ໄຟລຸກໄໝ້ເຂດປ່າທຳມະຊາດຈຸດຊົມວີວຜາແດງເມືອງງອຍ ແຂວງຫລວງພະບາງ
ເວລາປະມານບ່າຍ 3 ໂມງຂອງວັນທີ 4 ເມສາ ນີ້ ໄດ້ເກີດມີໄຟລຸກໄໝ້ເຂດປ່າທຳມະຊາດຈຸດຊົມວີວຜາແດງເມືອງງອຍຈົນມາຮອດປະຈຸບັນຍັງບໍ່ສາມາດຄວບຄຸມໄຟໄວ້ໄດ້ໄຟໄດ້ໄໝ້ລາມໄປປ່າທຳມະຊາດຫລາຍຈຸດຄາດວ່າສາເຫດມາຈາກປະຊາຊົນຈູດຂີ້ເຫຍື້ອເພື່ອທຳການຜະລິດ ປັດຈຸບັນທາງເຈົ້າຫນ້າທີ່ໄດ້ລະດົມກຳລັງທະຫານ ແລະ ເຈົ້າຫນ້າທີ່ປ່າໄມ້ເຂົ້າໄປດັບມອດ ເພື່ອບໍ່ໃຫ້ລຸກລາມເປັນວົງກ້ວາງ ໂດຍສະພາບການເກີດໄຟໄຫມ້ຄັ້ງນີ້ເຮັດໃຫ້ເກີດມົນລະພິດທາງອາກາດ ຢູ່ແຂວງ ຫລວງພະບາງ ແລະ ແຂວງໃກ້ຄຽງ.