ລາວງົດການຈັດງານລະນຶກວັນສາກົນໂຄສະນາຕ້ານລະເບີດບໍ່ທັນແຕກ ຍ້ອນໂຄວິດ-19 ລະບາດ
ເນື່ອງຈາກການລະບາດຂອງພະຍາດໂຄວິດ -19 ລາວຈະບໍ່ໄດ້ຈັດງານລະນຶກວັນສາກົນໂຄສະນາເພື່ອຕ້ານລະເບີດບໍ່ທັນແຕກ ທີ 4 ເມສາ ແລະ ໃນໂອກາດນີ້ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງກະຊວງແຮງງານ ແລະ ສະຫັວດດີການສັງຄົມ ໃນນາມ ປະທານຄະນະກໍາມະການເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ກ່າວສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ມາຍັງການຈັດຕັ້ງທຸກຂັ້ນ, ບັນດາປະເທດຜູ້ໃຫ້ທຶນ ແລະ ອົງການຈັດຕັ້ງສາກົນຕ່າງໆນັບທັງຜູ້ກຳລັງປະຕິບັດງານແກ້ໄຂບັນຫາ ລະເບີດບໍ່ທັນແຕກຢູ່ລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງໃຫຍ່ຫລວງຕະຫຼອດມາ ແລະ ຂໍສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ອົງການ ສປຊ ທີ່ເປັນເພື່ອນຮ່ວມງານຢ່າງໃກ້ຊິດ ແລະເປັນໃຈກາງໃນການລະດົມທຶນຮອນເຂົ້າມາຊ່ວຍເຫລືອລາວແກ້ໄຂບັນຫາລະເບີດບໍ່ທັນແຕກຢ່າງມີປະສິດທິຜົນ.
ທ່ານລັດຖະມົນຕີກ່າວວ່າ: ໃນວັນທີ 4 ເມສາ 2020 ແມ່ນວັນຄົບຮອບ 15 ປີແຫ່ງ ວັນສາກົນໂຄສະນາຕ້ານລະເບີດບໍ່ທັນແຕກ, ຊຶ່ງແຕ່ລະປີລາວເຮົາກໍໄດ້ຈັດພີທີລະນຶກເຖິງ ດັ່ງກ່າວຢ່າງມີຄວາມຫມາຍ, ແຕ່ໃນປີນີ້ ເນື່ອງຈາກການແຜ່ລະບາດຂອງພະຍາດ (COVID-19) ສປປ ລາວຈິ່ງໄດ້ໂຈະການຈັດງານລະນຶກດັ່ງກ່າວ.
ທ່ານລັດຖະມົນຕີເວົ້າວ່າ: ດ້ວຍການຊ່ວຍເຫລືອອັນລໍ້າຄ່າດັ່ງກ່າວໄດ້ຊ່ວຍເຮັດໃຫ້ຈໍານວນຜູ້ບາດເຈັບ ແລະ ເສຍຊີວິດຈາກ ລະເບີດບໍ່ທັນແຕກ ຫຼຸດລົງແຕ່ລະປີບໍ່ຕໍ່າກ່ວາ 25 ຄົນ, ສາມາດຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລະເບີດບໍ່ທັນແຕກດັ່ງກ່າວໄດ້ 216 ຄົນ, ສາມາດ ກວດກູ້ ລະເບີດບໍ່ທັນແຕກ ອອກຈາກພື້ນທີ່ການຜະລິດໄດ້ 5.658 ເຮັກຕາ ແລະ ສາມາດທໍາລາຍລະເບີດນັ້ນໄດ້ຫລາຍກ່ວາ 128.145 ໜ່ວຍ ທັງໝົດນີ້ ແມ່ນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ,ກໍຄືເປົ້າໝາຍການພັດທະນາແບບຍືນຍົງຂອງສປປລາວ.