ອາກາດເປັນພິດ ຍາມໂຄວິດລະບາດ

ໂດຍ: ມຶກບໍ່ແຫ້ງ
ໃນຂະນະການປິດເມືອງທົ່ວໂລກ ໄດ້ຊ່ວຍໃຫ້ ມົນລະພິດທາງອາກາດຫຼຸດລົງຢ່າງໄວວາ ແຕ່ ກົງກັນຂ້າມຢູ່ ສປປລາວ ເຮົາ ພັດພົບພໍ້ກັບມົນລະພິດທທາງອາກາດໃນລະດັບສູງ.
ເມື່ອຕົ້ນເດືອນ ມີນາ 2020ທີ່ຜ່ານມາ ສຳນັກຂ່າວ ຕ່າງປະເທດ (South China Morning Post) ໄດ້ລາຍງານວ່າ ເນື່ອງຈາກການລະບາດຂອງ ພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກ ໂຄໂຣນ່າ ນັ້ນ ໄດ້ເຮັດໃຫ້ ຫຼາຍຕົວມືອງຂອງ ສປ ຈີນ ຖືກປິດ ໂດຍຈຳກັດ ການຂົນສົ່ງສາທາລະນະ ບໍ່ວ່າ ຍົນ, ລົດໄຟ ເຊິ່ງໄດ້ເຮັດໃຫ້ ມົນລະພິດທາງ ອາກາດຂອງຈີນນັ້ນຫຼຸດລົງ, ທ້ອງຟ້າກັບມາສົດໄສອີກຄັ້ງ.
ພ້ອມນັ້ນ ຢູ່ ອິນເດຍ ເຊິ່ງເປັນປະເທດທີ່ມີຕົວເມືອງ ທີ່ລະດັບມົນລະພິດທາງອາກາດສູງທີ່ສຸດໃນໂລກນັ້ນ ກໍໄດ້ລາຍງານ ເມື່ອມີການປິດເມືອງວ່າ ຢ່າງໜ້ອຍ 91 ຕົວເມືອງທົ່ວປະເທດ ມົນລະພິດທາງອາກາດນັ້ນ ມີເກນທີ່ດີຂຶ້ນ.
ແຕ່ກົງກັນຂ້າມ ຢູ່ ສປປລາວ ຊ່ວງການປິດເມືອງ ເພື່ອຄວມຄຸມການລະບາດຂອງພະຍາດ ໂຄວິດ 19 ນັ້ນ ແຕ່ ຫຼາຍຕົວເມືອງ ລະດັບມົນລະພິດທາງອາກາດນັ້ນ ພັດສູງກວ່າຫຼາຍເມືອງທີ່ເອີ້ນວ່າ ເປັນເມືອງທີ່ມີມົນລະພິດຫຼາຍທີ່ສຸດໃນໂລກ ໂດຍສະເພາະ ຢູ່ ອິນເດຍ ແລະ ສປ ຈີນ.
ຕາມການລາຍງານຂອງ ກະຊວງຊັບພະຍາກອນມະຊາດ ແລະ ສິ່ງແວດລ້ອມ ໃນວັນທີ 1 ເມສາ 2020 ນີ້ ຊີ້ໃຫ້ເຫັນວ່າ ຢູ່ນະຄອນຫຼວງວຽງຈັນ ຄ່າດັດສະນີ ຄຸນນະພາບ ອາກາດ (AQI) ນັ້ນ ສູງຮອດ 151-200 ເຊິ່ງເກີນມາດຕະຖານ ໂດຍເລີ່ມ ມີຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ.
ເມື່ອເປັນເຊັ່ນນັ້ນ ຫຼາຍຄົນຈຶ່ງສົນໃຈວ່າເປັນຫຍັງ ລະດັບຄຸນນະພາບຂອງ ອາກາດ ຢູ່ນະຄອນຫຼວງວຽງຈັນຄືວ່າ ເປິະເປື້ອນແທ້?
