ຂໍແນະນຳ: ກ່ອນຈະໃຫ້ລູກເລີ່ມຫລິ້ນເກມພໍ່ແມ່ຕ້ອງສ້າງຂໍ້ຕົກລົງ 3 ຢ່າງ


ຂໍແນະນຳໃຫ້ພໍ່ແມ່ຜູ້ປົກຄອງສ້າງຂໍ້ຕົກລົງ 3 ປະການກັບລູກ ກ່ອນຈະໃຫ້ລູກເລີ່ມຫລິ້ນເກມ ນັ້ນກໍແມ່ນ :
- ເວລາ.
- ເນື້ອຫາ.
- ພຶດຕິກຳ
ເພື່ອປ້ອງກັນການຕິດເກມຕັ້ງແຕ່ໃນໄລຍະເລີ່ມຕົ້ນ.
ໃນປີ 2018 ອົງການອະນາໄມໂລກ ໄດ້ປະກາດ “ພະຍາດຕິດເກມ ”(Gaming Disorder) ເປັນໜຶ່ງໃນພະຍາດທາງຈິດ ມີຜົນກະທົບດ້ານລົບຕໍ່ສຸຂະພາບ, ຄອບຄົວ, ການສຶກສາ, ວຽກງານ, ອາຊີບ ແລະ ສັງຄົມ ເຊິ່ງພະຍາດຕິດເກມແມ່ນພະຍາດທີ່ເກີດຈາກພຶດຕິກຳເສບຕິດໃນທາງສະໝອງ ມີລັກສະນະຄ້າຍຄືກັບຕິດສານເສບຕິດ ເປັນອຸປະສັກສຳຄັນຕໍ່ການພັດທະນາສະໝອງ, ພັດທະນາການ ແລະ ພຶດຕິກຳຂອງເດັກ. ສ່ວນຫລາຍຈະຕິດຈາກການຫລິ້ນເກມຜ່ານອິນເຕີເນັດ ໂດຍມີອາການສຳຄັນ ດັ່ງນີ້ :
- ໃຊ້ເວລາຫລິ້ນດົນເກີນໄປ.
- ຂາດການຄວບຄຸມຕົນເອງໃນການໃຊ້ຊີວິດປົກກະຕິ ເຊັ່ນ : ການກິນ, ການນອນ
- ເສຍໜ້າທີ່, ການຮຽນ ແລະ ວຽກງານ.
ດັ່ງນັ້ນ, ໃນການປ້ອງກັນ ແລະ ແກ້ໄຂບັນຫາເດັກຕິດເກມ ສາມາດປ້ອງກັນໄດ້ຕັ້ງແຕ່ໃນໄລຍະເລີ່ມຕົ້ນ ເຊິ່ງງ່າຍກ່ວາການແກ້ໄຂພາຍຫລັງ ໂດຍພໍ່ແມ່ຜູ້ປົກຄອງຄວນເຮັດຂໍ້ຕົກລົງ 3 ປະການ ກ່ອນຈະໃຫ້ລູກເລີ່ມຫລິ້ນເກມ ດັ່ງນີ້ :
- ເວລາ : ຄວນແບ່ງເວລາໃຫ້ລູກຫລິ້ນເກມຢ່າງເໝາະສົມ, ກຳໜົດໄລຍະເວລາໃນການຫລິ້ນເກມ ມື້ລະ 1 – 2 ຊົ່ວໂມງ ແລະ ບໍ່ຄວນໃຫ້ຫລິ້ນເກມໃນເວລາຮຽນ ຫລື ຫລິ້ນໃນຕອນກາງຄືນ.
- ເນື້ອຫາ : ໃນພາກສ່ວນຂອງເນື້ອຫາເກມຕ້ອງບໍ່ມີຄວາມຮຸນແຮງ ເພື່ອເປັນການປ້ອງກັນບໍ່ໃຫ້ເດັກໄປເສບຂໍ້ມູນຄວາມຮຸນແຮງເພີ່ມຕື່ມຈາກທາງອິນເຕີເນັດ.
- ພຶດຕິກຳ : ການຫລິ້ນເກມຕ້ອງບໍ່ນຳໄປສູ່ພຶດຕິກຳທີ່ບໍ່ເໝາະສົມ ເຊັ່ນ : ບໍ່ຍອມໄປຮຽນ, ໂດດຮຽນ, ບໍ່ກິນເຂົ້າຕາມເວລາ, ບໍ່ຍອມນອນ, ມີພຶດຕິກຳຮຸນແຮງທາງກາຍ ແລະ ວາຈາ ເປັນຕົ້ນ.
ທັງນີ້ ເລື່ອງຕິດເກມບໍ່ໄດ້ເປັນບັນຫາຂອງລູກພຽງຝ່າຍດຽວ, ແຕ່ເປັນບັນຫາຂອງໝົດທຸກຄົນໃນຄອບຄົວທີ່ຕ້ອງຮ່ວມກັນຈັດການ ຫາກບໍ່ສາມາດຈັດການໄດ້ ໃຫ້ປຶກສາແພດເດັກ ຫລື ຈິດຕະແພດ ເປັນຕົ້ນ.