ຫນ້າເປັນຫ່ວງລາວພົບຜູ້ຕິດເຊື້ອເພີ່ມອີກ 2 ຄົນລວມເປັນ 18 ຄົນແລ້ວ


ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19, ໄດ້ແຈ້ງໃຫ້ຮູ່ໃນວັນທີ 11 ເມສານີ້ວ່າ: ລາວພົບຜູ້ຕິດເຊື້ອພີ່ມອີກ 2 ຄົນມາຮອດມື້ນີ້ເຮັດໃຫ້ຕົວເລກຜູ້ຕິດເຊື້ອໃນລາວເພີ່ມເປັນ 18 ຄົນແລ້ວ, ຜູ້ຕິດເຊື້ອໃຫມ່ທັງສອງເປັນເພດຍິງ, ມີອາຍຸ 32 ປີຄືກັນ ແລະ ຢູ່ບ້ານຫນອງດ້ວງຄືກັນ, ຊຶ່ງໃນວັນທີ 10 ເມສາຜ່ານມາ, ໄດ້ ເກັບຕົວຢ່າງມາກວດທັງໝົດ 62 ຄົນ, ໃນນັ້ນ ມີຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ 21 ຄົນ ແລະ ກໍລະນີສົງໄສ ໃໝ່ 40 ຄົນ, ໃນນັ້ນມີແຮງງານລາວ ທີ່ກັບມາແຕ່ໄທ 1 ຄົນ. ໃນຈຳນວນນີ້ຢູ່ນະຄອນຫຼວງວຽງຈັນ 40 ຄົນ ແລະ ຕ່າງແຂວງ 22 ຄົນ (ຫຼວງພະບາງ, ໄຊຍະບູລີ , ບໍລິຄຳໄຊ ແຂວງລະ3 ຄົນ, ໄຊສົມບູນ, ຄຳມ່ວນ, ສະຫວັນນະເຂດ ແຂວງລະ 2 ຄົນ, ແຂວງ ວຽງຈັນ 4 ຄົນ, ແລະ ສາລະວັນ 1 ຄົນ) ເຊິ່ງຜົນກວດທັງໝົດ ແມ່ນພົບເຊື້ອ 2 ກໍລະນີດັ່ງກ່າວທີ່ແມ່ນຜູ້ສຳຜັດໃກ້ຊິດກັບ ກໍລະນີທີ່ 16 ຄື: ກໍລະນີ ທີ່ 17: ເພດຍິງ, ອາຊີບ ຫວ່າງງານ, ຢູ່ຫ້ອງແຖວເບີ 7. ຂື້ນກັບຫນ່ວຍ1 ,ບ້ານ ໜອງດ້ວງທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ຜູ້ກ່ຽວໄດ້ສໍາຜັດໃກ້ຊິດກັບກໍລະນີທີ 16 (ເພດຍິງ ອາຍຸ 23 ປີ ຢູ່ຫ້ອງແຖວດຽວກັນ, ຫ້ອງເບີ 8), ໃນວັນທີ 4 ເມສາຜ່ານມາ ຜູ້ກ່ຽວໄດ້ກີນເຂົ້າຮ່ວມກັບ ກໍລະນີທີ 16 ຢູ່ຫ້ອງແຖວດຽວກັນ ຫ້ອງເບີ 8, ຮ່ວມກັນ 4 ຄົນ, ໃນນັ້ນມີເພດຊາຍ 2 ຄົນ, ໃນວັນທີ 5-6 ເມສາເຂົາເຈົ້າຍັງໄດ້ມີການພົວພັນໄປມາຫາສູ່ກັນເປັນປົກກະຕິ, ມາຮອດວັນທີ 7 ຜູ້ກ່ຽວເລີ່ມຮູ້ສຶກຄີງຮ້ອນ, ໄອແຫ້ງ ແລະ ປວດຕົນໂຕ, ໄດ້ໄປຊື້ຢາຢູ່ຮ້ານຂາຍຢາມາກິນເອງ ແລະ ຍັງໄດ້ກິນເຂົ້າຮ່ວມກັບຫມູ່ຢູ່ຫ້ອງແຖວດຽວກັນຈໍານວນ 4 ຄົນ.