ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການເພີ່ມເຕີມ ເພື່ອຜັນຂະຫຽາຍ ຄໍາສັ່ງເລກທີ 06/ນຍ ຂອງນາຍົກລັດຖະມົນຕີ

- 91291 - ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການເພີ່ມເຕີມ  ເພື່ອຜັນຂະຫຽາຍ ຄໍາສັ່ງເລກທີ 06/ນຍ ຂອງນາຍົກລັດຖະມົນຕີ
- kitchen vibe - ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການເພີ່ມເຕີມ  ເພື່ອຜັນຂະຫຽາຍ ຄໍາສັ່ງເລກທີ 06/ນຍ ຂອງນາຍົກລັດຖະມົນຕີ

ອີງຕາມທິດຊີ້ນໍາຂອງ ທ່ານ ນາຍົກລັດຖະມົນຕີທອງລຸນ ສີສຸລິດ ຜ່ານກອງປະຊຸມທາງໄກ ເມື່ອບໍ່ດົນມານີ້ ທີ່ໄດ້ແນະນໍາໃຫ້ຄະນະສະເພາະກິດ, ບັນດາກະຊວງທີ່ກ່ຽວຂ້ອງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດໃຫ້ເອົາໃຈໃສ່ຕື່ມກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວໂດຍໃຫ້ເພີ້ມທະວີ ມາດຕະການສະ ກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ໃຫ້ໄດ້ຮັບຜົນດີກ່ວາເກົ່າ.ໂດຍສະເພາະໄດ້ເນັ້ນໃຫ້ຄະນະສະເພາະກິດ,ໃຫ້ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ປະຊາຊົນ ເຂົ້າໃຈກ່ຽວກັບຜົນຮ້າຍ ແລະ ຜົນກະທົບຂອງພະຍາດດັ່ງກ່າວ, ເນັ້ນໃຫ້ປະຊາຊົນເອົາໃຈໃສ່ປະຕິບັດການແຍກປ່ຽວຢູ່ເຮືອນ, ຢູ່ບ້ານ ຫຼື ຢູ່ສູນໃຫ້ເຂັ້ມງວດ,ສືບຕໍ່ປິດດ່ານຖ້າບໍ່ຈຳເປັນແມ່ນບໍ່ອະນຸຍາດໃຫ້ຜູ້ໂດຍສານເຂົ້າມາເດັດຂາດ ແລະ ພ້ອມນັ້ນກໍໃຫ້ຮີບຮ້ອນເຈລະຈາກັບຝ່າຍໄທ ໃນການຮ່ວມມືໃນການປ້ອງກັນພະຍາດດັ່ງກ່າວຊ່ວຍກັນ ແລະ ໃຫ້ກະຊວງການຕ່າງປະເທດປະສານໄປຍັງເຈົ້າໜ້າທີ່ຝ່າຍໄທທີ່ກ່ຽວຂ້ອງເພື່ອໃຫ້ແຮງງານລາວຢູ່ໄທສາມາດດຳລົງຊີວິດ ແລະ ກັກກັນຢູ່ປະເທດ ດັ່ງກ່າວໄປກ່ອນຈົນກວ່າສະພາບຈະດີຂຶ້ນ.

