ຈີນຍິ້ມອອກ ບໍ່ພົບຜູ້ເສຍຊີວິດຈາກໂຄວິດມື້ທຳອິດ

- 82 - ຈີນຍິ້ມອອກ ບໍ່ພົບຜູ້ເສຍຊີວິດຈາກໂຄວິດມື້ທຳອິດ
- kitchen vibe - ຈີນຍິ້ມອອກ ບໍ່ພົບຜູ້ເສຍຊີວິດຈາກໂຄວິດມື້ທຳອິດ

     ຈີນຖະແຫລງ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເສຍຊີວິດເປັນມື້ທຳອິດ ນັບແຕ່ອູ່ຮັ່ນເປັນສູນກາງລະບາດໜັກ ຈົນມີຜູ້ຕິດເຊື້ອ ແລະ ເສຍຊີວິດຈຳນວນຫລາຍ.

     ວານນີ້ (7 ເມສາ 2020) ສຳນັກຂ່າວຕ່າງປະເທດ ແລະ ເວັບໄຊ RT ລາຍງານທາງການຈີນປະກາດຢືນຢັນ ບໍ່ພົບຜູ້ປ່ວຍເສຍຊີວິດຈາກໂຄວິດ-19 ໃນປະເທດຈີນເປັນຄັ້ງທຳອິດ ນັບແຕ່ເກີດການແຜ່ລະບາດຂອງເຊື້ອໂຄວິດແຕ່ທ້າຍເດືອນທັນວາ ແລະ ມີຜູ້ຕິດເຊື້ອປະມານ 81.000 ຄົນ ແລະ ມີຜູ້ເສຍຊີວິດປະມານ 3.300 ຄົນ.

- Visit Laos Visit SALANA BOUTIQUE HOTEL - ຈີນຍິ້ມອອກ ບໍ່ພົບຜູ້ເສຍຊີວິດຈາກໂຄວິດມື້ທຳອິດ

     ຄະນະກຳມະການສຸຂະພາບແຫ່ງຊາດຈີນຖະແຫລງໃນວັນທີ 7 ເມສາວ່າ: ໃນໄລຍະ 24 ຊົ່ວໂມງຜ່ານມາ ມີຜູ້ເສຍຊີວິດຈາກເຊື້ອໂຄວິດເປັນສູນ ແລະ ຢືນຢັນພົບຜູ້ຕິດເຊື້ອຄົນໃໝ່ພຽງ 32 ຄົນ ເຊິ່ງຄົນເຫລົ່ານີ້ເດີນທາງມາຈາກຕ່າງປະເທດທັງໝົດ.

      ສຳນັກຂ່າວຊິນຮົວລາຍງານວ່າ: ສຳນັກງານໃຫຍ່ດ້ານການປ້ອງກັນ ແລະ ຄວບຄຸມໂຣກຕິດຕໍ່ໄວຣັສໂຄໂຣນາສາຍພັນໃໝ່ປະຈຳມົນທົນຫູເປີຍ ໄດ້ປະກາດໃຫ້ທ້ອງຖິ່ນຢູ່ອາໄສຫລາຍແຫ່ງໃນເມືອງອູ່ຮັ່ນ ມົນທົນຫູເປີຍ ເປັນສະຖານະປອດໂຣກລະບາດແລ້ວ ລວມ 6.988 ແຫ່ງ ຫລັງບໍ່ພົບຜູ້ຕິດເຊື້ອໂຄວິດຄົນໃໝ່ ເຖິງວ່າຕົວເລກຜູ້ຕິດເຊື້ອໂຄວິດແຕ່ບໍ່ສະແດງອາການປ່ວຍຈະເພີ່ມຂຶ້ນ 35 ຄົນກໍຕາມ.

- 5 - ຈີນຍິ້ມອອກ ບໍ່ພົບຜູ້ເສຍຊີວິດຈາກໂຄວິດມື້ທຳອິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!