ຄວາມຈິງ 20 ຂໍ້ຂອງການເຕີບໃຫຍ່ທີ່ບໍ່ມີໃຜສອນ
ຊີວິດຂອງການຍ່າງຢູ່ເທິງເສັ້ນທາງທີ່ຄົດລ້ຽວ ມີທັງຍອດພູເຂົາສູງ ແລະ ຫຸບເຫວ, ມີພູຜາໃຫ້ປີນຂຶ້ນ, ມີມະຫາສະມຸດກ້ວາງໃຫຍ່ໃຫ້ອອກສຳຫລວດ, ເຕັມໄປດ້ວຍຊ່ວງເວລາທີ່ດີ ແລະ ບໍ່ດີ, ແຕ່ຊີວິດກໍຍັງເຄື່ອນໄປຂ້າງໜ້າຢູ່ສະເໝີ ນັ້ນແມ່ນສິ່ງມະຫັດສະຈັນຂອງຊີວິດ. ສິ່ງທີ່ບໍ່ມີໃຜເຄີຍບອກເມື່ອທ່ານຍັງເປັນເດັກນ້ອຍໄຮ້ດຽງສາ ແມ່ນສິ່ງທີ່ທ່ານຈະໄດ້ຮຽນຮູ້ເມື່ອຕ້ອງ “ເຕີບໃຫຍ່” ມັນແມ່ນສິ່ງທີ່ຈະປຸກທ່ານຈາກຄວາມເພີ້ຝັນ ແລະ ບັງຄັບໃຫ້ທ່ານຕ້ອງຢືນຢູ່ເທິງຄວາມຈິງ.
- ຜູ້ຄົນສ່ວນຫລາຍຢ້ານກົວຈິນຕະນາການ : ພວກເຂົາຕັດຂາດການເຊື່ອມຕໍ່ກັບຄວາມເປັນບ່າວສາວໃນຈິດໃຈຕົນເອງ, ບໍ່ຮູ້ສຶກວ່າຕົນມີຄວາມຄິດສ້າງສັນ ແລະ ມັກຈະເພິງພໍໃຈໃນສິ່ງຕ່າງໆ “ດັ່ງທີ່ມັນເປັນຢູ່”.
2. ບໍ່ມີໃຜເຫັນຄ່າຄວາມຝັນຂອງທ່ານຫລາຍເທົ່າໂຕທ່ານເອງ : ພວກເຂົາອາດຈະສົນໃຈ ແລະ ໃຫ້ການສະໜັບສະໜູນຫາກທ່ານເອີ່ຍປາກຂໍ, ແຕ່ທ້າຍທີ່ສຸດແລ້ວ ບໍ່ມີໃຜດອກທີ່ເອົາໃຈໃສ່ມັນໄປຫລາຍກ່ວາໂຕທ່ານເອງ.
3. ມິດຕະພາບປ່ຽນຜັນຕາມວົງໂຄຈອນຂອງຊີວິດ : ໝູ່ສ່ວນຫລາຍມັກໂຄຈອນມາໃນຊີວິດຂອງເຮົາພຽງໃນໄລຍະເວລາໜຶ່ງ ຂຶ້ນຢູ່ກັບວ່າຕອນນັ້ນທິດທາງຊີວິດຂອງທ່ານເປັນແນວໃດ, ຊີວິດຄົນເຮົາຍ່ອມຕ້ອງປ່ຽນແປງ ແລະ ທ່ານກໍຕ້ອງກ້າວໄປໃນເສັ້ນທາງໃໝ່ໆ ຄືກັນກັບໝູ່ຂອງທ່ານ.
