3 ບໍລິສັດ ອຸປະຖຳລົດຮັບ–ສົ່ງຄົນເຈັບ 3 ຄັນ ໃຫ້ລັດຖະບານ
April 3, 2020 - 5:31 PM
ສາມບໍລິສັດຄື: ຈະເລີນເຊກອງ ພະລັງງານ ຈໍາກັດ, ພົງຊັບທະວີ ກໍ່ສ້າງຂົວ–ທາງ ຈໍາກັດຜູ້ດຽວ ແລະ ບໍລິສັດ ແສງເພັດກໍ່ສ້າງຂົວ–ທາງ ແລະ ເກັບກູ້ລະເບີດ ຈໍາກັດ ໄດ້ສະຫນັບສະຫນູນລົດຮັບ–ສົ່ງຄົນເຈັບ 3 ຄັນ ຍີ່ຫໍ້ TOYOTA LANDCRUISER HARDTOP, ລວມມູນຄ່າ 156.000 ໂດລາສະຫະລັດ ເພື່ອຮັບໃຊ້ຂະແໜງສາທາລະນະສຸກ ຢູ່ເຂດຫ່າງໄກສອກຫລີກຂອງ ແຂວງບໍລິຄໍາໄຊ ແລະ ແຂວງຊຽງຂວາງ.
ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 31 ມີນາຜ່ານມານີ້,ທີ່ນະຄອນຫລວງວຽງຈັນລະຫ່ວາງຜູ້ຕ້າງໜ້າຈາກ ຈາກ 3 ບໍລິສັດດັ່ງກ່າວ ແລະ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ຮອງຫົວໜ້າຄະນະສະເພາະກິດແກ້ໄຂ ແລະ ຕ້ານການລະບາດຂອງພະຍາດ ໂຄວິດ–19.