ຊົດເຊີຍຜົນກະທົບຈາກເຂື່ອນເຊປຽນ-ເຊນຳ້ນ້ອຍແຕກຫລາຍກ່ວາ ກ່ວາ 800 ຕື້ກີບ
ພິທີເຊັນບົດບັນທຶກຮັບຮອງຜົນການເຈລະຈາ ລະຫວ່າງພາກລັດ ( ແຂວງອັດຕະປື ) ແລະ ບໍລິສັດຜູ້ພັດທະນາໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍໄດ້ມີຂຶ້ນໃນວັນທີ 10 ເມສາຢູ່ສໍານັກງານອົງການປົກຄອງແຂວງ, ໂດຍ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ແລະ ບໍລິສັດຜູ້ພັດທະນາໂຄງການເຂື່ອນດັ່ງກ່າວ.ເພື່ອຮັບຮອງເອົາມູນຄ່າ ຊົດເຊີຍຜົນເສຍຫາຍດັ່ງກ່າວມີຄື: ຜູ້ເສຍຊີວິດ ແລະ ເດັກກໍາພ້າກໍາພອຍ, ດ້ານເສດຖະກິດຄົວເຮືອນໃນ 13 ບ້ານໄດ້ຮັບຜົນກະທົບ, ຊົດເຊີຍຄວາມເສຍຫາຍດ້ານພື້ນຖານໂຄງລ່າງ ແລະ ສິ່ງແວດລ້ອມລວມມີມູນຄ່າທັງຫມົດ 475 ຕື້ກວ່າກີບ ແລະ ສຳລັບການປະຕິ ບັດໃນຕໍ່ໜ້າມີມູນຄ່າ 353 ຕື້ກວ່າກີບ, ລວມທັງໝົດ 828 ຕື້ກວາກີບ.
ໂອກາດດຽວກັນ, ບໍລິສັດຜູ້ພັດທະນາໂຄງການ ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ຍັງໄດ້ມອບເງິນຊົດເຊີຍຜົນ ເສຍຫາຍ ດ້ານພື້ນຖານໂຄງລ່າງໃຫ້ 3 ຫົວໜ່ວຍ ບໍລິສັດຄື: ບໍລິສັດລາວໂທລະຄົມ, ບໍລິສັດອີທີແອວ ແລະ ບໍລິສັດຢູ ນີເທວ ລວມມູນຄ່າທັງໝົດ 3 ຕື້ກວ່າກີບ.