4. ຍິ່ງອາຍຸຫລາຍ ຄວາມສາມາດກໍຍິ່ງເພີ່ມພູນ : ຄົນສ່ວນຫລາຍອາດຈະຄິດວ່າ ຄົນເຮົາເມື່ອຍິ່ງແກ່ເຖົ້າ ກໍຍິ່ງຖົດຖອຍ, ແຕ່ໃນຄວາມຈິງ ການໄດ້ໃຊ້ເວລາຊຶມຊັບຄວາມຮູ້ຍາວນານກ່ວາຄົນອື່ນໆ ມັນຈະເຮັດໃຫ້ຄົນເຮົາຮູ້ຫລາຍຂຶ້ນ, ເຮັດຫຍັງໄດ້ຫລາຍຂຶ້ນ ເພາະການໄປສູ່ຈຸດສູງສຸດໃນເລື່ອງໃດກໍຕາມຍ່ອມຕ້ອງໃຊ້ເວລາຝຶກຝົນທຸກມື້ໄປເລື້ອຍໆ ບໍ່ແມ່ນແຕ່ອາໄສພອນສະຫວັນທີ່ຕິດໂຕມາ.
5. ຄວາມເປັນທຳມະຊາດມາຄູ່ກັບຄວາມສ້າງສັນ : ຖ້າທ່ານໃຊ້ຊີວິດເປັນກິດຈະວັດປະຈຳວັນ ຊຳ້ໆເກົ່າໆຢູ່ທຸກມື້ ທ່ານກໍຈະບໍ່ມີທາງຄົ້ນພົບຫຍັງໃໝ່ໆໃນຊີວິດ, ຍັງຈື່ຕອນຍັງໄຮ້ດຽງສາ ແລະ ຕື່ນເຕັ້ນໄປກັບທຸກຢ່າງໄດ້ຫລືບໍ່ ? ແມ່ນຫຍັງກໍເກີດຂຶ້ນໄດ້ສະເໝີ ພຽງແຕ່ປ່ອຍກາຍປ່ອຍໃຈໃຫ້ສະບາຍ ລອງເປີດຮັບສິ່ງໃໝ່ໆເບິ່ງແນ່.
6. ທ່ານຈະຫລົງລືມຄຸນຄ່າຂອງ “ການສຳຜັດ” ໄປ : ເມື່ອໃດແມ່ນເທື່ອສຸດທ້າຍທີ່ທ່ານໄດ້ແລ່ນຫລິ້ນທ່າມກາງສາຍຝົນ ຫລື ນັ່ງພິຈາລະນາເບິ່ງຕົ້ນໄມ້ໃບຫຍ້າ, ພື້ນດິນ ແລະ ກ້ອນຫີນແຄມທາງ ? ລອງກັບມາເຮັດແບບນັ້ນອີກເທື່ອໜຶ່ງ ແລ້ວທ່ານຈະຮູ້ສຶກໄດ້ເຖິງຄວາມລ່າເລີງແຈ່ມໃສຂອງຊີວິດອີກຄັ້ງ.
7. ຄົນສ່ວນຫລາຍບໍ່ເຮັດໃນສິ່ງທີ່ຕົນຮັກ : ເປັນຄວາມຈິງທີ່ວ່າ “ຜູ້ຄົນໃນກະແສຫລັກ” ກໍແມ່ນ ຄົນທີ່ບໍ່ໄດ້ໃຊ້ຊີວິດໃນແບບທີ່ວາດຝັນໄວ້ ເຊິ່ງເປັນຍ້ອນພວກເຂົາບໍ່ໄດ້ສູ້ເພື່ອມັນຫລາຍພໍ ແລະ ຍິ່ງທ່ານອາຍຸແກ່ຂຶ້ນ ທ່ານກໍອາດເຜີເຊື່ອໄປວ່າຕົນຕ້ອງຍ່າງໄປຕາມເສັ້ນທາງດຽວກັບພວກເຂົາ ສະນັ້ນ ຈົ່ງໜັກແໜ້ນໃນໂຕເອງ.
