10 ເມສາ 1912 ເຮືອໄທທານິກ ອອກຈາກຝັ່ງບໍ່ມີວັນຫວນຄືນ
ວັນທີ 10 ເມສາ 1912 ເຮືອໄທທານິກ (RMS Titanic) ອອກເດີນທາງນຳ ທ່ຽວຄັ້ງທຳອິດຈາກທາເຮືອ ອັງກິດໄປຫານິວຢອກ ສະຫະລັດອາເມລິກາ.

ເຮືອໄທທານິກ ເປັນເຮືອນຳທ່ຽວໃນມະຫາສະມຸດ ຂອງບໍລິສັດ The white star line (Oceanic steam navavigation company) ມີຄວາມຍາວ 269 ແມັດ ກວ້າງ 28 ແມັດ. ສາມາດບັນຈຸຈຳນວນຄົນ ແລະ ສິ່ງຂອງໄດ້ 46.328 ໂຕນ, ເຮືອສູງປະມານ 18 ແມັດຂອງລະດັບນ້ຳ.
ການຂັບເຮືອແມ່ນໃຊ້ດ້ວຍໃບພັດ 3 ໃບ ຈາກເຄື່ອງຈັກອາຍນ້ຳ ແລະ ຄວາມຮ້ອນຂອງຖານຫີນທີ່ມີຄວາມແຮງປະມານ 50.000 ມ້າ (hp) ສາມາດທີ່ມີ ຄວາມໄວ້ 23 ນ໊ອທ ຫລື 43 ກິໂລແມັດຕໍໍ່ຊົວໂມງ ແລະ ບ່ອນປ່ອຍຄວັນ 4 ບ່ອນ ທີ່ ສາມາດຮັບຜູ້ໂດຍສານໄດ້ 3.547 ຄົນພ້ອມກັນນັ້ນກໍສາມາດຮັບສິ່ງຂອງໄດ້ເພີ່ມອີກ ເປັນຈຳນວນຫລາຍ.

ດັ່ງນັ້ນເຮືອໄທທານິກ ຈິ່ງມີຊື່ວ່າ: RMS (Royal mail steamer) ເຮືອໄທທານິກຖືກວ່າເປັນເຮືອໃຫຍ່ອາລັງການທີ່ສຸດ ແລະ ມີຄວາມແຂງແຮງ, ໃນໄລຍະສະຕະວັດທີ 20.

ວັນທີ 14 ເມສາ ໃນເວລາ 11:40 ນາທີ (ຕາມເວລາ GMT-3) ໄດ້ເກີດອຸປະຕິເຫດເຮືອໄທທານິກ ຕຳກັບພູເຂົ້ານ້ຳກ້ອນເຮັດໃຫ້ເຮືອ ຈົມລົງໃນໃຕ້ດິນຂອງມະຫາສະມຸດແອັດລັງຕິກ, ເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າ 1.500 ຄົນ,ໃນເຮືອໄທທານິກນັ້ນ ຈະມີຜູ້ໂດຍສານປະມານກວ່າ 2.300 ຄົນ.

ໃນວັນທີ 15 ເວລາ 2:20 ມີຜູ້ຫລອດຊີວິດປະມານກວ່າ 700 ຄົນ, ເນື່ອງຈາກວ່າ ເຮືອໄທທານິກ ມີເສື້ອຊູຊີບບໍ່ພຽງພໍກັນ ແລະ ມີເຮືອກູ້ໄພປະມານ 20 ລຳ, ຖືໄດ້ວ່າອຸປະຕິເຫດຄັ້ງນີ້ຮ້າຍແຮງທີ່ສຸດຂອງໂລກ.
