງື່ອນໄຂ ຫລື ລາຍລະອຽດຕ່າງໆຢ່າງຈິງຈັງ ເຮັດໃຫ້ທ່ານອາດເສຍຜົນປະໂຫຍດໄປໂດຍບໍ່ຮູ້ຕົວເຊັ່ນ: ປະກັນໄພບາງຊະນິດສາມາດນຳເບ້ຍປະກັນໄພໄປຫລຸດຜ່ອນພາສີ ທ່ານຈຶ່ງອາດບໍ່ຕ້ອງສຳຮອງເງິນເພື່ອຈ່າຍພາສີໃນແຕ່ລະປີ ແລະ ນຳເງິນຈຳນວນນັ້ນໄປທ້ອນແທນກໍໄດ້.
ຫລື ເງື່ອນໄຂການປິ່ນປົວ ພະຍາດບາງຊະນິດປະກັນໄພທີ່ເຮັດໄວ້ອາດບໍ່ໄດ້ຄວບຄຸມ ທ່ານອາດຕ້ອງຈ່າຍເງິນຄ່າປິ່ນປົວດ້ວຍຕົນເອງ ເພາະປະກັນໄພທີ່ເຮັດໄວ້ບໍ່ໄດ້ຄຸ້ມຄອງ.
ໃຊ້ມາດຕະການຂອງລັດໃຫ້ເກີດປະໂຫຍດ
ໃນສະຖານະການການແຜ່ລະບາດຂອງໂຄວິດ-19 ລັດຖະບານໄດ້ອອກມາດຕະການເພື່ອກະຕຸ້ນເສດຖະກິດ ແລະ ໃຫ້ການຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບ ທ່ານຄວນໃຊ້ມາດຕະການທີ່ອອກມາດັ່ງກ່າວໃຫ້ເກີດປະໂຫຍດຕໍ່ທ່ານຫລາຍທີ່ສຸດເຊັ່ນ: ມາດຕະການຫລຸດອັດຕາດອກເບ້ຍເງິນກູ້, ການພັກຊຳລະໜີ້ ເພື່ອໃຫ້ທ່ານສາມາດເອົາເງິນທີ່ມີຢູ່ໄປໃຊ້ເພື່ອດຳລົງຊີວິດ ຊື້ເຄື່ອງໃຊ້ທີ່ຈຳເປັນໃນຍາມສຸກເສີນແທນ.
ແຕ່ຢ່າງໃດກໍຕາມ, ທ່ານຄວນລະມັດລະວັງ ແລະ ເນັ້ນໜັກໄວ້ສະເໝີວ່າມາດຕະການທີ່ອອກມາເປັນມາດຕະການຊ່ວຍເຫລືອໃນໄລຍະສັ້ນເທົ່ານັ້ນ. ເມື່ອສະຖານະການດີຂຶ້ນ ທ່ານກໍຈຳເປັນຈະຕ້ອງຈ່າຍໜີ້ຕາມເງື່ອນໄຂທີ່ກຳນົດຄືເກົ່າ.
ຫລີກລ່ຽງຄ່າທຳນຽມທີ່ບໍ່ຈຳເປັນ
ໃນອາທິດຜ່ານມາ ຮ້ານຄ້າ ຫລື ໜ່ວຍງານຕ່າງໆ ອາດປິດເຮັດວຽກ. ດັ່ງນັ້ນ ຖ້າທ່ານຈຳເປັນຕ້ອງເຮັດທຸລະກຳ, ຈ່າຍບິນ, ຈ່າຍໜີ້ສິນກັບໜ່ວຍງານຕ່າງໆທີ່ກ່ຽວຂ້ອງ ທ່ານຄວນວາງແຜນໃຫ້ດີກ່ອນ ກວດໃຫ້ແນ່ໃຈວ່າທ່ານຕ້ອງຈ່າຍເງິນພາຍໃນວັນທີ່ເທົ່າໃດຂອງເດືອນ ຖ້າບໍ່ສາມາດເດີນທາງໄປຈ່າຍເອງໄດ້ ຈະມີຊ່ອງທາງອື່ນອີກບໍ່ເຊັ່ນ: ການຈ່າຍຜ່ານແອັບພິເຄຊັນຂອງທະນາຄານ ເພື່ອປ້ອງກັນການຈ່າຍບິນເກີນກຳນົດເວລາ ເຊິ່ງຈະເຮັດໃຫ້ທ່ານຕ້ອງເສຍຄ່າທຳນຽມເພີ່ມໂດຍບໍ່ຈຳເປັນ.