8. ຫລາຍຄົນເຊົາອ່ານໜັງສືຫລັງຈາກຮຽນຈົບມະຫາວິທະຍາໄລ : ລອງຖາມຄົນຮູ້ຈັກຈັກຄົນໜຶ່ງວ່າ ໜັງສືດີໆທີ່ອ່ານເຫລັ້ມສຸດທ້າຍແມ່ນເລື່ອງຫຍັງ ? ພວກເຂົາຄົງຈະຕອບວ່າ : ໂອ້ ເຮົາບໍ່ໄດ້ອ່ານໜັງສືມາດົນແລ້ວ.
9. ຄົນເຮົາມັກເວົ້າຫລາຍກ່ວາຟັງ : ບໍ່ມີສິ່ງໃດຈະຕະຫລົກໄປກ່ວາການເຫັນຄົນສອງຄົນລົມກັບໂຕເອງໃຫ້ກັນຟັງ ບໍ່ມີຝ່າຍໃດຟັງແທ້ໆດອກ ທຸກຄົນກໍພຽງແຕ່ລໍຖ້າເພື່ອໃຫ້ເຖິງຜຽນຕົນເອງເວົ້າເທົ່ານັ້ນ.
10. ຄວາມຄິດສ້າງສັນມາຈາກການຝຶກຝົນ : ສັງຄົມເຮົາໃຫ້ຄຸນຄ່າ ແລະ ຊື່ນຊົມໃນຄວາມຄິດສ້າງສັນກໍແມ່ນ, ແຕ່ຊຳ້ພັດພະຍາຍາມຈຳກັດ ແລະ ຄວບຄຸມໄວ້ຖ້າມັນບໍ່ກໍ່ໃຫ້ເກີດຜົນປະໂຫຍດທີ່ຈັບຕ້ອງໄດ້ແທ້ໆ. ດັ່ງນັ້ນ ຖ້າທ່ານຢາກຍົກລະດັບໃຫ້ຕົນມີຄວາມຄິດສ້າງສັນຢູ່ສະເໝີ ທ່ານກໍຕ້ອງຝຶກຝົນດ້ວຍຕົນເອງແລ້ວ.
11. ຄວາມສຳເລັດ ບໍ່ມີຄວາມໝາຍຕາຍໂຕ : ຕັ້ງແຕ່ນ້ອຍ ເຮົາມັກຖືກສອນໃຫ້ຕັ້ງໃຈໄປສູ່ຄວາມສຳເລັດສະເໝີ, ແຕ່ຄວາມຈິງແລ້ວ ຄວາມສຳເລັດນັ້ນມັນແມ່ນຫຍັງກັນແທ້ ? ຄວາມສຳເລັດຂອງຄົນຜູ້ໜຶ່ງອາດຈະແຕກຕ່າງຈາກຄວາມສຳເລັດຂອງອີກຄົນໜຶ່ງຢ່າງກົງກັນຂ້າມ ສະນັ້ນ ຈົ່ງກຳນົດຄວາມສຳເລັດໃນແບບຂອງທ່ານເອງ.
12. ທ່ານປ່ຽນແປງພໍ່ແມ່ບໍ່ໄດ້ : ການເຕີບໃຫຍ່ຂຶ້ນເຮັດໃຫ້ທ່ານພົບກັບຄວາມຈິງທີ່ຍອມຮັບໄດ້ຍາກວ່າທ່ານບໍ່ສາມາດປ່ຽນແປງໂຕຕົນຂອງພໍ່ແມ່ໄດ້, ບໍ່ສຳຄັນດອກວ່າທ່ານຈະເຂົ້າໃຈຍອມຮັບໃນໂຕຕົນຂອງເພິ່ນຫລືບໍ່, ຈົ່ງປ່ອຍວາງ ແລະ ຮັກເພີ່ນທີ່ໄດ້ໃຫ້ໂອກາດເຮົາໄດ້ໃຊ້ຊີວິດຢູ່ເທິງໂລກໃບນີ້ດີກ່ວາ.
