ຄະນະສະເພາະກິດແນະນຳການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19 ຕື່ມອີກ

ຄະນະສະເພາະກິດແນະນຳການປ້ອງກັນ ແລະ ຄວບຄຸມການລະບາດຂອງ covid-19 ຕື່ມອີກ - 00 - ຄະນະສະເພາະກິດແນະນຳການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19 ຕື່ມອີກ
ຄະນະສະເພາະກິດແນະນຳການປ້ອງກັນ ແລະ ຄວບຄຸມການລະບາດຂອງ covid-19 ຕື່ມອີກ - kitchen vibe - ຄະນະສະເພາະກິດແນະນຳການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19 ຕື່ມອີກ

ໃນວັນທີ 2 ເມສານີ້,ຜູ້ປະຈໍາການຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19ມາຮອດວັນທີ 1 ເມສາໄດ້ມີກໍລະນີສົງໃສເກັບຕົວຢ່າງມາກວດ 61 ຄົນ,ໃນນັ້ນຢູ່ນະຄອນຫຼວງວຽງຈັນມີ 46 ຄົນ;ແຂວງບໍລິຄຳໄຊ, ຄຳມ່ວນ , ຫຼວງພະບາງ ແຂວງອັດຕະປືມີແຂວງລະ 4 ຄົນ, ແຂວງ ຈຳປາສັກມີ 1 ຄົນ,ຊຶ່ງທັງໝົດໄດ້ເກັບຕົວຢ່າງໄປກວດວິເຄາະແລະ ຜົນອອກມາເປັນລົບ ຖືວ່າມື້ນີ້ບໍ່ມີກໍລະນີໃໝ່.

ແຕ່ເຖິງຢ່າງໃດກໍຕາມຄະນະສະເພາະກິດກໍໄດ້ແນະນຳໃຫ້ເຂັ້ມງວດປະຕິບັດຄຳສັ່ງເລກທີ 06 ຂອງນາຍົກລັຖະມົນຕີ ໄດ້ຖືກປະຕິບັດໃນໝູ່ປະຊາຊົນ ໂດຍສະເພາະ 3 ຫຼັກການກັນພະຍາດໂຄວິດ ຄື:
• ລ້າງມືດ້ວຍສະບູ ຫຼື ເຈວ ແລະ ເຫຼົ້າລ້າງມື ເລື້ອຍໆໃຫ້ຖືກວິທີ
• ຢູ່ຫ່າງກັນ 2 ແມັດຂື້ນໄປ ບໍ່ວ່າຢູ່ເຮືອນ ຫລືຢູ່ສະຖານທີ່ອື່ນໆເຊັ່ນ: ຕະຫຼາດ, ຮ້ານຄ້າ, ສະຖານທີ່ທາງສາດສະໜາ ແລະ ສໍານັກງານຫ້ອງການ

