ໂຣກ​ລະ​ບາດ​ຮ້າຍ​ແຮງ​ໃນ​ອະດີດ

- ooii - ໂຣກ​ລະ​ບາດ​ຮ້າຍ​ແຮງ​ໃນ​ອະດີດ
- kitchen vibe - ໂຣກ​ລະ​ບາດ​ຮ້າຍ​ແຮງ​ໃນ​ອະດີດ

ອະຫິ​ວາ ເປັນ​ໂຣກ​(ຕາຍ​ຫ່າ) ເປັນ​ໂຣກ​ລະ​ບາດ​ທົ່ວ​ໄປ​ຂອງ​ທະ​ວີບ​ອາຊີ​ ແລະ ອິນ​ເດຍ ໂດຍ​ສະ​ເພາະ​ແມ່ນ​ແມ່ນ້ຳ​ຄົງ​ຄາ​ທີ່​ເປັນ ​ແມ່​ນ້ຳ​ຫລັກ​ໃນ​ການ​ດຳ​ລົງ​ຊີ​ວິດ​ເຮັດ​ ໃຫ້​ມີ​ການ​ລະ​ບາດ​ໄປ​ສູ່​ພາກພື້ນ​ອື່ນ​ໆ​.

ໂຣກນີ​້​ແຜ່​ໄປ​ຕາມ​ທາງ​ບົກ ແລະ ເຮືອ ເຊິ່ງ​ເປັນ​ການ​ລະ​ບາດ​ຄັ້ງ​ໃຫຍ່​ໃນ​ໂລກ​ແບ່ງ​ເປັນ 7 ເທື່ອ​ຄື:

- Visit Laos Visit SALANA BOUTIQUE HOTEL - ໂຣກ​ລະ​ບາດ​ຮ້າຍ​ແຮງ​ໃນ​ອະດີດ

-​ການ​ລະ​ບາດເທື່ອ​ທີ 1 ເກີດ​ໃນ​ປີ 1816 – 1826 ເປັນ​ການ​ລະ​ບາດ​ເທື່ອ​ທຳ​ອິດ​ຂອງ​ໂລກ​ແມ່ນ​ເລີ່ມ ຈາກ​ປະ​ເທດ​ອິນ​ເດຍ, ຈີນ

-​ການ​ລະ​ບາດເທື່ອ​ທີ 2 ໃນ​ປີ 1829-1851 ເປັນ​ການ​ແຜ່​ລະ​ບາດ​ໃນ​ທະ​ວີບ​ເອີ​ຣ​ົບ ໂດຍ​ສະ​ເພາະ​ອັງ​ກິດ ແລະ ຝ​ຣັ່ງ, ໃນ​ປີ 1831 ມີ​ຜ​ູ້​ເສຍ​ຊີ​ວິດຢູ່​ລອນດອນ​ດ້ວຍ​ໂຣກ​ອະຫິ​ວາ (ຫ່າ) ປະ​ມານ 6.536 ຄົນ​ ສ່ວນ​ຢູ່​ປາ​ລີ ມີ​ຜູ້​ເສ​ຍ​ຊີ​ວິດ​ປະ​ມານ 20.000 ຄົນ ການ​ລະ​ບາດ​ເທື່ອນີ້​ແມ່ນ​ແຜ່​ໄປ​ຈົນ​ຮອດ​ລັດ​ເຊຍ, ເດີ​ເບ໌ດ, ອອດ​ສະ​ເດ​ເລຍ, ກາ​ນາ​ດາ, ນິວຢອກ​ສະ​ຫະ​ລັດ​ອາ​ເມ​ລິ​ກາ, ສະ​ເພາະ​ອາ​ຟິກ​ກາ​ແມ່ນ​ລະ​ບາດ​ໃນ​ປີ 1834

– ກາ​ນ​ລະ​ບາດ​ເທື່ອ​ທີ 3 ໃນ​ປີ 1852-1860 ການ​ລະ​ບາດ​ເທື່ອນີ້​ສ່ວນ​ໃຫຍ່​ຈະ​ເກີດ​ຢູ່​ ປະ​ເທດ ລັດ​ເຊຍ ມີ​ຈຳ​ນວນ​ຜູ້​ເສ​ຍ​ຊີ​ວິດ​ປະ​ມານ​ລ້ານ​ຄົນ. ​ໃນ​ປີ 1854 ມີ​ການ​ເກີດ​ລະ​ບາດ​ອາ​ຫິ​ວາ ຢູ່ ຊິກ​ກາ​ໂກ້, ສະ​ຫະ​ລັດ​ອາ​ເມ​ລິ​ກາ ມີ​ຜູ້​ເສຍ​ຊີ​ວິດ​ປະ​ມານ   3.300 ຄົນ.

