ປກສ ແຂວງອຸດົມໄຊຈັບຜູ້ຄ້າຢາເສບຕິດຫລາຍລາຍ

- Gangs - ປກສ ແຂວງອຸດົມໄຊຈັບຜູ້ຄ້າຢາເສບຕິດຫລາຍລາຍ
- kitchen vibe - ປກສ ແຂວງອຸດົມໄຊຈັບຜູ້ຄ້າຢາເສບຕິດຫລາຍລາຍ

ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ລາຍງານໃຫ້ຮູ້ວ່າ: ເດືອນພຶດສະພາຜ່ານມາ, ກໍາລັງເຈົ້າໜ້າທີ່ຂອງຕົນສາມາດຈັບຜູ້ຄ້າຂາຍຢາເສບຕິດມາດໍາເນີນຄະດີຕາມລະບຽບກົດໝາຍໄດ້ຫລາຍລາຍຄື: ນາງ ຈືທໍ້ ອາຍຸ 56 ປີຢູ່ບ້ານຫ້ວຍຢໍ້າ, ເມືອງໄຊ ພ້ອມຂອງກາງຢາບ້າ 70 ກວ່າເມັດ, ທ້າວ ໃຈ ອາຍຸ 29 ປີຢູ່ບ້ານໂຮມສຸກ, ທ້າວ ອາຍິ້ວ ອາຍຸ 33 ປີ, ທ້າວ ອາເຝີຈົງ ອາຍຸ 42 ປີຢູ່ບ້ານລ່ອງເດື່ອ, ທ້າວ ອາຊາງ ອາຍຸ 28 ປີຢູ່ບ້ານຖິ່ນ, ທ້າວ ຄໍາພັນ ອາຍຸ 54 ປີຢູ່ບ້ານວັງໄຮ, ນາງແດງ ອາຍຸ 26 ປີຢູ່ບ້ານໜອງແມງດາ, ນາງ ຈັນສຸກ ອາຍຸ 18 ປີຢູ່ບ້ານວັງໄຮ, ນາງ ມະນີວັນ ອາຍຸ 23 ປີຢູ່ບ້ານນາແລ, ເມືອງໄຊ, ໂດຍໄດ້ພາກັນມົ້ວສຸມຢາເສບຕິດ ແລະ ຫລີ້ນການພະນັນໃນເຮືອນພັກແຫ່ງໜຶ່ງ, ພ້ອມຂອງກາງອຸປະກອນເສບຢາຈໍານວນ 7 ອັນ, ໄພ້ສອງຊຸມ ແລະ ເງິນກີບຈໍານວນໜຶ່ງ, ພ້ອມນີ້ຍັງໄດ້ຈັບຕົວທ້າວ ຈົງສີລໍ ອາຍຸ 49 ປີຢູ່ບ້ານພູຂຽວ, ເມືອງໄຊ ພ້ອມຂອງກາງຢາບ້າ ແລະ ເຮໂຣອິນຈໍານວນໜຶ່ງ, ດ່ຽງຊັ່ງຝິ່ນ 3 ອັນ ແລະ ເງິນກີບຈໍານວນໜຶ່ງ ແລະ ມ້າງແຫລ່ງມົ້ວສຸມ ແລະ ຄ້າຂາຍຢາເສບຕິດຢູ່ບ້ານໂຮມສຸກ, ເມືອງໄຊ, ໂດຍໄດ້ກວດຄົ້ນເຮືອນທ້າວ ນໍຈາເຊັງ ອາຍຸ 57 ປີພົບຂອງກາງຢາບ້າ ແລະ ເຮໂຣອິນຈໍານວນໜຶ່ງ, ດ່ຽງຊັ່ງຝິ່ນ 1 ອັນ, ເຮືອນນາງ ວານູ ອາຍຸ 26 ປີ ພ້ອມຂອງກາງຢາບ້າ 30 ເມັດ, ເຮໂຣອິນ 23 ຫໍ່ນ້ອຍ ແລະ ເຮືອນນາງ ຍີຫາ ອາຍຸ 30 ປີ ພ້ອມຂອງກາງຢາບ້າຈໍານວນໜຶ່ງ.

- 4 - ປກສ ແຂວງອຸດົມໄຊຈັບຜູ້ຄ້າຢາເສບຕິດຫລາຍລາຍ
- Visit Laos Visit SALANA BOUTIQUE HOTEL - ປກສ ແຂວງອຸດົມໄຊຈັບຜູ້ຄ້າຢາເສບຕິດຫລາຍລາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!