ຮູ້ແລ້ວສາເຫດໄຟໄໝ້ປ່າ ຈຸດຊົມວິວ ເມືອງ ງອຍ ແຂວງ ຫລວງພະບາງ
ໃນເວລາປະມານບ່າຍ 3 ໂມງ ຂອງວັນທີ່ 4 ເມສາ ໄດ້ເກີດມີໄຟລຸກໄໝ້ເຂດປ່າທຳມະຊາດ ຈຸດຊົມວີວຜາແດງເມືອງງອຍ ເບື້ອງຕົ້ນບໍ່ສາມາດຄວບຄຸມໄຟໄວ້ໄດ້ ໄຟໄດ້ໄໝ້ລາມໄປຫລາຍຈຸດ ເຮັດໃຫ້ປ່າທຳມະຊາດເສຍຫາຍຈຳນວນໜື່ງ. ທ່ານ ທອງຄູນ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງງອຍ ໄດ້ໃຫ້ສຳພາດວ່າ: ພາຍຫຼັງພົບເຫັນສະພາບໄຟໄໝ້ ໄດ້ແຈ້ງໃຫ້ອົງການປົກຄອງບ້ານທີ່ຢູ່ໃກ້ຄຽງ ລະດົມກຳລັງເຂົ້າສະກັດກັ້ນ ລວມທັງຊອກຫາຜູ້ກະທຳຄວາມຜິດ ເຊີ່ງສາມາດກັກຕົວໄດ້ຈຳນວນ 1 ຄົນ ໂດຍໄດ້ຮັບສາລະພາບວ່າ: ໄດ້ຈຸດຂີ້ເຫຍື້ອພາຍໃນສວນ ເພື່ອປູກໝາກເຜັດ ແຕ່ໄຟໄດ້ລຸກລາມໄປຢ່າງໄວວາ ເຮັດໃຫ້ພື້ນທີ່ຈຸດຊົມວີວຜາແດງເກີດຄວາມເສຍຫາຍຈຳນວນໜື່ງ. deth 04 – 16
ຮອງຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງງອຍ ໃຫ້ຮູ້ຕື່ມວ່າ: ສຳລັບມາດຕະການຕໍ່ຜູ້ກະທຳຜິດ ປະຈຸບັນເຈົ້າໜ້າທີ່ພວມດຳເນີນການສືບສວນສອບສວນ ແລະດຳເນີນຄະດີຕາມລະບຽບກົດໝາຍ ເຊີ່ງທຸກປີອົງການປົກຄອງເມືອງ ໄດ້ອອກແຈ້ງການ ໃຫ້ປະຊາຊົນບັນດາເຜົ່າ ພ້ອມກັນເພີ່ມສະຕິໃນການສະກັດກັ້ນ ໄຟໄໝ້ລາມປ່າ ໂດຍລະບຸແຈ້ງກ່ຽວກັບມາດຕະການຕໍ່ຜູ້ລະເມີດ ຫຼື ກະທຳຜິດ ແມ່ນຕ້ອງມີຄວາມຮັບຜິດຊອບຕາມລະບຽບກົດໝາຍ.