ບົດຮຽນການຄຸ້ມຄອງອົງການບໍ່ຂຶ້ນກັບລັດຖະບານຢູ່ບາງປະເທດ

- New frame 1 - ບົດຮຽນການຄຸ້ມຄອງອົງການບໍ່ຂຶ້ນກັບລັດຖະບານຢູ່ບາງປະເທດ
- Untitled design - ບົດຮຽນການຄຸ້ມຄອງອົງການບໍ່ຂຶ້ນກັບລັດຖະບານຢູ່ບາງປະເທດ

ເບິ່ງກວ້າງເຫັນໄກ: ວິເສດ ສະແຫວງສຶກສາ

ພົບກັບຄໍລຳ “ເບິ່ງກວ້າງເຫັນໄກ” ປະຈຳວັນນີ້, ຜູ້ຂຽນໄດ້ສັງລວມເອົາບົດຮຽນຂອງ 3 ປະເທດໃນການຄຸ້ມຄອງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ (ອົງການເອັນຈີໂອ-NGO) ເພາະວ່າໃນປັດຈຸບັນນີ້ ອົງການ NGO ແລະ ອົງການສົງເຄາະຕ່າງໆໄດ້ມີບົດບາດສຳຄັນໃນການປະກອບສ່ວນພັດທະນາສັງຄົມ ແລະ ເສດຖະກິດໃນຫລາຍໆປະເທດ. ສຳລັບຢູ່ປະເທດອິນເດຍ, ສະຖິຕິເມື່ອທ້າຍປີ 2016 ຊີ້ອອກວ່າ: ອົງການ NGO ແລະ ອົງການສົງເຄາະທີ່ເຄື່ອນໄຫວຢູ່ໃນປະເທດນີ້ມີທັງໝົດປະມານ 33.000 ອົງການ ທັງເປັນຂອງພາຍໃນເອງ ແລະ ຂອງຕ່າງປະເທດ. ຂ່າວບອກວ່າ: ນັບແຕ່ທ່ານ ນາເຣນດຼາ ໂມດີ ຂຶ້ນເປັນນາຍົກລັດຖະມົນຕີອິນເດຍ ໃນປີ 2014 ເປັນຕົ້ນມາ, ມາດຕະການຄຸ້ມຄອງອົງການ NGO ແລະ ອົງການສົງເຄາະນັ້ນໄດ້ເພີ່ມຄວາມເຄັ່ງຂັດຮັດກຸມຂຶ້ນ. ທາງການອິນເດຍເອົາໃຈໃສ່ເປັນພິເສດກ່ຽວກັບແຫລ່ງທຶນສະໜັບສະໜູນຈາກຕ່າງປະເທດທີ່ບັນດາອົງການເຫລົ່ານີ້ໄດ້ຮັບ. ອິນເດຍມີກົດໝາຍຄຸ້ມຄອງກ່ຽວກັບເງິນທຶນສະໜັບສະໜູນຈາກຕ່າງປະເທດ ທີ່ເອີ້ນເປັນພາສາອັງກິດວ່າ: Foreign Contribution Regulation Act (FCRA) ເຊິ່ງທຸກໆອົງການ NGO ແລະ ອົງການສົງເຄາະຕ້ອງປະຕິບັດຕາມກົດໝາຍນີ້, ຖ້າມີການລະເມີດທາງການກໍຈະບໍ່ອະນຸຍາດໃຫ້ອົງການ NGO ຮັບທຶນສະໜັບສະໜູນຈາກຕ່າງປະເທດ ແລະ ຖ້າມີຄວາມຜິດຮ້າຍແຮງ, ທາງການກໍຈະສັ່ງໂຈະການເຄື່ອນໄຫວຂອງອົງການດັ່ງກ່າວ. ດັ່ງຂ່າວໜັງສືພິມ ເດິເນເຊິນ (The Nation) ສະບັບວັນທີ 29 ເດືອນທັນວາ ປີ 2016 ໄດ້ໃຫ້ຮູ້ວ່າ: ທາງການອິນເດຍໄດ້ຫ້າມອົງການ NGO ແລະ ອົງການສົງເຄາະຈຳນວນ 20.000 ອົງການ ຮັບທຶນຊ່ວຍເຫລືອຈາກຕ່າງປະເທດ ຍ້ອນມີຄວາມຜິດຖານລະເມີດ FCRA ຄືບໍ່ໄດ້ລາຍງານກ່ຽວກັບຈຳນວນທຶນຊ່ວຍເຫລືອ ກໍຄືການໃຊ້ຈ່າຍທຶນເຫລົ່ານັ້ນເຂົ້າໃນການເຄື່ອນໄຫວວຽກງານຕົວຈິງເປັນເວລາ 3 ປີ. ນອກຈາກນັ້ນ ທາງການອິນເດຍຍັງໄດ້ຍົກເລີກໃບອະນຸຍາດເຄື່ອນໄຫວສຳລັບອົງການ ຫລື ສະມາຄົມສົງເຄາະເກືອບ 9.000 ອົງການ ຍ້ອນສາເຫດດຽວກັນ. ຢູ່ກຳປູເຈຍ, ກົດໝາຍຄຸ້ມຄອງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ໄດ້ຖືກຮັບຮອງເອົາໂດຍສະພາແຫ່ງຊາດ ໃນວັນທີ 13 ກໍລະກົດ ປີ 2015. ກົດໝາຍໄດ້ກຳນົດໃຫ້ອົງການ NGO ທັງຂອງພາຍໃນປະເທດ ແລະ ຂອງຕ່າງປະເທດລາຍງານການດຳເນີນກິດຈະກຳ ແລະ ງົບປະມານການເງິນຂອງພວກຕົນໃຫ້ລັດຖະບານຊາບ, ຖ້າລະເມີດກໍຈະຖືກສັ່ງຢຸດການເຄື່ອນໄຫວ ລະ ຈະໄດ້ຮັບໂທດຕາມກົດໝາຍອາຍາ. ລັດຖະບານກຳປູເຈຍສາມາດສັ່ງປິດອົງການ NGO ໄດ້ທຸກໂອກາດ. ຖ້າເຫັນວ່າການໂຄສະນາ, ການເຄື່ອນໄຫວຂອງອົງການດັ່ງກ່າວເປັນໄພຕໍ່ຄວາມສະຫງົບ, ຄວາໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ກໍຄືວັດທະນະທຳປະເພນີອັນດີງາມຂອງຊາດ. ຢູ່ປະເທດຮົງກາຣີ, ສະພາແຫ່ງຊາດຂອງປະເທດນີ້ກໍໄດ້ຮັບຮອງເອົາກົດໝາຍຄຸ້ມຄອງອົງການ NGO ໃນຕົ້ນເດືອນກຸມພາ ປີ 2017. ກົດໝາຍໄດ້ກຳນົດໃຫ້ອົງການ NGO ທີ່ໄດ້ຮັບທຶນສະໜັບສະໜູນຈາກຕ່າງປະເທດເປັນຈຳນວນຫລວງຫລາຍລາຍງານຈຳນວນເງິນທຶນດັ່ງກ່າວໃຫ້ລັດຖະບານຊາບ, ຖ້າລະເມີດກໍຈະຖືກສັ່ງໂຈະການເຄື່ອນໄຫວ. ລາຍລະອຽດຂອງກົດໝາຍບອກວ່າ: ອົງການ NGO ທີ່ໄດ້ຮັບທຶນຊ່ວຍເຫລືອຈາກຕ່າງປະເທດໃນອັດຕາທີ່ກວມເອົາຫລາຍກວ່າ 5% ຂອງງົບປະມານທັງໝົດຂອງຕົນຕ້ອງລາຍງານໃຫ້ລັດຖະບານຊາບ. ບົດນີ້ພໍສະຫລຸບໄດ້ວ່າ: ການຄຸ້ມຄອງອົງການ NGO ໃນ 3 ປະເທດທີ່ກ່າວມາຂ້າງເທິງນີ້ ແມ່ນເນັ້ນກ່ຽວກັບເງິນທຶນທີ່ບັນດາອົງການ NGO ໄດ້ຮັບຈາກຕ່າງປະເທດເປັນຕົ້ນຕໍ.

- Wave100S AD to Website 2020 0 - ບົດຮຽນການຄຸ້ມຄອງອົງການບໍ່ຂຶ້ນກັບລັດຖະບານຢູ່ບາງປະເທດ
- WhatsApp Image 2020 05 27 at 5 - ບົດຮຽນການຄຸ້ມຄອງອົງການບໍ່ຂຶ້ນກັບລັດຖະບານຢູ່ບາງປະເທດ
- WhatsApp Image 2020 05 27 at 5 - ບົດຮຽນການຄຸ້ມຄອງອົງການບໍ່ຂຶ້ນກັບລັດຖະບານຢູ່ບາງປະເທດ
error: Alert: ເນື້ອຫາຂ່າວມີລິຂະສິດ !!