– ການ​ລະ​ບາດ​ເທື່ອ​ທີ 4 ໃນ​ປີ 1863-1875 ສ່ວນ​ໃຫຍ່​ເປັນ​ການ​ລະ​ບາດ​ໃນ​ທະ​ວີບ​ເອີ ຣົບ ແລະ ອາ​ຟິ​ກາ ໃນ​ປີ 1866 ມີ​ການ​ລະ​ບາດ​ຫນັກ​ທະ​ວີບ​ອາ​ຟິ​ກາ​ເຫນືອ ແລະ ລອນດອນ ທີ່​ມີ​ການ​ລະ​ບາດ​ໄປ​ຫລາຍ​ພື້ນ​ທີ່​ເຊັ່ນ (East end)ມີ​ຄົນ​ຕາຍ 5.596 ຄົນ   ໃນ​ນະ​ຄອນ​ຫລວງ ອຳ​ສະ​ເຕີ​ດຳ, ເນ​ເທີ​ແລນ, ມີ​ຜູ້​ເສຍ​ຊີ​ວິດ 21.000 ຄົນ.

– ການ​ລະ​ບາດ​ເທື່ອ​ທີ 5 ໃນ​ປີ 1881-1896 ມີ​ການ​ລະ​ບາດ​ໃຫຍ່​ຢູ່​ນະ​ຄອນ​ຫລວງ​ ອຳ​ບົວ ປະ​ເທດ ເຢ​ຍ​ລະ​ມັນ ໃນ​ປີ 1892 ມີ​ຜູ້​ເສຍ​ຊີ​ວິດ 8.600 ຄົນ.

– ການ​ລະ​ບາດ​ເທື່ອ​ທີ 6 ໃນ​ປີ 1899-1923 ການ​ລະ​ບາດ​ເທື່ອນີ້​ແມ່ນ​ຈະ​ເກີດ​ຂຶ້ນ​ຢູ່​ປະ ເທດ ລັດ​ເຊຍ ແລະ ປະ​ເທດ​ໃນ​ກຸ່ມ​ອາ​ນາ​ຈັກ ອ໋ອ​ຕ​ໂຕ​ມັນ ເປັນ​ສ່ວນ​ໃຫຍ່ ມີ​ຜູ້​ເສ​ຍ​ຊີ​ວິດ  ມີ​ຈຳ​ນວນ​ຫລາຍ.

– ການ​ລະ​ບາດ​ເທື່ອ​ທີ 7 ໃນ​ປີ 1961-1970 ແມ່ນ​ເລີ່ມ​ມາ​ແຕ່​ເມືອງ ສຸ​ລະ​ເວ​ລີ ປະ​ເທດ ອິນ​ໂດ​ເນ​ເຊຍ.ແມ່ນ​ລະ​ບາດ​ໄປ​ຮອດ ບັງ​ກາ​ລາ​ເທດ ເຂົ້າ​ສູ່​ອິນ​ເດຍ​ໃນ​ປີ 1964  ແລະ ສະ​ຫະ​ພາບ​ໂຊ​ຫວຽດ ໃນ​ປີ 1966 ໃນ​ນັ້ນ​ກ​ໍ​ມີ​ການ​ລະ​ບາດ​ຢູ່​ຍີ່​ປຸ່ນ ໃນ​ຫມູ່​ເກາະ ປາ​ຊິ​ຟິກ​ໃຕ້ ແລະ ອາ​ຟິ​ກາ​ເຫນືອ ແຜ່​ໄປ​ປະ​ເທດ​ ອິດ​ຕາ​ລີ ໃນ​ປີ 1972.

- 4 - ໂຣກ​ລະ​ບາດ​ຮ້າຍ​ແຮງ​ໃນ​ອະດີດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!