ຫຸ່ນຈະດີຕ້ອງອອກກຳລັງກາຍ… ແຄດທາລິນ ລີ ນັກສະແດງສາວແນະນຳໃຫ້ທຸກຄົນອອກກຳລັງກາຍເພື່ອສ້າງພູມຕ້ານທານໃຫ້ຮ່າງກາຍ (ມີພາບ)
April 6, 2020 - 1:07 PM


ແຄດທະລິນ ລີ ດາລາສາວຊາວມາເລເຊຍເຊື້ອສາຍຈີນ ອາຍຸ 32 ປີ ທີ່ໄດ້ຮັບບົດສະແດງໃນຮູບເງົາເລື່ອງ Special Female Force ອອກສາຍເມື່ອປີ 2016 ຜ່ານມາ ເປີດເຜີຍວ່າ: ຕົນເອງຮັກ, ໃສ່ໃຈໃນການອອກກຳລັງກາຍໃຫ້ມີຫຸ່ນດີ ແລະ ສຸຂະພາບແຂງເເຮງ.
ພ້ອມຍັງເປັນຕົວຢ່າງໃຫ້ແກ່ທຸກໆຄົນອອກກຳລັງກາຍເພື່ອສ້າງພູມຕ້ານທານ ເພາະວ່າໃນຂະນະນີ້ດັ່ງທີີ່ຊາບກັນແລ້ວວ່າມີການລະບາດຂອງເຊື້ອໄວຣັສໂຄວິດ-19 ທົ່ວໂລກ ເຮັດໃຫ້ມີຄົນຕິດເຊື້ອຫຼາຍກວ່າ 1 ລ້ານຄົນ ແລະ ເສຍຊີວິດເປັນຈຳນວນຫຼາຍ.
ພ້ອມດຽວກັນນັ້ນ ແຄດທາລິນ ຍັງກ່າວວ່າ ທຸກຄົນຕ້ອງຜ່ານເລື່ອງລາວທີ່ໂຫດຮ້າຍນີ້ໄປດ້ວຍກັນໃຫ້ໄດ້ ແລະ ໃຫ້ທຸກຄົນກັກບໍລິເວນຕົນເອງ, ສາມາດອອກກຳລັງກາຍໃນເຮືອນຕົນເອງໄດ້ ເພື່ອບໍ່ໃຫ້ມີຈຳນວນການຕິດເຊື້ອໄວຣັສດັ່ງກ່າວເພີ່ມຂຶ້ນ.