ຄະນະສະເພາະກິດແນະນຳການປ້ອງກັນ ແລະ ຄວບຄຸມການລະບາດຂອງ covid-19 ຕື່ມອີກ - Visit Laos Visit SALANA BOUTIQUE HOTEL - ຄະນະສະເພາະກິດແນະນຳການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19 ຕື່ມອີກ
  1. ຢູ່ເຮືອນ ບໍ່ອອກໄປບ່ອນສາທາລະນະ ຖ້າບໍ່ຈໍາເປັນ. ຍີ່ງຈໍາກັດຕົນເອງຢູ່ເຮືອນໄດ້ດີເທົ່າໃດ, ກໍ່ຍິ່ງຊ່ວຍຫຼຸດຄວາມສ່ຽງການຕິດ ຫຼື ກະຈາຍເຊື້ອໄດ້ດີເທົ່ານັ້ນ. ແຕ່ຖ້າຕ້ອງອອກໄປທາງນອກ ໝາຍເຖິງມີຄວາມສ່ຽງຕໍ່ການຕິດເຊື້ອ, ສະນັ້ນ ຕ້ອງໃສ່ຜ້າອັດປາກ-ດັງທຸກຄັ້ງ ໃຫ້ຖືກວິທີ ແລະ ຖີ້ມຢ່າງຖືກວິທີ ; ສໍາລັບຜູ້ທີ່ເດີນທາງມາແຕ່ປະເທດທີ່ມີການລະບາດໃຫ້ສືບຕໍ່ປະຕິບັດເຂັ້ມງວດ ຈໍາກັດບໍລິເວນເພື່ອຕິດຕາມຕົນເອງໃຫ້ຄົບ 14ວັນ ກ່ອນພົບປະຄົນພາຍນອກ; ຜູ້ທີ່ມີຄວາມສ່ຽງ ຫຼື ມີອາການສະແດງ ໃຫ້ແຈ້ງສາຍດ່ວນ ຫຼື ປະສານງານຂະແໜງສາທາລະນະສຸກ ໃນທ້ອງຖິ່ນຂອງທ່ານ ແລະ ສຳຄັນທີ່ສຸດແມ່ນໃຫ້ຈິງໃຈ ແລະ ຮ່ວມມືໃຫ້ຂໍ້ມູນຄວາມຈິງຕໍ່່ແພດ ເພື່ອຊ່ວຍກັນສະກັດກັ້້ນການແຜ່ລະບາດພະຍາດໃນຄອບຄົວ ແລະ ໃນຊຸມຊົນຂອງຕົນ. ເອົາໃຈໃສ່ອະນາໄມເຮືອນຊານເປັນປະຈຳ ດ້ວຍນໍາຢາຂ້າເຊື້ອ ຫຼື້ ນໍ້າສະບູ/ແຟບ ໂດຍຮັບປະກັນຄວາມປອດໄພຕໍ່່ທຸກຄົນໃນຄອບຄົວເຮືອນຊານ ແລະ ໃຫ້ໂຈະຊົ່ວຄາວ ການຮັບແຂກຄົນມາຢາມ ຫຼື ພີ່ນ້ອງມາພັກເຊົາ ໃນໄລຍະມີການລະບາດນີ້, ພ້ອມເຂັ້ມງວດໃນການກິນອາຫານຕ້ອງປຸງແຕ່ງໃຫ້ສຸກດີ ແລະ ໃຊ້ບ່ວງກາງ ໃນການຕັກອາຫານ ພ້ອມທັງກິນອາຫານ ແລະ ພັກຜ່ອນໃຫ້ພຽງພໍ ສົມທົບກັບການການອອກກໍາລັງກາຍໃຫ້ສຸຂະພາບແຂງແຮງ, ສະມາຊິກຄອບຄົວ ປະຕິບັດການຢູ່ຫ່າງກັນຢ່າງນ້ອຍ 2 ແມັດຂື້ນໄປ ແລະ ບໍ່ອະນຸຍາດໃຫ້ສະມາຊິກຄົນໃດ ໄປຮ່ວມສັງສັນກັບຄົນອື່ນເພື່ອຫລີກລຽງການນໍາເຊື້ອພະຍາດກັບມາສູ່ຄອບຄົວ ແລະ ໃຫ້ຕິດຕາມສຸຂະພາບຂອງແຕ່ລະຄົນ ໂດຍສະເພາະ ຖ້າສະມາຊິກຄອບຄົວຄົນໃດ ທີ່ເຂົ້າອອກເຮືອນໃນແຕ່ລະວັນ ເພາະມີຄວາມຈໍາເປັນຕ້ອງໄດ້ປະຕິບັດພາລະກິດ ແລະ ທຸກຄົນ ຕ້ອງປະຕິບັດການໄອຈາມຢ່າງມີມາລະຍາດ ; ໃຫ້ໃສ່ໃຈ ຕິດຕາມຂໍ້ມູນຂ່າວສານຈາກແຫຼ່ງຂ່າວທາງການທຸກວັນ ແລະ ມີສະຕິໃນການບໍລິໂພກຂ່າວຈາກແຫຼ່ງຕ່າງໆ ຫຼື ຂອງບຸກຄົນ ທີ່ສ້າງກະແສຂ່າວແອບອ້າງ ສ້າງຜົນປະໂຫຍດໃຫ້ແກ່ຕົນເອງ ຫຼື ປັ່ນປ່ວນສັງຄົມ.ຖ້າກໍລະນີສົງໃສໃຫ້ໂທສາຍດ່ວນຂອງກະຊວງສາທາ 165 ຫຼື 166 ເພື່ອສອບຖາມເພີ່ມເຕີມໄດ້.
ຄະນະສະເພາະກິດແນະນຳການປ້ອງກັນ ແລະ ຄວບຄຸມການລະບາດຂອງ covid-19 ຕື່ມອີກ - 3 - ຄະນະສະເພາະກິດແນະນຳການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19 ຕື່ມອີກ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!