ລາວມີຜູ້ຕິດເຊື້ອເພີ່ມອີກ 1 ກໍລະນີເປັນ 11 ກໍລະນີ
ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 5 ເມສາ ນີ້ວ່າ: ປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ກໍລະນີລວມເປັນ 11 ກໍລະນີ, ຊຶ່ງຜູ້ຕິດເຊື້ອໃຫມ່ດັ່ງກ່າວ ເປັນພະນັກງານບໍລິສັດພູເບ້ຍ ເພດຊາຍ ອາຍຸ 55 ປີ ສັນຊາດ ປາປົວນິວກີເນຍ ເດີນທາງຈາກ ປາປົວນິວກີເນຍ ຜ່ານ:ສິງກະໂປ ວັນທີ 21- 22/3/20 ຢູ່ສິງກະໂປ,ວັນທີ 23/3/20 ເດີນທາງເຂົ້າມາລາວ ຜ່ານສະໜາມບິນປະເທດໄທ ແລະວັນທີ 23 ຫາ 24/03/2020 ພັກຢູ່ໂຮງແຮມຄຣາວພາຊາ, ວັນທີ 25 /03/2020 ເດີນທາງໂດຍລົດບໍລິສັດໄປພູເບ້ຍມາຍນິງມີ 11 ຄົນ ໃກ້ຊິດ ແລະ ພົວພັນບ່ອນເຮັດວຽກປະມານ 100 ຄົນ, ມາຮອດວັນທີ 3/4/20 ເລີ່ມມີອາການໄຂ້, ໄອ, ເຈັບຄໍ, ເຈັບຫົວ,ວັນທີ 4/4/2020 ເວລາ 10:00 ໂມງ ເຂົ້າມາກວດຢູ່ ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງມາກວດ ພົບວ່າຕິດເຊື້ອ ໂຄວິດ 19. ປະຈຸບັນແມ່ນນອນປິ່ນປົວຢູ່ຫ້ອງແຍກປ່ຽວ ໂຮງໝໍມິດຕະພາບ.