ເຖິງວ່າ ຈະບໍ່ມີການລາຍານຊັດເຈນເຖິງແຫຼ່ງທີ່ມາຂອງ ປະລິມານຟຸ່ນລະອອງ ທີ່ລ່ອງລອຍ ຢູ່ເທີງທ້ອງຟ້ານະຄອນຫຼວງວຽງຈັນນັ້ນ ແຕ່ ພາຍໃນເດືອນ ມີນາ 2020 ນັ້ນ ພວກເຮົາໄດ້ເຫັນ ໄຟໄໝ້ລາມປ່າຫຍ້າ ເຂດດອນຈັນ ສອງເທື່ອ ທີ່ອາດເປັນການປະກອບສ່ວນໃຫ້ ລະດັບ ມົນລະພິດທາງອາດຢູ່ນະຄອນຫຼວງວຽງຈັນເພີ່ມຂຶ້ນ.
ພ້ອມນັ້ນ ປະຊາຊົນ ໃນຫຼາຍທ້ອງຖິ່ນໂດຍສະເພາະ ທາງພາກເໜືອຍັງຖືເອົາການເຮັດໄຮ່ ເພື່ອທຳການຜະລິດ ເຊິ່ງມາຮອດໄລຍະນີ້ ກໍເປັນລະດູຂອງການຈູດໄຮ່ ເພື່ອການກະກຽມໃນການຜະລິດ, ແລະ ພ້ອມນັ້ນ ພວກເຮົາ ຍັງໄດ້ຮັບຮູ້ ຂ່າວ ໄຟໄໝ້ ຢູ່ບາງແຂວງ ພາກເໜືອ ເຊັ່ນ ຫຼວງນໍ້າທາ, ອຸດົມໄຊ ແລະ ຫຼວງພະບາງ ເຊິ່ງຍັງ ບໍ່ທັນມີຂໍ້ມູນ ທີ່ຊັດເຈນ ຢັ້ງຢືນວ່າ ໄຟໄໝ້ ດັ່ງກ່າວ ແມ່ນມີສາເຫດ ຈາກການຈູດໄຮ່ ຫຼື ສາເຫດໃດກັນແທ້.
ແຕ່ທັງໝົດນັ້ນ ກໍອາດເປັນສາເຫດທີ່ສຳຄັນ ພາໃຫ້ປະລິມານຟຸ່ນລະອອງ ມີປະລິມານຫຼາຍກວ່າປົກກະຕິ ຢູ່ນະຄອນຫຼວງວຽງຈັນ, ແລະ ມາຮອດຕອນເຊົ້າຂອງວັນທີ 6 ເມສາ 2020 ນີ້ ການວັດແທກ ຄ່າດັດສະນີ ຢູ່ຫຼວງນໍ້າ ຍັງຢູ່ຮອດ 193, ຫຼວງພະບາງ 159, ອຸດົມໄຊ 198 ຖືວ່າ ມີຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ.
ຈາກສະພາບ ການຈູດຂີ້ເຫຍື້ອ, ຈູດໄຮ່ ນາ ຮົ້ວສວນ ຊະຊາຍ ໃນຊຸມປີຜ່ານມາ, ທາງ ເຈົ້າຄອງນະຄອນຫຼວງຈຶ່ງໄດ້ ອອກຄຳສັ່ງ ໃນກາງເດືອນ ທັນວາ 2019 ທີ່ຜ່ານມາ ໃນການສ້າງ ນິຕິກຳ ເພື່ອຄວບຄຸມ ໃນສະເພາະໜ້າ ແລະ ຍາວນານ ເຊິ່ງຜູ້ຂຽນ ກໍຄິດວ່າ ອາດເປັນການລິເລີ່ມທີ່ດີ ທີ່ເຂດແຂວງ ອື່ນກໍຄວນ ເອົາເປັນແບບຢ່າງ ຄຽງຄູ່ກັບການ ຊອກຫາທາງເລືອກ ແກ່ປະຊາຊົນ ແທນທີ່ຈະເຮັດໄຮ່ ຈູດປ່ານັ້ນ ພວກເຮົາຄວນຊອກຫາອາຊີບອື່ນທີ່ໝັ້ນຄົງ ແລະເປັນມິດກັບສະພາບແວດລ້ອມຫຼາຍກວ່າເກົ່າ.