ບັນດາແພດໝໍ ສະໝັກໃຈຢູ່ ອູຮັ່ນຕໍ່ໄປ


ໂດຍ: ລູກເມືອງພວນ
ເຖິງແມ່ນວ່າ ອູຮັ່ນບໍ່ມີຜູ້ຕິດເຊື້ອເພີ່ມຂຶ້ນກໍຕາມ ແຕ່ກໍມີຜູ້ຕິດເຊື້ອຫຼາຍພັນຄົນທີ່ກຳລັງນອນປິ່ນປົວຢູ່ໂຮງໝໍ. ບັນດາແພດໝໍທີ່ມາຈາກສາລະທິດຂອງປະເທດ ໄດ້ສະໝັກໃຈຢູ່ເມືອງ ອູຮັ່ນຕໍ່ໄປຈົນກວ່າຜູ້ຕິດເຊື້ອຈະຫາຍປ່ວຍທັງໝົດ.
ທ່ານໝໍຂະແໜງຟື້ນຟູສຸຂະພາບ Peng Zhiyong ຢູ່ໂຮງໝໍ Zhongnan ໃນ ອູຮັ່ນ ໄດ້ພິສູດດ້ວຍຕົນເອງ ເຫັນກັບຕາຜູ້ປ່ວຍຫຼາຍຄົນໄດ້ຜ່ານພົ້ນວິກິດການຄວາມຕາຍຈາກພະຍາດ SARS ໃນປີ 2003 ແລະ ໄຂ້ຫວັດສັດປີກໃນປີ 2016 ມາແລ້ວ. ແຕ່ມາເທື່ອນີ້ Peng ບໍ່ສາມາດທີ່ຈະກັ້ນນໍ້າຕາໄວ້ໄດ້ ເມື່ອເຫັນຜູ້ປ່ວຍກຳລັງຢູ່ໃນລະຫວ່າງຄວາມເປັນກັບຄວາມຕາຍ ແລະ ເຫັນຜູ້ປ່ວຍຫຼາຍຄົນມໍລະນະຊີບດ້ວຍພະຍາດໂຄວິດ-19 ໃນຄັ້ງນີ້.
ທ່ານໝໍຄົນດັ່ງກ່າວ ເວົ້າວ່າ: “ຂ້ອຍບໍ່ສາມາດຈະທຳໃຈໄດ້ໃນເມື່ອຜູ້ປ່ວຍຕາຍຢູ່ຕໍ່ໜ້າຕໍ່ຕາ, ເຖິງຢ່າງໃດກໍດີຂ້ອຍຈະພະຍາຍາມເຮັດວຽກໃຫ້ດີທີ່ສຸດ” .
ການລະບາດຂອງພະຍາດໂຄວິດ-19 ຢູ່ຈີນຫາກໍໄດ້ຮັບການຟື້ນຟູໃຫ້ດີຂຶ້ນໃນໄລຍະໜຶ່ງເດືອນຜ່ານມານີ້ ແຕ່ບັນດາທ່ານໝໍ ເຊັ່ນ Peng ແລະ ຫຼາຍໆຄົນ ຍັງຄົງຈະສືບຕໍ່ຕໍ່ສູ້ກັບໂຄວິດ-19 ເພື່ອກູ້ເອົາຊີວິດຂອງຜູ້ທີ່ຍັງມີອາການຮ້າຍແຮງຈາກຜີຮ້າຍໃນຄັ້ງນີ້ຕໍ່ໄປ.
ບັນດາແພດໝໍທີ່ມີປະສົບການໃນການປິ່ນປົວພະຍາດ ຊາ ແລະ ພະຍາດໂຄວິດ-19 ໃຫ້ຮູ້ວ່າ: ການສະແດງອາການຂອງພະຍາດ ໂຄວິດ-19 ຈະຊ້າກວ່າກວ່າພະຍາດ ຊາ ແຕ່ໃນເມື່ອໄດ້ລະບາດຂຶ້ນແລ້ວມັນຈະແຜ່ຂະຫຍາຍໄວທີ່ສຸດ. ພະຍາດໂຄວິດ ບໍ່ສະເພາະແຕ່ທຳລາຍປອດເທົ່ານັ້ນ ແຕ່ຫາກຍັງສົ່ງຜົນກະທົບຕໍ່ຫົວໃຈ ແລະ ຕັບນຳອີກດ້ວຍ,
ຈຸຂອງທ່ານໝໍ Peng ມີທັງໝົດ 200 ຄົນ. ທຸກຄົນລ້ວນແຕ່ຖອດຖອນບົດຮຽນການປິ່ນປົວພະຍາດໂຄວິດ-19 ເຊິ່ງກັນ ແລະ ກັນຢູ່ຕະຫຼອດເວລາ ເພາະທຸກຄົນລ້ວນແຕ່ບໍ່ທັນມີປະສົບການໃນການປິ່ນປົວພະຍາດນີ້ມາກ່ອນ.
ບັນດາແພດໝໍທົ່ວປະເທດຈີນລ້ວນແຕ່ຢືນຢັນເປັນສຽງດຽວກັນວ່າ ເຄື່ອງຊ່ວຍຫາຍໃຈ ແລະ ECMO ໄດ້ຢືດເວລາຊ່ວຍໃຫ້ລະບົບພູມຕ້ານທານຂອງຜູ້ຕິດເຊື້ອໂຄວິດ-19 ມີຄວາມສາມາດຕໍ່ຕ້ານກັບພວກມັນໄດ້ເປັນຢ່າງດີ.
ມາເຖິງປັດຈຸບັນ ຈີນແຜ່ນດິນໃຫ່ຍມີຜູ້ຕິດເຊື້ອທັງໝົດ 82.526 ກໍລະນີ ໃນນັ້ນ ເສຍຊີວິດ 3.207 ຄົນ ແລະ 76.942 ຄົນໄດ້ຮັບການປິ່ນປົວດີ. ໂດຍລວມແລ້ວ ມາເຖິງປັດຈຸບັນຈີນສາມາດຄວບຄຸມການລະບາດຂອງພະຍາດໄດ້ແລ້ວ, ມີພຽງ 31 ກໍລະນີຕິດເຊື້ອເພີ່ມເຕີມໃນວັນທີ 3 ເມສານີ້ ແຕ່ສ່ວນຫຼາຍແມ່ນຄົນຢູ່ທາງນອກປະເທດເຂົ້າມາ,
ພະຍາດໂຄວິດ-19 ໄດ້ແຜ່ລາມໄປເຖິງ 204 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກແລ້ວ ມີຜູ້ຕິດຫລາຍກວ່າ 1 ລ້ານຄົນ ແລະ ເສຍຊີວິດຫລາຍກວ່າ 53.000 ຄົນ. ຂະນະນີ້ ສະຫະລັດອາເມລິກາເປັນປະເທດມີການລະບາດໜັກກວ່າໝູ່ໃນໂລກ ມີຜູ້ຕິດເຊື້ອທັງໝົດ 278.458 ກໍລະນີ, ອີຕາລີ ເປັນປະເທດທີ່ມີຄົນເສຍຊີວິດຫຼາຍທີ່ສຸດ 14.681 ຄົນ./.