ສຳລັບຜູ້ອອກແຮງງານລາວທີ່ເຂົ້າມາປະເທດແລ້ວໃຫ້ພາກສ່ວນກ່ຽວຂ້ອງຕ່າງໆລົງເກັບກຳຂໍ້ມູນ ແລະ ຂຶ້ນບັນຊີແຮງງານເຫລົ່ານັ້ນ ໃຫ້ລະອຽດເພື່ອຕິດຕາມ ແລະ ສະດວກໃນການກວດສຸຂະພາບ ແລະ ກຳນົດ ບ່ອນແຍກປ່ຽວຢູ່ແຕ່ລະທ້ອງຖິ່ນໃຫ້ຖືກຕາມມາດຕະຖານ ແລະ ເງື່ອນໄຂ ບໍ່ໃຫ້ມີ ຄວາມແອອັດ, ໃຫ້ອົງການປົກຄອງທ້ອງຖິ່ນແແຕ່ລະຂັ້ນເຂັ້ມງວດແນະນຳປະຊາຊົນ ກັກຕົວຕົນເອງຢູ່ເຮືອນ ຫຼື ບ່ອນພັກອາໄສໄດ້ເຂັ້ມງວດ ແລະ ພ້ອມນັ້ນກໍໃຫ້ຄະນະສະເພາະກິດຮີບຮ້ອນສົ່ງຜ້າອັດປາກ, ເຈວລ້າງມື, ເຫຼົ້າເກົ້າສີບ ແລະ ອຸປະກອນການແພດທີ່ໄດ້ຮັບບໍລິຈາກ ແລະເຄື່ອງຊ່ວຍເຫຼືອຈາກພາກສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດໄປໃຫ້ແຂວງທີ່ຂາດເຂີນ ແລະ ຢູ່ຫ່າງໄກໃຫ້ທົ່ວເຖິງ ແລະ ທັນເວລາ, ເຫັນດີໃຫ້ຄະນະສະເພາະກິດ ນຳໃຊ້ເງິນຊ່ວຍເຫຼືອຈາກຕ່າງປະເທດ, ຈັດຊື້ອຸປະກອນການແພດທີ່ຍັງບໍ່ພຽງພໍ ເພື່ອຈັດສົ່ງໃຫ້ບັນດາແຂວງໂດຍໄວ, ແຕ່ຕ້ອງຮັບປັນກັນຄວາມໂປ່ງໃສ, ໃຫ້ທຸກໆທ້ອງຖິ່ນເຂດແຂວງຕ່າງໆເປັນເຈົ້າການເອົາໃຈໃສ່ຄຸ້ມຄອງສິນຄ້າ ແລະ ຊຸກຍູ້ໃຫ້ປະຊາຊົນຈັດຕັ້ງການຜະລິດ, ປູກຝັງ, ລ້ຽງສັດໃຫ້ກຸ້ມຕົນເອງເພື່ອ ບໍ່ໃຫ້ມີສະພາບຂາດແຄນ, ກ່ຽວກັບ ການນຳເຂົ້າ ແລະ ສິນຄ້າຈາກຕ່າງປະເທດ ແມ່ນບໍ່ໃຫ້ເກືອດຫ້າມ ແຕ່ຕ້ອງມີການ ຄຸ້ມຄອງ ມີຈຸດຄ່ຽນຖ່າຍ ມີການກວດ ກາຜູ້ຂັບລົດ ແລະ ອື່ນໆ.

- Visit Laos Visit SALANA BOUTIQUE HOTEL - ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການເພີ່ມເຕີມ  ເພື່ອຜັນຂະຫຽາຍ ຄໍາສັ່ງເລກທີ 06/ນຍ ຂອງນາຍົກລັດຖະມົນຕີ

ສຳລັບການຂົນສົ່ງສິນຄ້າພາຍໃນແມ່ນອະນຸຍາດໃຫ້ມີການຂົນສົ່ງລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ, ບ້ານຕໍ່ບ້ານໄດ້ຕາມປົກກະຕິ,ພ້ອມນີ້ກໍ ໃຫ້ຄະນະສະເພາະກິດ ແລະ ກະຊວງສາທາລະນະສຸກຄົ້ນຄວ້າຊອກສະຖານທີ່ພັກ, ເຮັດວຽກຊົ່ວຄາວ ແລະ ສິ່ງເອື້ອອຳນວຍຄວາມ ສະດວກຕ່າງໆໃຫ້ແກ່ແພດໝໍ ແລະ ກຳລັງ ປກສ, ປກຊ ຜູ້ກຳລັງປະຕິບັດໜ້າທີ່ໃຫ້ດີທີ່ສຸດ, ໃຫ້ກະຊວງການເງິນ ເປັນໃຈກາງໃນການສົມທົບກັບພາກສ່ວນ ກ່ຽວຂ້ອງຂຶ້ນແຜນດ້ານການເງິນ ແລະ ຂໍການສະໜັບສະໜູນຈາກຕ່າງປະເທດ, ໃຫ້ປະຕິບັດຕາມຄຳສັ່ງຂອງລັດຖະບານ ແລະ ຄະນະສະເພາະກິດຢ່າງເຂັ້ມງວດ ແລະ ອື່ນໆ.

- 3 - ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການເພີ່ມເຕີມ  ເພື່ອຜັນຂະຫຽາຍ ຄໍາສັ່ງເລກທີ 06/ນຍ ຂອງນາຍົກລັດຖະມົນຕີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!