ມາໃນວັນທີ 8-9 ຍັງບໍ່ມີອາການດີຂື້ນ ແຕ່ຜູ້ກ່ຽວໄດ້ພັກຜ່ອນຢູ່ຫ້ອງແຖວ ແລະ ຈົນຮອດວັນທີ 10, ພາຍຫຼັງກໍລະນີທີ່ 16 ຖືກຢັ້ງຢືນວ່າຕິດເຊື້ອ, ໃນວັນທີ 9 ຜ່ານມາທີມງານແພດໄດ້ໂທຕິດຕໍ່ຫາຜູ້ກ່ຽວ ແລະ ສົ່ງລົດອໍາບູລັງ ໄປຮັບເອົາມາກວດພົບເຊື້ອຈິ່ງໄດ້ເຂົ້ານອນຕິດຕາມ, ປິ່ນປົວ ຢູ່ໂຮງໝໍມິດຕະພາບ,ສ່ວນຜູ້ສໍາຜັດໃກ້ຊິດກັບກໍລະນີີທີ 17 ມີ 6 ຄົນ (ເຊີ່ງເປັນໝູ່ຢູ່ຫ້ອງແຖວດຽວກັນ ທີ່ກີນເຂົ້າຮ່ວມກັນ ແລະ ໝູ່ທີ່ກີນເຂົ້ານຳກັນຢູ່ບ້ານສາລາຄຳ)ນັ້ນແມ່ນກໍລະນີທີ 18: ເພດຍິງ, ອາຍຸ 32 ປີ, ຫວ່າງງານ (ເປັນໝູ່ໃກ້ຊິດໃຊ້ຊິວິດຮ່ວມກັນ ກັບກໍລະນີຢັ້ງຢືນຜູ້ທີ 17) ການເຄື່ອນໄຫວທັງໝົດ ແມ່ນຄືກັນ ແລະ ໄດ້ເອົາລົດອໍາບູລັງ ໄປຮັບມາໂຮງໝໍໃນເວລາດຽວກັນ.
ຄະນະສະເພາະກິດໃຫ້ຮູ້ອີກວ່າ: ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 11 ເມສານີ້, ທົ່ວໂລກມີລາຍງານກໍລະນີທັງໝົດ 210 (ປະເທດ/ເຂດ).ໃນໃັ້ນມີປະເທດຕິດເຊື້ອໃຫມ່ຄື : YEMEN ,ມີກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ຫລາຍເຖິງ 1.696.439 (ໃໝ່ 92,745). ມີຜູ້ເສຍຊິວິດ 102.607 (ໃໝ່ 6.914) , ປີ່ນປົວຫາຍດີ 375960 ຄົນ ແລະ ຫນ້າເປັນຫ່ວງທີ່ສຸດມີບາງປະເທດ ມີຈຳນວນຜູ້ຕິດເຊື້ອໃນມື້ດຽວສູງເຖິງ 32.706 ຄົນ ແລະ ເສຍຊີວິດຫຼາຍກວ່າ 1.975 ຄົນ ຕໍ່ມື້, ສະແດງໃຫ້ເຫັນອັດຕາຄວາມຮ້າຍແຮງເພີ້ມຂື້ນເປັນ 6,04 % ໃນວັນທີ 11 ເມສານີ້(ມື້ວານມີພຽງ 5,97 %)
• ປະເທດເຮົາຍັງມີຜູ້ຜ່ານແດນເຂົ້າມາປະເທດຫລາຍສົມຄວນຄື: ຮອດ 5 ໂມງແລງ ຂອງວັນທີ 10 ເມສານີ້ ມີທັງໝົດ 1.713 ຄົນ, ໃນນັ້ນສ່ວນຫລາຍແມ່ນມາ ຜ່ານ ດ່ານລາວ-ໄທ ທັງໝົດ 824 ຄົນ, ແຕ່ສ່ວນໃຫຍ່ແມ່ນ ພະນັກງານຂັບລົດບັນທຸກສິນຄ້າ,ຮອງລົງມາແມ່ນຜູ້ເດີນທາງ ຜ່ານ ດ່ານລາວ-ຫວຽດ606 ຄົນ ແລະ ຜ່ານ ດ່ານລາວ-ຈີນມີ 283 ຄົນທັງໝົດແມ່ນພະນັກງານຂັບລົດບັນທຸກຂົນສິນຄ້າ ແລະ ແຕ່ລະຄົນກໍໄດ້ກວດວັດ ອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.