ຈີນ ພົບຜູ້ຕິດໂຄວິດ-19 ບໍ່ສະແດງອາການ ກວ່າພັນຄົນ
ທາງການຈີນພົບຜູ້ຕິດເຊື້ອໂຄວິດ-19 ແບບບໍ່ສະແດງອາການນັບພັນຄົນ ໂດຍຜູ້ຕິດເຊື້ອເຫລົ່ານີ້ຈະຖືກກັກຕົວເພື່ອປິ່ນປົວຈົນກວ່າຈະຫາຍດີ, ແຕ່ຈະບໍ່ຖືກນັບລວມເປັນຜູ້ຕິດເຊື້ອຄົນໃໝ່.
ວັນທີ 1 ເມສາຜ່ານມາ, ຄະນະກຳມະການສຸຂະພາບແຫ່ງຊາດຈີນ ເປີດເຜີຍລາຍງານຜູ້ຕິດເຊື້ອໄວຣັສໂຄວິດ-19 ແບບບໍ່ສະແດງອາການ ເປັນຄັ້ງທຳອິດ ໂດຍພົບວ່າມີຈຳນວນ 1.541 ຄົນ ຈຳນວນນີ້ 205 ຄົນ ເປັນຜູ້ທີ່ມາຈາກຕ່າງປະເທດ.
ໂດຍຜູ້ຕິດເຊື້ອໄວຣັສໂຄວິດ-19 ເຫລົ່ານີ້ ລວມທັງຜູ້ສຳຜັດໃກ້ຊິດ ຈະຖືກນຳຕົວໄປປິ່ນປົວ ແລະ ເຝົ້າລະວັງອາການຢູ່ສະຖານທີ່ທີ່ເຈົ້າໜ້າທີ່ຈັດໄວ້ ເປັນເວລາຢ່າງໜ້ອຍ 14 ວັນ ແລະ ຈະຖືກປ່ອຍຕົວເມື່ອຜົນການກວດອອກມາເປັນລົບ 2 ຄັ້ງ.
ເຖິງຢ່າງໃດກໍຕາມ, ທາງການຈີນ ຈະບໍ່ເອົາຈຳນວນຜູ້ຕິດເຊື້ອໄວຣັສໂຄວິດ-19 ແບບບໍ່ສະແດງອາການ ໄປລວມກັບສະຖິຕິຜູ້ຕິດເຊື້ອກ່ອນໜ້ານີ້ ທີ່ປັດຈຸບັນມີຕົວເລກຢູ່ປະມານ 80.000 ຄົນ ເຊິ່ງມາຮອດປັດຈຸບັນຍັງບໍ່ມີການຊີ້ແຈງໃຫ້ຮູ້ເຖິງເຫດຜົນ.
ຂະນະທີ່ໃນໄລຍະຜ່ານມາ ໄດ້ເກີດກະແສໃນສື່ອອນລາຍຂອງຈີນທີ່ຮຽກຮ້ອງໃຫ້ລັດຖະບານກວດຫາຜູ້ຕິດເຊື້ອທີ່ບໍ່ສະແດງອາການ ເນື່ອງຈາກສາມາດເປັນພາຫະທີ່ນຳເຊື້ອໄວຣັສໄປຕິດຕໍ່ສູ່ຄົນອື່ນໄດ້.