ຍີ່ປຸ່ນແຈກຟຣີຢາ “ອາວິແກນ” ປິ່ນປົວໂຄວິດ-19 ໃຫ້ທົ່ວໂລກ

ຍີ່ປຸ່ນແຈກຟຣີຢາ “ອາວິແກນ” ປິ່ນປົວໂຄວິດ-19 ໃຫ້ທົ່ວໂລກ - 41 1 - ຍີ່ປຸ່ນແຈກຟຣີຢາ “ອາວິແກນ” ປິ່ນປົວໂຄວິດ-19 ໃຫ້ທົ່ວໂລກ
ຍີ່ປຸ່ນແຈກຟຣີຢາ “ອາວິແກນ” ປິ່ນປົວໂຄວິດ-19 ໃຫ້ທົ່ວໂລກ - kitchen vibe - ຍີ່ປຸ່ນແຈກຟຣີຢາ “ອາວິແກນ” ປິ່ນປົວໂຄວິດ-19 ໃຫ້ທົ່ວໂລກ

     ລັດຖະບານຍີ່ປຸ່ນສະເໜີແຈກຢາອາວິແກນ ໂດຍບໍ່ຄິດເງິນແກ່ທຸກປະເທດທີ່ສົນໃຈຕ້ອງການນຳຢານີ້ໄປປິ່ນປົວຜູ້ປ່ວຍໂຄວິດ-19. ຂະນະທີ່ຢາຊະນິດນີ້ໃຫ້ຜົນດີໃນການທົດລອງປິ່ນປົວ ແລະ ເປັນທີ່ຕ້ອງການຂອງ 30 ປະເທດທົ່ວໂລກ.

     ທ່ານ ໂຢຊິຮິເດະ ສຸກະ ເລຂາທິການໃຫຍ່ປະຈຳຄະນະລັດຖະບານ ກ່າວວ່າ: ປັດຈຸບັນມີປະມານ 30 ປະເທດທີ່ຂໍຢາອາວິແກນຜ່ານຊ່ອງທາງການທູດ ແລະ ລັດຖະບານຍີ່ປຸ່ນກຳລັງຈັດສົ່ງຢາຊະນິດນີ້ໃຫ້ແກ່ປະເທດຕ່າງໆໂດຍບໍ່ຄິດຄ່າໃຊ້ຈ່າຍ.

ຍີ່ປຸ່ນແຈກຟຣີຢາ “ອາວິແກນ” ປິ່ນປົວໂຄວິດ-19 ໃຫ້ທົ່ວໂລກ - Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນແຈກຟຣີຢາ “ອາວິແກນ” ປິ່ນປົວໂຄວິດ-19 ໃຫ້ທົ່ວໂລກ

     ໃນວັນທີ 20 ມີນາ, ທາງການອິນໂດເນເຊຍ ໄດ້ຂໍຢາອາວິແກນໃນປະລິມານ 2 ລ້ານໂດສ ຈາກທາງການຍີ່ປຸ່ນ ແລະ ມີແຜນຈະທົດສອບທາງຄລີນິກທັນທີທີ່ໄດ້ຮັບຢານີ້ຈາກຍີ່ປຸ່ນ.

     ຫລ້າສຸດ ຈຳນວນຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ຢູ່ອິນໂດເນເຊຍເພີ່ມເປັນ 1.986 ຄົນ ແລະ ມີຜູ້ເສຍຊີວິດຈາກໂຄວິດ-19 ຈຳນວນ 181 ຄົນ ສູງກວ່າ ສ.ເກົາຫລີ ແລະ ເປັນຮອງແຕ່ຈີນສຳລັບພາກພື້ນອາຊີ.

     ບໍລິສັດຟູຈິຟີມ ໂທຢາມະ ເຄມິຄັລ ເຊິ່ງເປັນບໍລິສັດລູກຂອງຟູຈິຟີມ ເລີ່ມການທົດລອງທາງຄລີນິກ ເພື່ອທົດສອບປະສິດທິພາບຂອງຢາອາວິແກນໃນວັນທີ 1 ເມສາ ໃນການປິ່ນປົວຜູ້ປ່ວຍທີ່ຕິດເຊື້ອໂຄໂຣນາໄວຣັສສາຍພັນໃໝ່ 2019 ຫລັງຈາກມີລາຍງານຈາກທາງການຈີນວ່າຢາຊະນິດນີ້ໃຫ້ຜົນການປິ່ນປົວເປັນທີ່ໜ້າພໍໃຈ.

     ສູນພັດທະນາເຕັກໂນໂລຊີຊີວະພາບແຫ່ງຊາດຈີນ ຖະແຫລງໃນວັນທີ 19 ມີນາວ່າ: ຢາຊະນິດນີ້ມີຄວາມປອດໄພສູງ ແລະ ມີປະສິດທິພາບໃນການປິ່ນປົວຜູ້ປ່ວຍ ໂດຍຜູ້ປ່ວຍຜົນກວດເປັນລົບຫລັງໄດ້ຮັບຢາດັ່ງກ່າວສະເລ່ຍ 4 ວັນ ນັບແຕ່ທີ່ມີຜົນກວດເຊື້ອເປັນບວກ ທຽບໃສ່ຄ່າສະເລ່ຍ 11 ວັນ ຂອງຜູ້ທີ່ບໍ່ໄດ້ຮັບການປິ່ນປົວດ້ວຍຢາດັ່ງກ່າວ.

       ໂຄສົກຂອງຟູຈິຟີມ ທ່ານ ໂທຢາມະ ເຄມິຄັລ ເປີດເຜີຍວ່າ: ບໍລິສັດຈະມີການທົດສອບຢາກັບຜູ້ປ່ວຍ 100 ຄົນ ຈົນຮອດທ້າຍເດືອນມິຖຸນາ ຫລັງຈາກນັ້ນຈະເກັບ ແລະ ວິເຄາະຂໍ້ມູນ ກ່ອນຈະຍື່ນຂໍອະນຸມັດໃນພາຍຫລັງ.

ຍີ່ປຸ່ນແຈກຟຣີຢາ “ອາວິແກນ” ປິ່ນປົວໂຄວິດ-19 ໃຫ້ທົ່ວໂລກ - 3 - ຍີ່ປຸ່ນແຈກຟຣີຢາ “ອາວິແກນ” ປິ່ນປົວໂຄວິດ-19 ໃຫ້ທົ່ວໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!