ເມືອງງອຍເຂັ້ມງວດໃນການກວດຄົນເຂົ້າ-ອອກເມືອງ
April 11, 2020 - 12:39 PM
ປັດຈຸບັນ ເມືອງງອຍດແຂວງຫລວງພະບາງໄດ້ເພີ່ມທະວີຄວາມເຂັ້ມງວດໃນການກວດກາຜູ້ເຂັົ້າອອກເມືອງ ໂດຍສະເພາະແມ່ນບຸກຄົນທີ່ເດີນທາງມາຈາກບ້ານຕ່າງໆໃນເຂດຊົນນະນະບົດເຂົ້າມາຄ້າຂາຍສິນຄ້າ, ຜົນລະປູກ, ເຄື່ອງປ່າຂອງນາໃນບໍລິເວນຕະຫລາດບ້ານ ໜອງ ເພື່ອແນໃສ່ ຄວບຄຸ້ມ ແລະ ສະກັດກັ້ນການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ -19 ບໍ່ໃຫ້ແຜ່ລະບາດຂຶ້ນໃນເມືອງຂອງຕົນ, ສະນັ້ນຄະນະສະເພາະກິດຂັ້ນເມືອງຈຶ່ງໄດ້ຕັ້ງດ່ານກວດຄົນທີ່ຈະເຂົ້າມາຊື້-ຂາຍ ໃນຕະຫລາດດັ່ງກ່າວຢ່າງເຂັ້ມງວດ ພ້ອມທັງເນັ້ນໜັກໃຫ້ທຸກຄົນໃສ່ຜ້າປິດປາກ ແລະ ລ້າງມືດ້ວຍເຈວທີ່ມີເອວກໍຮໍ ແລະ ຫລີກເວັ້ນການຊຸມນຸມຕ່າງໆທີ່ມີຫລາຍຄົນ.