ແນວໃດຈຶ່ງເອີ້ນວ່າ ແຍກຫ່າງທາງສັງຄົມ?

- 3 2 - ແນວໃດຈຶ່ງເອີ້ນວ່າ ແຍກຫ່າງທາງສັງຄົມ?
- kitchen vibe - ແນວໃດຈຶ່ງເອີ້ນວ່າ ແຍກຫ່າງທາງສັງຄົມ?

ໂດຍ: ລູກເມືອງພວນ

ການແຍກຫ່າງທາງສັງຄົມ ຕ້ອງປະຕິບັດຕາມຫຼັກການທີ່ວ່າ: ແຍກຫ່າງຢູ່ພາຍໃນຄອບຄົວ, ບ້ານກັບບ້ານ, ເມືອງກັບເມືອງ, ແຂວງກັບແຂວງ, ບໍ່ເຕົ້າໂຮມກັນນັບແຕ່ 2 ຄົນຂຶ້ນໄປໃນສະຖານທີ່ສາທາລະນະ.

- Visit Laos Visit SALANA BOUTIQUE HOTEL - ແນວໃດຈຶ່ງເອີ້ນວ່າ ແຍກຫ່າງທາງສັງຄົມ?

ບັນດາໂຮງຈັກ ໂຮງງານ ຍັງດຳເນີນການເຄື່ອນໄຫວຜະລິດໄດ້ເປັນປົກກະຕິ ແຕ່ພະນັກງານລັດ, ຫົວໜ່ວຍທຸລະກິດ ຕ້ອງພັກຢູ່ກັບເຮືອນເຮັດວຽກດ້ວຍທາງອອນລາຍ.

ການບໍລິການທີ່ຈຳເປັນຈຳນວນໜຶ່ງແມ່ນຍັງເຄື່ອນໄຫວໄດ້ ເພື່ອໃຫ້ການບໍລິການຊີວິດການເປັນຢູ່ຂອງສັງຄົມຮັບປະກັນເປັນປົກກະຕິ.

ນີ້ຄືວິທີການ “ເລັ່ງດ່ວນ” ເພື່ອແຍກຫ່າງທາງສັງຄົມ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດ ໂດຍບໍ່ປິດປະຕູປະເທດ. ວິທີການດັ່ງກ່າວແມ່ນເພື່ອປຸກລະດົມໃຫ້ທຸກຄົນປ້ອງກັນຕົວເອງ, ຄອບຄົວແລະ ທົ່ວໃນສັງຄົມ.

ເວລາມີການແຍກຫ່າງທາງສັງຄົມ ມີການເຄື່ອນໄຫວແນວໃດ?

  • ບັນດາສາຍການບິນທັງພາຍໃນ ແລະ ຕ່າງປະເທດ ໄດ້ປິດການບິນບາງສາຍເປັນເວລາຊົ່ວຄາວ, ແຕ່ເປັນອັນທີ່ແນ່ນອນແລ້ວວ່າ ແຂກຄົນທີ່ສຳຄັນໄປວຽກທາງລັດຖະກິດ ຂອງຕ່າງປະເທດ ເພື່ອເຂົ້າຮ່ວມວຽກທາງການທີ່ສຳຄັນ ເຊັ່ນ: ຊ່ຽວຊານ, ນັກທຸລະກິດ, ນັກວິສາວະກອນ ແລະ ກໍລະນີພິເສດອື່ນໆ ບົນພື້ນຖານການເຫັນດີຈາກຄະນະຊີ້ນຳລະດັບຊາດ ຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19. ການປິດດ່ານສາກົນ ແລະ ດ່ານທ້ອງຖິ່ນຈຳນວນໜຶ່ງຂອງລາວນັ້ນ ບໍ່ໝາຍຄວາມວ່າປິດທຸກບໍລິການ. ແຕ່ການຂົນສົ່ງສິນຄ້າ ແລະ ກໍລະນີພິເສດຍັງຄົງດຳເນີນໄດ້ເປັນປົກກະຕິ ແຕ່ຕ້ອງມີການກວດກາຢ່າງເຂັ້ມງວດກ່ອນຈະໄດ້ຜ່ານດ່ານ ແລະ ໄດ້ຮັບຄວາມເຫັນດີຂອງຄະນະຊີ້ນຳລະດັບຊາດກ່ອນ.
  • ປິດສາຍການບິນ ແລະ ລົດໂດຍສານທຸກສາຍຢູ່ພາຍໃນປະເທດຊົ່ວຄາວ ເພື່ອຢັບຢັ້ງບໍ່ໃຫ້ເຊື້ອໄວຣັດໂຄວິດ-19 ແຜ່ລາມໄປເປັນວົງກ້ວາງ.
- 3 - ແນວໃດຈຶ່ງເອີ້ນວ່າ ແຍກຫ່າງທາງສັງຄົມ?
- 5 - ແນວໃດຈຶ່ງເອີ້ນວ່າ ແຍກຫ່າງທາງສັງຄົມ?
- 4 - ແນວໃດຈຶ່ງເອີ້ນວ່າ ແຍກຫ່າງທາງສັງຄົມ?
  • 1097 Posts
  • 0 Comments
iLike/LPN/20