13. ຄົນດຽວທີ່ທ່ານຕ້ອງພະເຊີນໜ້ານຳໃນທຸກເຊົ້າກໍແມ່ນໂຕທ່ານເອງ : ຕອນຍັງນ້ອຍກ່ວານີ້ ທ່ານອາດຮູ້ສຶກວ່າຕ້ອງພະຍາຍາມເຮັດໃຫ້ທຸກຄົນເພິງພໍໃຈ, ແຕ່ຄວາມຈິງ ທ່ານທີ່ບໍ່ຈຳເປັນຕ້ອງເຮັດແນວນັ້ນເລີຍ, ເຮັດໃນສິ່ງທີ່ຕົນມີຄວາມສຸກດີກ່ວາ, ອອກແບບຊີວິດໃນແບບທີ່ຕ້ອງການ ເພື່ອໃຫ້ຕື່ນມາພົບໜ້າຄົນທີ່ໂຕເອງຮັກແທ້ໆຢູ່ໃນແວ່ນທຸກເຊົ້າ.
14. ຄວາມຮູ້ສຶກທີ່ດີທີ່ສຸດເກີດຈາກການເຮັດດ້ວຍໃຈຈິງ : ເງິນຄຳ, ຄວາມສຳເລັດ, ການສັນລະເສີນເຍີນຍໍໃດໆ ກໍບໍ່ມີຄຸນຄ່າທຽບເທົ່າກັບສິ່ງທີ່ທ່ານເຮັດດ້ວຍຄວາມຮັກບໍລິສຸດ ຈົ່ງເຮັດຕາມທີ່ຫົວໃຈຮຽກຮ້ອງ ແລ້ວທ່ານຈະພົບກັບສິ່ງເຫລົ່ານັ້ນເອງ.
15. ສັກກະຍະພາບສຳພັນໂດຍກົງກັບການຮູ້ຈັກໂຕເອງ : ຜູ້ທີ່ຮູ້ຈັກໂຕເອງ ແລະ ພັດທະນາຈຸດແຂງຂອງໂຕເອງແມ່ນຄົນທີ່ຈະເຮັດຕາມທີ່ຫວັງໄວ້ໄດ້ສຳເລັດ. ສ່ວນຜູ້ທີ່ບໍ່ຮູ້ຈັກໂຕເອງ ແລະ ຫລີກເວັ້ນການສະທ້ອນທົບທວນໂຕເອງກໍຈະໄດ້ແຕ່ໃຊ້ຊີວິດຕາມກະແສນຳ້ໄປເລື້ອຍໆ ບໍ່ອາດອອກແບບອະນາຄົດເພື່ອໂຕເອງໄດ້.
16. ຄົນທີ່ດູຖູກທ່ານຈະກັບມາຫາທ່ານໃນທີ່ສຸດ : ຄົນທີ່ເຄີຍເອົາປຽບທ່ານຕອນຍັງນ້ອຍ ອາດຈະຕ້ອງມາສະໝັກວຽກຢູ່ບໍລິສັດຂອງທ່ານ, ແມ່ຍິງທີ່ເຄີຍປະຕິເສດທ່ານ ກໍອາດຈະກັບເຂົ້າມາໃນຊີວິດທ່ານອີກ ຫາກເຫັນວ່າທ່ານກຳລັງໄປໄດ້ດີ ນັ້ນເປັນເລື່ອງຈິງຂອງຊີວິດ. ດັ່ງນັ້ນ ຈົ່ງເນັ້ນໃສ່ໂຕເອງ, ຊື່ສັດກັບຄວາມເຊື່ອ, ຄວາມສັດທາທີ່ມີ ແລ້ວຜູ້ຄົນທີ່ເຄີຍແຄງໃຈໃນໂຕທ່ານກໍຈະກັບມາຂໍຄວາມຊ່ວຍເຫລືອຈາກທ່ານເອງ.
17. ທ່ານແມ່ນແວ່ນສະທ້ອນຂອງຜູ້ຄົນທີ່ໃຊ້ເວລານຳຫລາຍທີ່ສຸດ 5 ຄົນ : ບໍ່ມີໃຜສ້າງໂຕຕົນຂຶ້ນມາດ້ວຍໂຕເອງລ້ວນໆ ພວກເຮົາລ້ວນຖືກປັ້ນແຕ່ງຈາກພາບສະທ້ອນທີ່ເຮົາເຫັນໃນໂຕຂອງຜູ້ອື່ນ ສະນັ້ນ ຈົ່ງອ້ອມຮອມໂຕເອງດ້ວຍຄົນທີ່ທ່ານຊື່ນຊົມ ແລ້ວໃນທີ່ສຸດທ່ານກໍຈະໄດ້ຮັບສິ່ງດີໆໃນໂຕພວກເຂົາເຂົ້າມາໃນໂຕເອງນຳ.
18. ຄວາມເຊື່ອປ່ຽນຜັນໄປຕາມເສັ້ນທາງຊີວິດຂອງທ່ານ : ສະຖານທີ່ໆທ່ານຢູ່, ຜູ້ຄົນທີ່ອ້ອມໂຕ ແລະ ຄວາມມຸ່ງມາດປາຖະໜາທີ່ທ່ານມີຈະເປັນໂຕກຳນົດຄວາມຄິດຄວາມເຊື່ອຂອງທ່ານ “ຄວາມເຊື່ອ” ບໍ່ແມ່ນສິ່ງ “ຕາຍໂຕ”, ບໍ່ມີ “ຜິດຖືກ”, ແຕ່ຂຶ້ນຢູ່ກັບວ່າ ມັນຕອບສະໜອງວິຖີຊີວິດຂອງທ່ານໄດ້ຫລາຍປານໃດ.
19. ບໍ່ວ່າອັນໃດກໍກາຍເປັນສິ່ງທີ່ບໍ່ດີໄດ້ : ດັ່ງທີ່ບອກໄປວ່າເມື່ອທ່ານໃຫຍ່ຂຶ້ນ ທ່ານຈະພົບວ່າບໍ່ມີຫຍັງ “ຜິດ” ຫລື “ຖືກ” ຕາຍໂຕ, ຈົ່ງຮູ້ຈັກນິໄສຂອງໂຕເອງ, ຄຳນຶງໄວ້ວ່າໃຊ້ເວລາໄປກັບຫຍັງແດ່, ມີພຶດຕິກຳຫຍັງທີ່ເລີ່ມເຮັດເລື້ອຍໆຈົນເປັນນິໄສ ແລ້ວຕັ້ງຄຳຖາມວ່າ ມັນມາຈາກໃສ ? ເປັນຫຍັງທ່ານຈຶ່ງຢາກເຮັດມັນຊຳ້ໆ ? ຄວາມຜິດພາດບໍ່ມີຢູ່ຈິງ ມີພຽງບົດຮຽນເທົ່ານັ້ນ.
20. ຈຸດປະສົງຂອງຊີວິດແມ່ນການເປັນ “ໂຕເອງ” : ຄວາມໝາຍຂອງຊີວິດ ແມ່ນການເປັນໂຕເອງສະເໝີໃນທຸກໆເລື່ອງທີ່ເຮັດ, ທ່ານເປັນທັງຜູ້ສ້າງ ແລະ ຜົນງານສຸດຍອດຂອງໂຕເອງທີ່ຍັງຄົງພັດທະນາຕໍ່ໄປເລື້ອຍໆ, ການເຕີບໃຫຍ່ແມ່ນການຮຽນຮູ້ວ່າທ່ານເປັນທັງສິລະປິນ ແລະ ຜົນງານຂອງຕົນເອງ. ດັ່ງນັ້ນ ຈົ່ງສ້າງສັນໂຕເອງດັ່ງທີ່ໃຈຕ້ອງການ.